ການປ່ຽນແປງດິນຟ້າອາກາດ

28

ປີນີ້ດິນຟ້າອາກາດປ່ຽນແປງຫຼາຍກວ່າທຸກປີ ເປັນຕົ້ນແມ່ນລົມມໍລະສຸມເຮັດໃຫ້ເກີດຝົນຕົກໜັກ; ພາຍຸຖະຫຼົ່ມ, ໄຟໄໝ້ປ່າ ແລະ ປາກົດການທຳມະຊາດທີ່ຮ້າຍແຮງແບບບໍ່ເຄີຍມີ ໄດ້ປາກົດຂຶ້ນໃນທົ່ວໂລກ.

ຢືນຕໍ່ໜ້າສະພາບການດັ່ງກ່າວນີ້ ຊາວໂລກກໍມີຄວາມພະຍາຍາມຈະເອົາຊະນະທຳມະຊາດ ແຕ່ຕ້ອງຍອມຮັບວ່າມັນບໍ່ແມ່ນເລື່ອງງ່າຍ ເພາະວ່າມະນຸດໄດ້ທຳລາຍທຳມະຊາດ.

ຜູ້ຂຽນຂໍນຳເອົາບົດວິເຄາະຈາກ VOV WORLD ສະບັບອອນລາຍລົງວັນທີ 2 ຕຸລາ 2023 ພາຍໃຕ້ຫົວຂໍ້:.. “ ເພີ່ມທະວີການກະທຳຕ້ານການປ່ຽນແປງດິນຟ້າອາກາດ.. ” ມາສະເໜີຕໍ່ເພື່ອນຜູ້ອ່ານດັ່ງນີ້:

ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ແລະ ພະລັງງານ, ກ່ອນທີ່ດໍາເນີນກອງປະຊຸມ ຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ( COP28 ) ເຊິ່ງຈັດຂຶ້ນໃນວັນທີ 2 ຕຸລາ, ຢູ່ Madrid ( ປະເທດແອັດສະປາຍ ).

ໂດຍໄດ້ດໍາເນີນໃນສະພາບການທີ່ໄລຍະມໍ່ໆມານີ້, ສປຊ ໄດ້ກ່າວເຕືອນບັນດາປະເທດພວມຊັກຊ້າໃນການປະຕິບັດບັນດາຄໍາໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາປະເທດ ພ້ອມກັນຢໍ້າຄືນບັນດາຄໍາໝັ້ນສັນຍາ ແລະ ເພີ່ມທະວີການກະທໍາ, ສະກັດກັ້ນສະພາບໜ່ວຍໂລກອຸ່ນຂຶ້ນ.

ກອງປະຊຸມນີ້ມີການເຂົ້າຮ່ວມຂອງລັດຖະມົນຕີ ແລະ ບັນດາການນໍາໂລກ ກ່ຽວກັບຂົງເຂດສິ່ງແວດລ້ອມ ແລະ ພະລັງງານປະມານ 40 ທ່ານ. ບັນດາບັນຫາ ຄື: ການລົງທຶນເຂົ້າພະລັງງານທົດແທນ, ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດພວມພັດທະນາ ເພື່ອຫຼຸດຜ່ອນການປ່ອຍອາຍພິດ, ສິ່ງເສດເຫຼືອ, ພັດທະນາພະລັງງານສະອາດ… ແມ່ນຈຸດສຸມຂອງກອງປະຊຸມ.

ຫຼາຍແນວຄວາມຄິດແທດຈິງ

ກອງປະຊຸມໄດ້ເຫັນດີເປັນເອກະພາບ ກ່ຽວກັບແນວ ຄວາມຄິດສ້າງສະຫະພັນສາກົນ ລົບລ້າງບັນດາຮູບແບບໜູນຊ່ວຍ ແລະ ໃຫ້ບຸລິມະສິດດ້ານພາສີໃຫ້ແກ່ພະລັງງານເຊື້ອໄຟ ຟອກຊິວ. ແນວຄວາມຄິດນີ້ໂດຍ ທ່ານ Rob Jetten ລັດຖະມົນຕີດິນຟ້າອາກາດ ໂຮນລັງ ສະເໜີ ແລະ ລັດຖະບານໂຮນລັງ ຈະຂົນຂວາຍຕັ້ງໜ້າເພື່ອໃຫ້ສໍາພັນທະມິດນີ້ໄດ້ສະເໜີຕົວໃນໄວໆນີ້, ກ່ອນຈຸດເວລາດໍາເນີນກອງປະຊຸມ COP 28, ຄາດວ່າຈະດໍາເນີນແຕ່ວັນທີ 30 ພະຈິກ ຮອດວັນທີ 12 ທັນວາ ຢູ່ Dubai ( ສະຫະລັດອາຣັບ ເອເມເລັດ ( UAE )).

ທ່ານ ປອ. Fatih Birol ຜູ້ອໍານວຍການບໍລິຫານຂອງອົງການພະລັງງານສາກົນ ( IEA ) ໄດ້ເນັ້ນໜັກຄວາມສໍາຄັນຂອງການໃຫ້ຄໍາໝັ້ນສັນຍາຂອງບັນດາຝ່າຍກ່ຽວຂ້ອງເຖິງແນວຄວາມຄິດນີ້. ທ່ານ Fatih Birol ຖືວ່າການສ້າງຂັ້ນຕອນລະອຽດເພື່ອຍຸບເລີກພະລັງງານເຊື້ອໄຟຟອກຊິວ ແມ່ນ 1 ໃນຈໍານວນ 5 ເງື່ອນໄຂຕັດສິນວ່າ: ກອງປະຊຸມສຸດຍອດ COP 28 ຈະມາເຖິງບັນລຸຜົນສໍາເລັດ ຫຼື ບໍ່? ບັນດາເງື່ອນໄຂຍັງເຫຼືອແມ່ນເພີ່ມການລົງທຶນໃຫ້ພະລັງງານທົດແທນຂຶ້ນທົບ 3 ເທົ່າ, ເພີ່ມປະສິດທິພາບການນໍາໃຊ້ພະລັງງານທົບສອງເທົ່າ, ຫຼຸດຜ່ອນຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ສ້າງກົນໄກໜູນຊ່ວຍດ້ານການເງິນໃຫ້ແກ່ພະລັງງານສີຂຽວຢູ່ບັນດາປະເທດພວມພັດທະນາ.

ທ່ານ ນາງ Teresa Ribera ລັດຖະມົນຕີພະລັງງານແອັດສະປາຍ ປະເທດເຈົ້າພາບຈັດກອງປະຊຸມ ທັງເປັນປະເທດພວມດໍາລົງຕໍາແໜ່ງເປັນປະທານໝູນວຽນຂອງສະພາເອີຣົບ ໃຫ້ຮູ້ວ່າ: ເລື່ອງສ້າງຕັ້ງສະຫະພັນຍຸບເລີກບັນດາບຸລິມະສິດທີ່ສະຫງວນໃຫ້ແກ່ພະລັງງານເຊື້ອໄຟຟອກຊິວຈະແມ່ນບາດກ້າວທໍາອິດ.

ກ່ອນໜ້ານັ້ນ, ທີ່ກອງປະຊຸມຂອງຂະແໜງນໍ້າມັນອາຍແກ໊ສ ຈັດຂຶ້ນຢູ່ນະຄອນຫຼວງ Abu Dhabi ຂອງສະຫະລັດອາຣັບ ເອເມເລັດ ( UAE ) ໂດຍທ່ານ Sultan al – Jaber ປະທານ COP 28 ເປັນປະທານນັ້ນ, ບໍລິສັດ ນໍ້າມັນອາຍແກັດທົ່ວໂລກ ກວ່າ 20 ແຫ່ງ ໄດ້ຕອບສະໜອງຢ່າງຕັ້ງໜ້າຄໍາຮຽກຮ້ອງມຸ່ງໄປເຖິງເປົ້າໝາຍຮອດປີ 2050 ບັນລຸລະດັບການປ່ອຍອາຍພິດລົງລະດັບ 0 ແລະ ການປ່ອຍ methane ເກືອບເປັນລະດັບ 0 ໃນປີ 2030. ທີ່ກອງປະຊຸມສຸດຍອດກ່ຽວກັບອາຟຣິກກາ ກ່ຽວກັບດິນຟ້າອາກາດໃນເດືອນກັນຍາ ຢູ່ Kenya, UAE ກໍໄດ້ໃຫ້ຄໍາໝັ້ນສັນຍາລົງທຶນຈໍານວນເງິນ 4,5 ຕື້ໂດລາສະຫະລັດ ເພື່ອຜະລິດ 15 GW ( gigawat ) ພະລັງງານສະອາດໃນປີ 2030 ຢູ່ອາຟຣິກກາ.

ຍັງມີສິ່ງກີດຂວາງຫຼາຍຢ່າງ

ຕາມສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຮັບຮອງເອົາທີ່ COP21 ( ປີ 2015 ຢູ່ປາຣີ ), 195 ປະເທດສະມາຊິກເຫັນດີເປັນເອກະພາບຈໍາກັດລະດັບເພີ່ມອຸນຫະພູມຂອງໜ່ວຍໂລກບໍ່ເກີນ 2 ອົງສາ C ເມື່ອທຽບໃສ່ໄລຍະກ່ອນການປະຕິວັດອຸດສາຫະກໍາ ( ໃນຊຸມປີ 50 ຂອງສະຕະວັດທີ 19 ), ພະຍາຍາມນໍາຕົວເລກນີ້ກັບຄືນສູ່ລະດັບ 1,5 ອົງສາ C.

ນັບແຕ່ນັ້ນມາຮອດປັດຈຸບັນ, ບັນດາປະເທດພວມມີ ຄວາມກ້າວໜ້າຫຼາຍກວ່າໃນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ. ແຕ່ເຖິງຢ່າງໃດກໍຕາມ, ໃນສະພາບຕົວຈິງແລ້ວ ພາຍຫຼັງໄດ້ຫຼຸດລົງໜ້ອຍໜຶ່ງໃນໄລຍະເກີດພະຍາດລະບາດໂຄວິດ – 19, ສະພາບການປ່ອຍອາຍພິດໄດ້ເພີ່ມຂຶ້ນຄືນໃໝ່. ໃນປີ 2022, ລະດັບການປ່ອຍອາຍພິດເຮືອນແກ້ວໄດ້ຮັບຮູ້ໃນລະດັບສູງສະຖິຕິໃນປະຫວັດສາດ, ສູງກວ່າ 50% ເມື່ອທຽບໃສ່ໄລຍະກ່ອນການປະຕິວັດອຸດສາຫະກໍາ ລະດັບການປ່ອຍອາຍພິດຈາກຂະແໜງພະລັງງານບັນລຸລະດັບສະຖິຕິໃໝ່ແມ່ນບັນລຸປະລິມານ CO2 37 ຕື້ໂຕນ ໃນປີ 2022.

ເພື່ອນໍາລະດັບປ່ອຍອາຍພິດລົງລະດັບ 0 ໃນປີ 2050, ແຕ່ນີ້ຮອດທ້າຍທົດສະວັດນີ້ ລະດັບປ່ອຍອາຍພິດຈາກຖ່ານຫີນກໍຕ້ອງຫຼຸດລົງປະມານ 67 – 82%, ລະດັບການຫັນປ່ຽນນໍາໃຊ້ພະລັງງານສະອາດກວ່າ ຄວນໄວກວ່າທົບ 6 ເທົ່າ, ບັນຫາຕົ້ນຕໍ່ອື່ນອີກ ແມ່ນເຮັດແນວໃດເພື່ອໃຫ້ບັນດາປະເທດມີ ຄວາມສ່ຽງສູງກວ່າເພິ່ນສາມາດກະກຽມຢ່າງດີກວ່າໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ແຕ່ເຖິງຢ່າງໃດກໍຕາມ, ປັດຈຸບັນບັນດາປະເທດພວມຖືກແບ່ງແຍກ ລະ ຫວ່າງຝ່າຍຮຽກຮ້ອງຕ້ອງມີຂໍ້ຕົກລົງ ເພື່ອຄ່ອຍໆລົບລ້າງພະລັງງານເຊື້ອໄຟຟອກຊິວ ເຊິ່ງໄດ້ເຮັດໃຫ້ໜ່ວຍໂລກອຸ່ນຂຶ້ນ ແລະ ຝ່າຍໜຶ່ງແມ່ນບັນດາປະເທດເດັດດ່ຽວໄດ້ຮັກສາບົດບາດຂອງຖ່ານຫີນ, ນໍ້າມັນ ແລະ ອາຍແກັດທໍາມະຊາດ. ດັ່ງນັ້ນ, ບັນດາໝາກຜົນບັນລຸໄດ້ທີ່ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ແລະ ພະລັງງານຢູ່ແອັດສະປາຍ ໄດ້ປະກອບສຽງເວົ້າໃຫ້ແກ່ບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ, ຮຽກຮ້ອງບັນດາປະເທດ ພ້ອມກັນເພີ່ມທະວີການກະທໍາ, ສະກັດກັ້ນສະພາບອຸ່ນຂຶ້ນຂອງໜ່ວຍໂລກ…

ສະເໜີເພື່ອໃຫ້ຜູ້ອ່ານກຳໄດ້ນໍ?.

( ຈົບ )