ສ້າງໃໝ່ອາຄານສອນພາສາຈີນ ສະຖາບັນຂົງຈື ທີ່ສຸພານຸວົງ

119

ຫຼາຍປີມານີ້ຕ້ອງຍອມຮັບວ່າພາສາຈີນມາແຮງແຊງໜ້າໄປຕິກໆ ຜູ້ຄົນນິຍົມຮຽນພາສາຈີນນັບມື້ເພີ່ມຂຶ້ນ ຍ້ອນ ສປ ຈີນມີການລົງທຶນຢູ່ລາວຫຼາຍ ແລະພາສາຈີນກໍ່ເປັນພາສາທີ່ຖືກນຳໃຊ້ຢ່າງແຜ່ຫຼາຍຢູ່ຫຼາຍປະເທດ, ຊຶ່ງໃນນັ້ນ ສະຖາບັນຂົງຈື້ນັບວ່າເປັນຈຸດສູນກາງສອນພາສາຈີນທີ່ໜ້າສົນໃຈ ແຖມລາຄາກໍ່ຢູ່ໃນເກນທີ່ຈັບຕ້ອງໄດ້ຈຶ່ງມີຜູ້ສະມັກລົ້ນຕົວເລກທີ່ຕ້ອງການໃນທຸກໆຄັ້ງທີ່ປະກາດຮັບສະໝັກ.

May be an image of 6 people, people studying, lighting, indoors and text
ສະນັ້ນ ເພື່ອຕອບສະໜອງຄວາມຕ້ອງການຮຽນພາສາຈີນທີ່ເພີ່ມຂຶ້ນຂອງນ້ອງນັກສຶກສາລາວ ໃນວັນທີ 4 ພະຈິກ 2023 ນີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ໄດ້ຈັດພິທີວາງສີລາລຶກສ້າງສະຖາບັນຂົງຈື້ຫຼັງໃໝ່ຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ຮສ ປອ ພຸດ ສິມ ມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ຈາງເສີຜິງ ຫົວໜ້າກົງສູນໃຫຍ່ ສປຈີນ ປະຈຳແຂວງຫຼວງພະບາງ, ມີຄະນະບໍດີ, ແຂກຖືກເຊີນ ແລະຄູ-ອາຈານເຂົ້າຮ່ວມ.

May be an image of 13 people
ຫົວໜ້າສະຖາບັນຂົງຈືຝ່າຍຈີນ ກ່າວວ່າ: ສະຖາບັນຂົງຈືສ້າງຂຶ້ນຢູ່ມະຫາວິທະຍາໄລສຸພານຸວົງໄດ້ 5 ປີແລ້ວ ໂດຍໄດ້ຮັບການສະໜັບສະໜູນຈາກ ສະຖານກົງສູນໃຫຍ່ ສປຈີນ ປະຈຳແຂວງຫຼວງພະບາງ ກໍຄືກະຊວງສຶກສາທິການ ແລະກິລາຂອງລາວ, ສະຖາບັນຂົງຈື້ແມ່ນໄດ້ປະກອບສ່ວນເຜີຍແຜ່ວັດທະນະທຳຈີນ ແລະເຮັດໃຫ້ປະຊາຊົນລາວເຂົ້າໃຈວັດທະນະທຳຈີນຫຼາຍຂຶ້ນ, ສົ່ງເສີມການແລກປ່ຽນວັດທະນທຳລາວ-ຈີນ ແລະສ້າງບຸກຄະລາກອນລາວດ້ານພາສາຈີນອອກຮັບໃຊ້ສັງຄົມ, ຮອດປັດຈຸບັນມີ 4.000 ກວ່າຄົນທີ່ໄດ້ເຂົ້າຮ່ວມກິດຈະກຳການຮຽນ-ການສອນ ແລະແລກປ່ຽນວັດທະນະທຳ ທີ່ສະຖາບັນຂົງຈືຈັດຂຶ້ນ ແລະອີກ 2.000 ກວ່າຄົນໄດ້ເຂົ້າຮ່ວມການສອບເສັງວັດລະດັບ HSK ໂດຍສະເພາະແມ່ນ 8 ແຂວງພາກເໜືອຂອງລາວ.

May be an image of 1 person, dais and text

ນອກນັ້ນສະຖາບັນຂົງຈືຍັງໄດ້ຮ່ວມມືການສ້າງຫ້ອງຮຽນພາສາຈີນຢູ່ ວິທະຍາໄລກະສິກຳ ແລະປ່າໄມ້ພາກເໜືອ, ວິທະຍາໄລການເງິນພາກເໜືອ, ວິທະຍາໄລວິທະຍາສາດສຸຂະພາບຫຼວງພະບາງ, ໂຮງຮຽນພັດທະນາ, ສູນຄຸ້ມຄອງ ແລະບຳລຸງຮັກສາເສັ້ນທາງລົດໄຟລາວ-ຈີນ ແລະອື່ນໆ.

May be an image of 12 peopleທ່ານຍັງເວົ້າຕື່ມວ່າ: ການວາງສີລາລຶກໃນມື້ນີ້ ເປັນຂີດໝາຍສຳຄັນຂອງສະຖາບັນຂົງຈື່ ທີ່ຈະໄດ້ພັດທະນາ ແລະສ້າງບຸກຄະລາກອນພາສາຈີນຂອງລາວໃຫ້ມີຄວາມກ້າວໜ້າ. ທັງເປັນເວທີສ້າງຊື່ສຽງພາສາຈີນ ແລະສົ່ງເສີມການແລກປ່ຽນວັດທະນະທຳລາວ-ຈີນໃຫ້ຫຼາຍຂຶ້ນຕື່ມອີກ.

May be an image of 7 people and text
ພາບ-ຂ່າວໂດ: Media laos