ຄວາມກ້າວໜ້າຂອງອົງກອນ ແຜນການຕະຫຼາດຕ້ອງມາກ່ອນ

69

ການບໍລິຫານອົງກອນມີຫຼາຍຢ່າງກ່ຽວຂ້ອງກັນ ແຕ່ໃນຍຸກການແຂ່ງຂັນດ້ານເສດຖະກິດໃນປັດຈຸບັນເຫັນໆກັນໄດ້ເລີຍວ່າ ຫົວໜ້າອົງກອນໃດຄິດກວ້າງເບິ່ງໄກ ຍ່ອມຈະໄດ້ປຽບກວ່າ ໂດຍສະເພາະແມ່ນການວາງແຜນສ້າງລາຍຮັບດ້ານການຕະຫຼາດ ແລະ ມີກົນລະຍຸດດຶງດູດລູກຄ້າ ຫຼື ຜູ້ໃຊ້ບໍລິການແບບໃດ?
ຂະບວນການວາງແຜນການຕະຫຼາດປະກອບມີ 5 ຂັ້ນຕອນຄື: 1: ການວິເຄາະສະຖານະການ; 2: ການພິຈາລະນາວັດຖຸປະສົງທາງການຕະຫຼາດ; 3: ການເລືອກຕະຫຼາດເປົ້າໝາຍ ແລະ ວັດຂະໜາດຄວາມຕ້ອງການຊື້ຂອງຕະຫຼາດ; 4: ການອອກແບບສ່ວນປະສົມທາງການຕະຫຼາດ ແລະ 5: ການຈັດວາງແຜນການຕະຫຼາດ.

1.ການວິເຄາະສະຖານະການ:
ໝາຍເຖິງການສຳຫຼວດຕະຫຼາດໃນປັດຈຸບັນຂອງບໍລິສັດ ເພື່ອພິຈາລະນາວ່າ ຕະຫຼາດໃນອະນາຄົນຄວນຈະເປັນແບບໃດ? ລວມທັງຕ້ອງວິເຄາະສິ່ງແວດລ້ອມພາຍໃນ (ສ່ວນປະສົມທາງການຕະຫຼາດ ຫຼື ປັດໄຈທາງການຕະຫຼາດ) ແລະ ສິ່ງແວດລ້ອມພາຍໃນຫຼາຍຢ່າງທີ່ນອກເໜືອຈາກປັດໄຈທາງການຕະຫຼາດ) ແລະ ສິ່ງແວດລ້ອມພາຍນອກ (ສິ່ງແວດລ້ອມຈຸລະພາກ ແລະ ສິ່ງແວດລ້ອມມະຫາພາກ) ທີ່ມີອິດທິພົນຕໍ່ການຕະຫຼາດໃນອະນາຄົດ.
2.ການພິຈາລະນາວັດຖຸປະສົງທາງການຕະຫຼາດ:
ເປັນການກຳນົດເປົ້າໝາຍທາງການຕະຫຼາດ ເຊິ່ງຕ້ອງເປັນຈິງ, ມີລັກສະນະສະເພາະເຈາະຈົງ ແລະ ວັດໄດ້ ຕົວຢ່າງ: ວັດຖຸປະສົງທາງການຕະຫຼາດ ຂອງ ບໍລິສັດຂາຍນ້ຳຢາປັບຜ້ານຸ່ມ ປະກອບດ້ວຍ ຄວາມຕ້ອງການລາຍໄດ້ຈາກການຂາຍ 120 ລ້ານກີບ ຍອດຂາຍເພີ່ມຂຶ້ນຈາກປີຜ່ານມາ 10% ປະລິມານການຂາຍ 70.000 ຕຸກ ຄິດເປັນສ່ວນຄອງຕະຫຼາດ 5% ສາມາດຂະຫຍາຍການຮັບຮູ້ຂອງຜູ້ບໍລິໂພກໃນກາຍີ່ຫໍ້ຈາກ 15% ເພີ່ມເປັນ 30% ສາມາດຂະຫຍາຍຈຳນວນຮ້ານຄ້າຂາຍຍ່ອຍເປັນ 10% ແລະ ອື່ນໆ.

3.ການເລືອກເປົ້າໝາຍ ແລະ ວັດຄວາມຕ້ອງການຊື້:
ເປັນການວິເຄາະຕະຫຼາດໃນປັດຈຸບັນເພື່ອຫາໂອກາດຕະຫຼາດທີ່ຄາດຫວັງ ແລ້ວເລືອກຕະຫຼາດທີ່ທຸລະກິດມີ ຄວາມສາມາດທີ່ຈະຕອບສະໜອງຄວາມພໍໃຈໄດ້ ພ້ອມຄໍານວນເບິ່ງຜົນຕອບຮັບທາງການຂາຍໄດ້ໜ້ອຍ-ຫຼາຍພຽງໃດ
4.ການອອກແບບສ່ວນປະສົມທາງການຕະຫຼາດ ແລະ ຍຸດທະວິທີການຕະຫຼາດ:
ເປັນວຽກທີ່ກ່ຽວຂ້ອງກັບສ່ວນປະສົມການຕະຫຼາດ ເພື່ອໃຫ້ບັນລຸວັດຖຸປະສົງທີ່ກຳນົດໄວ້ຄື: ສາມາດສະໜອງ ຄວາມຕ້ອງການຂອງຕະຫຼາດເປົ້າໝາຍໃຫ້ພໍໃຈ ແລະ ສາມາດບັນລຸຈຸດມຸ່ງໝາຍຂອງຕະຫຼາດ ໂດຍມີຈຸດເລີ່ມຕົ້ນທີ່ີມີການກຳນົດ ແລະ ວິເຄາະຕະຫຼາດເປົ້າໝາຍແລ້ວຈຶ່ງພັດທະນາໂປແກຼມທາງການຕະຫຼາດ ແລະ ສ່ວນປະສົມການຕະຫຼາດເພື່ອສະໜອງຄວາມຕ້ອງການຂອງຕະຫຼາດເປົ້າໝາຍນັ້ນ ໂດຍມີວັດຖຸປະສົງທາງການຕະຫຼາດຄື: ຄວາມເພິ່ງພໍໃຈຂອງລູກຄ້າ.
5.ການວາງແຜນການຕະຫຼາດ:
ເປັນແຜນລວມກິດຈະການຕະຫຼາດຂອງທັງປີສຳລັບທຸລະກິດ ຫຼື ຜະລິດຕະພັນໜຶ່ງຢ່າງໃນແຜນປະກອບດ້ວຍ: ການກຳນົດວັດຖຸປະສົງ; ການກຳນົດຕະຫຼາດເປົ້າໝາຍ; ກົນລະຍຸດວິທີການຕະຫຼາດ ແລະ ຂໍ້ມູນກ່ຽວກັບງົບປະມານທີ່ໃຊ້ສຳລັບກິດຈະກຳການຕະຫຼາດ.