ວຽກງານການເງິນແຕ່ນີ້ຮອດ 2025 ຈະໄປໃນທິດທາງໃດ ນີ້ຄືຄຳຕອບ

584

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອວັນທີ 31 ຕຸລາ 2023 ກ່ຽວກັບທິດທາງ ແລະ ຄາດໝາຍສູ້ຊົນ ທ້າຍສະໄໝຮອດ 2025 ຂອງວຽກງານການເງິນວ່າ: ສືບຕໍ່ສູ້ຊົນປະຕິບັດໄປຕາມທິດທາງລວມ ແລະ ຄາດໝາຍທີ່ໄດ້ກໍານົດໄວ້ດັ່ງນີ້:
1. ຮັບປະກັນສະຖຽນລະພາບທາງດ້ານການເງິນແຫ່ງລັດໃຫ້ມີຄວາມໝັ້ນທ່ຽງ, ປັບປຸງຖານະການເງິນຂອງປະເທດລາວໃຫ້ໜັກແໜ້ນເຂັ້ມແຂງເປັນກ້າວໆ.
2. ສູ້ຊົນຈັດຕັ້ງປະຕິບັດຄາດໝາຍມະຫາພາກ ແລະ ຄາດໝາຍຕົ້ນຕໍທາງດ້ານການເງິນ-ງົບປະມານໃຫ້ສໍາເລັດ ແນໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ ໃຫ້ກ້າວເຂົ້າສູ່ສະພາບປົກກະຕິ.

No description available.
3. ສືບຕໍ່ຄົ້ນຄວ້ານະໂຍບາຍ ການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ເພື່ອຮັບປະກັນສະຖຽນລະພາບຂອງງົບປະມານແຫ່ງລັດ, ການຂາດດຸນງົບປະມານຫຼຸດລົງສະເລ່ຍໃຫ້ຢູ່ໃນລະດັບບໍ່ເກີນ 2% ຂອງ GDP, ປະຕິບັດບັນດາມາດຕະການຄຸ້ມຄອງ, ແກ້ໄຂ ແລະ ປັບໂຄງສ້າງໜີ້ສິນສາທາລະນະ ເພື່ອຮັບປະກັນຄວາມປອດໄພ ໃຫ້ຢູ່ໃນລະດັບທີ່ສາມາດຄຸ້ມຄອງໄດ້, ສູ້ຊົນໃຫ້ລາຍຮັບພາຍໃນເພີ່ມປີລະ 10-13% ຂຶ້ນໄປ, ຄຸ້ມຄອງລາຍຈ່າຍເງິນເດືອນບໍ່ໃຫ້ເກີນ 43% ຂອງລາຍຮັບພາຍໃນ, ເຂັ້ມງວດປະຕິບັດນະໂຍບາຍປະຢັດ, ຮັດສາຍແອວ, ຫຼຸດຜ່ອນລາຍຈ່າຍທີ່ບໍ່ຈໍາເປັນລົງ ແລະ ການເພີ່ມຂຶ້ນຂອງລາຍຈ່າຍພາຍໃນຕ້ອງບໍ່ເກີນການເພີ່ມຂຶ້ນຂອງລາຍຮັບພາຍໃນ ເພື່ອຮັບປະກັນໃຫ້ມີສ່ວນສະສົມໄວ້ໃນການຊໍາລະໜີ້ສິນ ແລະ ລາຍຈ່າຍທີ່ຈໍາເປັນ ແລະ ບັງເອີນ.

No photo description available.
4. ສືບຕໍ່ດໍາເນີນການປະຕິຮູບກົນໄກການຄຸຸ້ມຄອງການເງິນໄປສູ່ລວງເລິກ ໂດຍສືບຕໍ່ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ແລະ ຜັນຂະຫຍາຍໄປທຸກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ; ພ້ອມທັງຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດການປະຕິຮູບການເງິນແຫ່ງລັດ;
5. ສູ້ຊົນສ້າງ ແລະ ປັບປຸງນິຕິກໍາຂອງຂະແໜງການເງິນຕາມແຜນ 5 ປີໃຫ້ສໍາເລັດຕາມຄາດໝາຍ.
6. ປັບປຸງກົນໄກການຄຸ້ມຄອງລາຍຮັບ-ລາຍຈ່າຍໃຫ້ມີປະສິດທິພາບ, ອັດຊ່ອງວ່າງການຮົ່ວໄຫຼ ແລະ ເຂັ້ມງວດປະຕິບັດກົດໝາຍ, ລະບຽບການ ແລະ ວິໄນການເງິນໂດຍການພັດທະນາລະບົບການຄຸ້ມຄອງຕາມການຫັນເປັນທັນສະໄໝ ແລະ ກ້າວສູ່ລະບົບດີຈີຕອນ ເພື່ອຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ທັນກໍານົດ; ປະຕິຮູບລັດວິສາຫະກິດໃຫ້ມີປະສິດທິພາບ, ແກ້ໄຂໜີ້ສິນ ແລະ ປັບປຸງຖານະການເງິນໃຫ້ສາມາດແຂ່ງຂັນທາງທຸລະກິດໄດ້.

No photo description available.
7. ເພີ່ມທະວີເອົາໃຈໃສ່ປັບປຸງ ລະບົບການລາຍງານ ແລະ ສັງລວມຖານຂໍ້ມູນສະຖິຕິຂອງຂະແໜງການເງິນ ໃຫ້ເປັນລະບົບຄົບຊຸດ, ໃຫ້ລວມສູນ, ວ່ອງໄວ ແລະ ທັນເວລາ ເພື່ອເປັນບ່ອນອີງໃນການວິເຄາະວິໄຈ ແລະ ວາງນະໂຍບາຍການເງິນໃຫ້ທັນຕາມສະພາບ.
8. ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຂະແໜງການເງິນແຕ່ລະໄລຍະ ໃຫ້ສອດຄ່ອງໜ້າທີ່ການເມືອງຂອງຕົນ; ພ້ອມທັງ ປັບປຸງກົນໄກການປະສານສົມທົບ ພາຍໃນຂະແໜງການເງິນ ນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ແລະ ລະຫວ່າງ ຂະແໜງການເງິນ ກັບອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ.
9. ສູ້ຊົນພັດທະນາສະຖາບັນການເງິນ-ການບັນຊີ ແລະ ວິທະຍາໄລການເງິນ ເປັນສູນຝຶກອົບຮົມພະນັກງານ-ລັດຖະກອນຂະແໜງການເງິນ ເພື່ອກໍ່ສ້າງໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາສະເພາະ ແລະ ເປັນມືອາຊີບ.