ການຂຸດຄົ້ນແຮ່ທາດ ຄວນຢຸດອະນຸຍາດທົດລອງ ຫັນເຂົ້າສູ່ກົນໄກປົກກະຕິ

101

ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 8 ພະຈິກ 2023 ຕໍ່ຄໍາຖາມ: ການປັບປຸງໂຄງການຂັ້ນຕອນຂຸດຄົ້ນແຮ່ທາດໃນໄລຍະທົດລອງຕາມວາລະແຫ່ງຊາດ ມາເປັນໂຄງການຂຸດຄົ້ນແຮ່ທາດແບບປົກກະຕິ ຈະກໍານົດ ແລະ ແກ້ໄຂຄືແນວໃດ ເປັນຕົ້ນໃນກໍລະນີຜູ້ພັດທະນາໂຄງການໄດ້ດໍາເນີນຖືກຕ້ອງຕາມລະບຽບການທີ່ວາງອອກ ແລະ ໄດ້ຈ່າຍເງິນຄໍ້າປະກັນຄົບຖ້ວນແລ້ວ?.

ທ່ານລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຊີ້ແຈງວ່າ: ໂຄງການທົດລອງທັງໝົດ ແມ່ນເປັນໂຄງການທີ່ມີເນື້ອທີ່ອະນຸຍາດໜ້ອຍ ແລະ ອາຍຸການອະນຸຍາດຂຸດຄົ້ນຕາມສັນຍາສ່ວນໃຫຍ່ບໍ່ເກີນ 3 ປີ ເມື່ອອີງໃສ່ຂໍ້ມູນທາງດ້ານເຕັກນິກ ແລະ ຂໍ້ມູນການຈັດຕັ້ງປະຕິບັດມາເຖິງປັດຈຸບັນ ເຫັນວ່າ ຫີນມາໂບ ແມ່ນບໍ່ມີ ຄວາມເປັນເສດຖະກິດໃນການພັດທະນາແບບທົດລອງ, ແຮ່ຄໍາເຄົ້າບໍ່ມີຄວາມຄືບໜ້າ ມີພຽງແຮ່ເຫຼັກ ແລະ ແຮ່ຫາຍາກ ທີ່ມີການຂຸດຄົ້ນ ແລະ ຈໍາໜ່າຍ. ສໍາລັບແຮ່ຄໍາຕົກຂ້ອນ ແມ່ນຈະສໍາເລັດກ່ອນໄລຍະທີ່ໄດ້ຮັບອະນຸຍາດ ແຕ່ກໍມີສະພາບຂໍຍ້າຍເຂດ, ເຄື່ອນໄຫວເກີນຂອບເຂດອະນຸຍາດ ແລະ ການຕິດຕາມຜົນຜະລິດ ເພື່ອແບ່ງປັນຜົນປະໂຫຍດໃຫ້ລັດຖະບານຍັງເຮັດບໍ່ໄດ້ເທົ່າທີ່ຄວນ.

 

ໃນນີ້, ແຮ່ເຫຼັກມີ 37 ບໍລິສັດເຂົ້າລົງທຶນ, ດ້ານເຕັກນິກ – ວິຊາການ ສະເໜີປະຕິບັດຕາມຂັ້ນຕອນຂອງໂຄງການທີ່ດໍາເນີນໃນຮູບແບບປົກກະຕິ ສ່ວນການເກັບພັນທະທາງດ້ານການເງິນ ເພື່ອບໍ່ເປັນການເອົາປຽບຜູ້ລົງທຶນ ແລະ ເປັນການສົ່ງເສີມໃຫ້ບໍລິສັດສາມາດຈໍາໜ່າຍຜະລິດຕະພັນແຮ່ທາດໄດ້ ໃນໄລຍະທີ່ລາຄາແຮ່ທາດຫຼຸດລົງ ແລະ ສ້າງລາຍຮັບໃຫ້ລັດຖະບານຫຼາຍຂຶ້ນໃນເວລາແຮ່ທາດມີການປັບໂຕສູງຂຶ້ນ ສະເໜີຈັດເກັບແບບທຽບຖານ ໃນອັດຕາ 27% ຂອງລາຄາແຮ່ເຫຼັກໃນຕະຫຼາດສາກົນ ໂດຍບໍ່ຫັກລົບຕົ້ນທຶນໃດໆ. ແຕ່ໃຫ້ມີການຫັກລົບຄວາມຊຸ່ມຕາມສະພາບຄວາມເປັນຈິງ.

ທິດທາງຕໍ່ໜ້າການຂຸດຄົ້ນແຮ່ເຫຼັກ ແມ່ນຈະໄດ້ປະເມີນຄືນຕາມແຫຼ່ງແຮ່ທີ່ຍັງເຫຼືອ ເພື່ອກ້າວສູ່ຂັ້ນຕອນປົກກະຕິ ແຕ່ຕ້ອງໄດ້ໄລ່ລຽງພັນທະທາງດ້ານການເງິນຄືນ ສົມທົບກັບກະຊວງການເງິນ.

ສ່ວນຫີນມາໂບ ມີ 2 ບໍລິສັດ ເຫັນຄວນໃຫ້ຢຸດຕິການອອກອະນຸຍາດໂຄງການທົດລອງໃໝ່, ສ່ວນໂຄງການໃດສິ້ນສຸດສັນຍາ ແມ່ນຫັນເຂົ້າສູ່ກົນໄກປົກກະຕິ ຕາມຂັ້ນຕອນກົດໝາຍວ່າດ້ວຍ ແຮ່ທາດກໍານົດໄວ້ ເນື່ອງຈາກເປັນແຮ່ທີ່ມີບໍລິມາດຫຼາຍ, ລາຄາຕໍ່າ, ຕະຫຼາດຈໍາໜ່າຍຍັງແຄບ ແລະ ຜະລິດຕະພັນຢູ່ລາວຍັງບໍ່ເປັນທີ່ນິຍົມເທື່ອ. ສະເໜີລັດຖະບານຫຼຸດຜ່ອນການສົ່ງອອກ ແລະ ຊຸກຍູ້ສົ່ງເສີມໃຫ້ມີການຊົມໃຊ້ພາຍໃນ ໂດຍສະເພາະໂຄງການລົງທຶນກໍ່ສ້າງຫ້ອງການ, ອາຄານຂອງລັດຖະບານ.

ຄໍາຕົກຂ້ອນ ມີ 31 ບໍລິສັດ ທຸກໆບໍລິສັດເມື່ອຮອດກໍານົດສິ້ນສຸດສັນຍາສໍາປະທານບໍ່ເຫັນຄວນໃຫ້ສືບຕໍ່ ເນື່ອງຈາກວ່າບໍ່ມີປະສິດທິພາບ, ສ້າງຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ມີຜົນກະທົບກັບສິ່ງແວດລ້ອມສູງ. ໃນກໍລະນີລັດຖະບານມີນະໂຍບາຍພັດທະນາແຮ່ທາດດັ່ງກ່າວ ສະເໜີມອບສິດໃຫ້ອົງການປົກຄອງທ້ອງຖິ່ນເປັນຜູ້ເຊັນສັນຍາ ແລະ ຄຸ້ມຄອງຕິດຕາມກວດກາ ພ້ອມທັງເປັນເຈົ້າການແກ້ໄຂບັນຫາທີ່ເກີດຂຶ້ນຢ່າງຂາດຕົວ.

ຄໍາເຄົ້າ ມີ 9 ບໍລິສັດ ເຫັນຄວນໃຫ້ຫັນເຂົ້າສູ່ກົນໄກປົກກະຕິ ຕາມຂັ້ນຕອນທີ່ກົດໝາຍກໍານົດໄວ້ ເນື່ອງຈາກເປັນແຮ່ທີ່ມີໂຄງສ້າງສັບສົນ, ເຕັກນິກການຂຸດຄົ້ນ – ປຸງແຕ່ງ ຕ້ອງໄດ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ຈຶ່ງສາມາດເກັບກູ້ຜົນຜະລິດໄດ້ຢ່າງມີປະສິດທິຜົນສູງ ແລະ ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ. ສ່ວນການຈັດເກັບພັນທະທາງດ້ານການເງິນ ສະເໜີໃຫ້ປະຕິບັດຄືເກົ່າ.

ແຮ່ທາດຫາຍາກ ມີ 13 ບໍລິສັດ ເຫັນວ່າໄດ້ອອກອະນຸຍາດຫຼາຍເກີນໄປ, ຄວນໃຫ້ຢຸດຕິການອອກອະນຸຍາດໂຄງການທົດລອງ ແລະ ໂຄງການຊອກຄົ້ນ – ສໍາຫຼວດໃໝ່ ເນື່ອງຈາກເປັນແຮ່ທາດໃໝ່ ນິຕິກໍາ ແລະ ວິຊາການສະເພາະດ້ານໃນການຄຸ້ມຄອງຍັງບໍ່ພຽງພໍ ປະສົບການຄຸ້ມຄອງຍັງມີຈໍາກັດ ແລະ ຕ້ອງໄດ້ອາໄສສຶກສາຢ່າງລະອຽດ. ພ້ອມນັ້ນ, ກໍເຫັນຄວນໃຫ້ມີການດັດສົມ ເພື່ອບໍ່ໃຫ້ເກີນ 15 ໂຄງການ.