ສຳມະນາ “ ຫັດຖະກໍາຕິດພັນການທ່ອງທ່ຽວ ”

60

ກົມອຸດສາຫະກຳ ແລະ ຫັດຖະກໍາ ໄດ້ຈັດເວທີສົນທະນາ ໃນຫົວຂໍ້ “ ຫັດຖະກໍາຕິດພັນກັບການທ່ອງທ່ຽວ ” ໂດຍການເປັນປະທານຂອງ ທ່ານ ຄໍານ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ     ( ອຄ ).

ເຂົ້າຮ່ວມການສົນທະນາມີ ທ່ານ ປອ. ທະນູສອນ ວົງ ປຣະເສີດ ຫົວໜ້າພາກວິຊາອອກແບບຜະລິດຕະພັນ ຕົກແຕ່ງ ຄະນະສະຖາປັດຕະຍະກຳ ມະຫາວິທະຍາໄລແຫ່ງຊາດ,

ທ່ານ ນາງ ລານີ ສາຍວົງວານ ວິຊາການພັດທະນາສິນຄ້າ ກົມສົ່ງເສີມການຄ້າ ກະຊວງ ອຄ, ທ່ານ ນາງ ມະນີຈັນ ຜັນຫວາດວົງສຸກ ຜູ້ອໍານວຍການ ບໍລິສັດ ທ່ອງທ່ຽວເອັມພີທົວ ຄະນະບໍລິຫານງານສະມາຄົມທຸລະກິດທ່ອງທ່ຽວລາວ ແລະ ທ່ານ ນາງ ລໍາມາ ແກ້ວວົງສາ ຮອງອໍານວຍການຝ່າຍບັນຊີການເງິນ ສູນສົ່ງເສີມຫັດຖະກໍາຄໍາພູວົງ, ດໍາເນີນການສົນທະນາໂດຍ ທ່ານ ນາງ ຈັນທະໜອມ ສຸຂະເສີມ ຫົວໜ້າພະແນກຫັດຖະກໍາກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຄ.

ທ່ານ ຄໍານ້ອຍ ຈັນເພັງໄຊ ກ່າວເປີດງານວ່າ: ວຽກງານຫັດຖະກຳ ເປັນໜຶ່ງໃນແຜນວຽກຈຸດສຸມຂອງແຜນພັດທະນາອຸດສາຫະກຳ ແລະ ການຄ້າ 2021 – 2025 ໂດຍແນໃສ່ສົ່ງເສີມ ແລະ ພັດທະນາ, ອະນຸຮັກ, ສະຫງວນ ແລະ ປົກປັກຮັກສາຫັດຖະກຳລາວ. ພ້ອມກັນນີ້, ກໍເປັນການສ້າງວຽກເຮັດງານທຳແກ່ປະຊາຊົນບັນດາເຜົ່າ, ການສ້າງລາຍຮັບແກ່ຊຸມຊົນ, ຄຽງຄູ່ກັບການອະນຸຮັກວັດທະນະ  ທຳ, ຮັກສາພູມປັນຍາທ້ອງຖິ່ນ ສົ່ງເສີມຫົວຄິດປະດິດສ້າງຂອງຊາວຊ່າງຫັດຖະກຳ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຜະລິດ ຫຼື ຜູ້ປະກອບການໃນຂະແໜງຫັດຖະກຳ.

ປີນີ້ເປັນປີທີ່ປະຊາກອນໃນທົ່ວໂລກ ໄດ້ປະເຊີນກັບເສດຖະກິດທີ່ມີທ່າອ່ຽງສັບສົນ ເຊັ່ນ: ລາຄານໍ້າມັນແພງ, ເຄື່ອງອຸປະໂພກ – ບໍລິໂພກແພງ ເຊິ່ງໄດ້ສ້າງຜົນກະທົບຕໍ່ເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ກໍຄືເສດຖະກິດຂອງປະເທດລາວຢ່າງໜັກໜ່ວງ; ສະນັ້ນ ພາກລັດ, ອົງການຈັດຕັ້ງສາກົນຕ່າງໆ ແລະ ພາກທຸລະກິດ ຈຶ່ງໄດ້ຫາທຸກວິທີທາງເພື່ອແກ້ໄຂ ແລະ ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດໄດ້ດຳເນີນກິດຈະການຢ່າງເປັນປົກກະຕິ.

 

ສຳລັບຂະແໜງຫັດຖະກຳ ລັດຖະບານ ກໍໄດ້ໃຫ້ນະໂຍບາຍ ແລະ ເຫັນໄດ້ເຖິງຄວາມໝາຍສຳຄັນ ໂດຍໄດ້ຄັດເລືອກໃຫ້ເປັນຂະແໜງບຸລິມະສິດທີ 3 ນອກຈາກຂະແໜງ ITC ແລະ ຂະແໜງທ່ອງທ່ຽວ ເຊິ່ງໄດ້ຮັບການປະເມີນ ແລະ ວິເຄາະດ້ານການຕະຫຼາດພາຍໃນ ແລະ ຕ່າງປະເທດ ໃນຕົ້ນປີ 2022 ນີ້ ສຳລັບຜະລິດຕະພັນຫັດຖະກຳລາວ ໂດຍຜູ້ຊ່ຽວຊານສະເພາະດ້ານ; ຜົນການວິເຄາະເຫັນວ່າຂະແໜງຫັດຖະກຳ ຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ຂໍ້ຈຳກັດດ້ານການສົ່ງອອກ, ດ້ານຜະລິດຕະພັນ ແລະ ດ້ານການຕະຫຼາດ.

ດັ່ງນັ້ນ, ການຈັດສໍາມະນາຫັດຖະກຳຕິດພັນກັບການທ່ອງທ່ຽວໃນຄັ້ງນີ້ ກໍເພື່ອເປັນການຕອບໂຈດຈາກການວິເຄາະທີ່ໄດ້ກ່າວມາຂ້າງເທິງ ເພື່ອໃຫ້ຫົວ ໜ່ວຍຫັດຖະກຳໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການເປີດຕະຫຼາດອີກແຫ່ງໜຶ່ງ ໂດຍໃຫ້ຕະຫຼາດດັ່ງກ່າວຕິດແໜ້ນກັບການທ່ອງທ່ຽວ ເພາະມີການທ່ອງທ່ຽວຢູ່ໃສ ກໍຈະເກີດໃຫ້ມີການບໍລິການ ແລະ ການແລກປ່ຽນ ຊື້ – ຂາຍຢູ່ບ່ອນນັ້ນ. ອີກດ້ານໜຶ່ງ ກໍເພື່ອເປັນການຊຸກຍູ້ສົ່ງເສີມ ແລະ ພັດທະນາຜະລິດຕະພັນຫັດຖະກຳໃຫ້ມີຄວາມຍືນຍົງ