ຈັດກອງປະຊຸມທຸລະກິດ ຝຣັ່ງ – ລາວ ສະຫຼອງ 70 ປີ ແຫ່ງການພົວພັນທາງການທູດ ລະຫວ່າງ 2 ປະເທດ

53

ເພື່ອສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການພົວພັນທາງການທູດລະຫວ່າງ ຝຣັ່ງ – ລາວ, ດັ່ງນັ້ນໃນວັນທີ 8 ພະຈິກ 2023 ສະຖານທູດຝຣັ່ງ ປະຈຳລາວ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັນຈັດກອງປະຊຸມທຸລະກິດ ຝຣັ່ງ – ລາວ ຂຶ້ນ ໂດຍການເຂົ້າຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂອລີເວຍ ເບຈ ( Olivier Becht ) ລັດຖະມົນຕີກະຊວງການຄ້າຕ່າງປະເທດ, ດຶງດູດດ້ານເສດຖະກິດ ແລະ ຊາວຝຣັ່ງຢູ່ຕ່າງປະເທດ, ທ່ານ ນາງ Siv – leng CHHUOR ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ), ພ້ອມມີຕາງໜ້າຈາກພາກສ່ວນກ່ຽວຂ້ອງພາກລັດ ແລະ ພາກທຸລະກິດ ຝຣັ່ງ – ລາວ ເຂົ້າຮ່ວມທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.

width=”600″/>

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ກ່າວບາງຕອນວ່າ: ສປປ ລາວ ແລະ ຝຣັ່ງ ມີມູນເຊື້ອການພົວພັນຮ່ວມມືມາຍາວນານ. ລັດຖະບານ ແລະ ປະຊາຊົນສອງປະເທດ ໄດ້ມີການໄປ – ມາຫາສູ່ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ເວທີສາກົນ. ລັດຖະບານ ແລະ ປະຊາຊົນຝຣັ່ງ ໄດ້ໃຫ້ການຊ່ວຍເຫຼືອທີ່ສຳຄັນແກ່ ສປປ ລາວ ທັງໃນຂອບຮ່ວມມືສອງຝ່າຍ ຫຼື ໃນນາມສະຫະພາບເອີຣົບ ເຂົ້າໃນການພັດທະນາເສດຖະກິດ, ການສຶກສາ, ວັດທະນະທຳ – ສັງຄົມ, ສິ່ງແວດລ້ອມ ແລະ ຂົງເຂດອື່ນໆ.

ມູນຄ່າການຄ້າ ລາວ – ຝຣັ່ງ ໃນປີ 2022 ມີທັງໝົດ 38 ລ້ານໂດລາສະຫະລັດ. ໃນນີ້, ລາວນຳເຂົ້າ ມີມູນຄ່າ 30 ລ້ານໂດລາ ແລະ ລາວສົ່ງອອກ ມີມູນຄ່າ 8 ລ້ານໂດລາ ເຊິ່ງເປັນຕົວເລກທີ່ບໍ່ຫຼາຍ ແຕ່ກໍມີໂອກາດໃນການເສີມຂະຫຍາຍ. ສ່ວນຕົວເລກການລົງທຶນຂອງຝຣັ່ງຢູ່ ສປປ ລາວ ມີມູນຄ່າທັງໝົດ 558 ລ້ານໂດລາສະຫະລັດ ລວມມີ 227 ໂຄງການ ແລະ ຖືກຈັດຢູ່ໃນອັນດັບທີ 8 ຂອງການລົງທຶນຢູ່ ສປປ ລາວ. ເຖິງຈະບໍ່ຫຼາຍ ແຕ່ກໍເປັນໂຄງການລົງທຶນທີ່ມີຄຸນນະພາບ.

ກອງປະຊຸມທຸລະກິດ ລາວ – ຝຣັ່ງໃນຄັ້ງນີ້ ຖືເປັນໂອກາດອັນສຳຄັນໃຫ້ພວກເຮົາໄດ້ແລກປ່ຽນຄຳເຫັນກ່ຽວກັບບັນຫາ ແລະ ສິ່ງທ້າທາຍ ກ່ຽວກັບນະໂຍບາຍຂອງລັດຖະບານ, ທ່າແຮງຂອງ ສປປ ລາວ, ໂອກາດໃນການລົງທຶນ, ໂອກາດໃນການຮ່ວມມື. ພ້ອມກັນນີ້, ກໍຍັງເປັນໂອກາດໃຫ້ພາກລັດ ໄດ້ຮັບຟັງຄຳຄິດເຫັນຂອງພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອປັບປຸງນະໂຍບາຍ, ລະບຽບການ ແລະ ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ພາກທຸລະກິດ ກໍຄືຜູ້ລົງທຶນ. ກອງປະຊຸມດັ່ງກ່າວນີ້, ເຖິງວ່າບໍ່ໄດ້ໃຊ້ເວລາກະກຽມດົນປານໃດ ແຕ່ດ້ວຍເຈຕະນາ ແລະ ຄວາມຕັ້ງໃຈຂອງພາກລັດ ແລະ ພາກທຸລະກິດ ລາວ – ຝຣັ່ງ ທີ່ຢາກລິເລີ່ມໃຫ້ມີເວທີ ເພື່ອການແລກປ່ຽນ, ຟັງຄຳຄິດເຫັນ, ສ້າງເງື່ອນໄຂ ແລະ ກາລະໂອກາດ ເພື່ອດຶງດູດການຮ່ວມມື ແລະ ການລົງທຶນຈາກຝຣັ່ງ ແລະ ປະເທດອື່ນໆໃຫ້ຫຼາຍຂຶ້ນ ຈະໄດ້ຮັບໝາກຜົນເປັນຢ່າງດີແນ່ນອນ ເພື່ອເຮັດໃຫ້ໝາກຜົນຂອງກອງປະຊຸມໃນຄັ້ງນີ້ມີຄຸນຄ່າສູງຂຶ້ນ ຂ້າພະເຈົ້າສະເໜີໃຫ້ ສຄອຊ ສັງລວມເນື້ອໃນສຳຄັນ, ຄຳຄິດເຫັນ ຫຼື ຄຳແນະນຳຈາກກອງປະຊຸມໃຫ້ແກ່ພາກລັດ ເພື່ອໃຫ້ ກະຊວງ ອຄ ນຳເອົາໄປຄົ້ນຄວ້າ ແລະ ສະເໜີຕໍ່ລັດຖະບານ.

ທ່ານ ໂອລີເວຍ ເບຈ ( Olivier Becht ) ກ່າວບາງຕອນວ່າ: ເພື່ອສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການພົວພັນທາງການທູດລະຫວ່າງ ຝຣັ່ງ – ລາວ ເຊິ່ງຜ່ານມາ 2 ລັດຖະບານກໍໄດ້ມີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍດ້ານ, ໃນນັ້ນລວມມີການຮ່ວມມືດ້ານການຄ້າ ແລະ ການລົງທຶນຢູ່ ສປປ ລາວ. ກອງປະຊຸມດັ່ງກ່າວນີ້ ນອກຈາກຈະເປັນການນຳສະເໜີສະພາບການຄ້າ – ການລົງທຶນ ຢູ່ ສປປ ລາວ ແລ້ວ ຍັງເປັນເວທີໜຶ່ງເພື່ອຊ່ວຍໃຫ້ນັກທຸລະກິດ ຝຣັ່ງ ແລະ ລາວ ໄດ້ມີການພົບປະ, ແລກປ່ຽນບັນຫາ, ກາລະໂອກາດໃນການດຳເນີນທຸລະກິດ ແລະ ສ້າງໂອກາດໃໝ່ໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນຮ່ວມກັນອີກດ້ວຍ.

ງານສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການພົວພັນທາງການທູດລະຫວ່າງ ຝຣັ່ງ – ລາວ ແມ່ນຈັດຂຶ້ນລະຫວ່າງວັນທີ 8 – 10 ພະຈິກ 2023 ນີ້, ຢ່າພາດເວທີສົນທະນາເສດຖະກິດ ຝຣັ່ງ – ລາວ ທີ່ຈະສະເຫຼີມສະຫຼອງ 70 ປີ ແຫ່ງການພົວພັນທາງການທູດ ລະຫວ່າງຝຣັ່ງ ແລະ ລາວ ທີ່ເປັນການຊຸກຍູ້ການແລກປ່ຽນ, ການຮ່ວມມື ແລະ ເປີດທັດສະນະໃໝ່ສຳລັບອະນາຄົດ ພ້ອມທັງຍົກໃຫ້ເຫັນປະຫວັດການຮ່ວມມືຢ່າງແໜ້ນແຟ້ນ.

ໃນກອງປະຊຸມຍັງມີເວທີປາໄສ ຫຼື ສົນທະນາດ້ານເສດຖະກິດ ຝຣັ່ງ – ລາວ ໂດຍຈະຈັດຂຶ້ນສອງມື້ ແລະ ສອງແຂວງ ດ້ວຍກັນ ເຊິ່ງຢູ່ນະຄອນຫຼວງ ວຽງຈັນ ແມ່ນຈະຈັດຂຶ້ນໃນວັນທີ 8 ແລະ 9 ພະຈິກ ໃນເວລາ 8:30 – 17:00 ໂມງ ທີ່ໂຮງແຮມລາວພລາຊາ ແລະ ແຂວງສະຫວັນນະເຂດ ໃນວັນທີ 10 ພະຈິກ ເວລາ 8:30 – 17:00 ໂມງທີ່ສະຫວັນພາກ ( Savan Park ).