ຈາກນັກຂ່າວ ສູ່ບົດບາດໃໝ່ ຄືການເປັນນັກຮ້ອງ ກຽມປ່ອຍໄວໆນີ້ ໜຸ່ມດິນ ສີສຸວົງ

53

ເຊື່ອວ່າຫຼາຍຄົນຄຸ້ນໜ້າຄຸ້ນຕາກັນເປັນຢ່າງດີແລ້ວ ສຳລັບໜຸ່ມດິນ ສີສຸວົງ ໂພທິສານ ຜູ້ຫຼາກຫຼາຍຄວາມສາມາດທີ່ເປັນທັງ ນັກຂ່າວ, ພິທີກອນ, ນາຍແບບ ແລະ ເປັນທີ່ຮູ້ຈັກກັນດີໃນນາມ Top 12 Mister Global Laos 2022 ເຊິ່ງໃນໄລຍະຜ່ານມາ ກໍມີຜົນງານທີ່ຫຼາກຫຼາຍມາໃຫ້ໄດ້ຕິດຕາມກັນ ບໍ່ວ່າຈະເປັນການຖ່າຍແບບ, ເດີນແບບ, ອ່ານຂ່າວ ແລະ ຮັບງານ MC ຕາມງານຕ່າງໆ ເອີ້ນໄດ້ວ່າຄົບເຄື່ອງໜຸ່ມຄົນນີ້.

อาจเป็นรูปภาพของ 5 คน

ຫຼ້າສຸດນີ້ ຖືວ່າເຊີໄພ້ສຸດໆ ເມື່ອໜຸ່ມດິນ ເພິ່ນຈະມາໃນອີກບົດບາດໃໝ່ໃນວົງການບັນເທີງ ນັ້ນກໍຄືກຽມປ່ອຍຜົນງານເພງໃໝ່ ເຊິ່ງຖືວ່າເປັນຜົນງານເພງທຳອິດໃນຊີວິດເລີຍ ຊື່ເພງວ່າ: ຍອມປ່ອຍ ເຊິ່ງໜຸ່ມດິນໄດ້ບອກວ່າ: ສຳລັບຜົນງານເພງນີ້ແມ່ນຕັ້ງໃຈສຸດໆໃນການຝຶກຊ້ອມ ເພາະຢາກໃຫ້ອອກມາດີທີ່ສຸດ ໂດຍເນື້ອຫາຂອງເພງກໍເປັນແນວເພງອົກຫັກ ທີ່ມາຈາກຊີວິດຈິງ ທີ່ເຈົ້າຕົວໄດ້ເລົ່າປະສົບການຈິງໃຫ້ທາງອາຈານຜູ້ປະພັນເພງ ແລະ ເພງ ຍອມປ່ອຍນີ້ ແມ່ນແຕ່ງໂດຍ ອາຈານ ສໍສີເມືອງຊຽງ ຈາກຄ້າຍເມືອງຊຽງ ອິນເຕີເທັນເມັ້ນນັ້ນເອງ.

อาจเป็นรูปภาพของ 1 คน และ ข้อความ

ໜຸ່ມດິນ ຍັງບອກອີກວ່າ: ການຮ້ອງເພງຕົນເອງຖືວ່າມີ ຄວາມຍາກສົມຄວນ ແລະ ຝຶກຊ້ອມເປັນເວລາຫຼາຍເດືອນ ເພາະວ່າ ບໍ່ມີທຳນອງ ແລະ ດົນຕີປູມາກ່ອນ ໂດຍປົກກະຕິກໍຈະຮ້ອງແຕ່ເພງຂອງສິລະປິນຄົນອື່ນໆ ເຊິ່ງກໍພຽງແຕ່ຟັງແລ້ວກໍຊ້ອມໄປຕາມເນື້ອຫາຄຳຮ້ອງທຳນອງ. ແຕ່ເຖິງຢ່າງໃດກໍຕາມ ຈະເຮັດໃຫ້ມັນອອກມາດີທີ່ສຸດ ເພາະວ່າການຮ້ອງເພງ ຫຼື ການເປັນນັກຮ້ອງແມ່ນເປັນຄວາມໃຝ່ຝັນມາແຕ່ນ້ອຍ ແຕ່ຍັງບໍ່ມີໂອກາດໄດ້ເຮັດ ແຕ່ໃນເມື່ອໂອກາດມາເຖິງ ກໍຈະເຮັດຈຸດນີ້ຈົນສຸດຄວາມສາມາດ ແລະ ໃຫ້ເປັນຜົນງານທີ່ຫຼາຍຄົນພູມໃຈທີ່ສຸດ.

อาจเป็นรูปภาพของ 5 คน และ ข้อความพูดว่า "THENEXT FINAL TH MISTER GLOBAL LAOS COMPETII MEDIA OCTOBER 14, 2023 MAIN MAI SPONSORS Soupsip Dorfy ONSORS NEXT ป E KARMART LAOS VANNALY THENEXT N CAVA TOBY PARTNERS SAN MISTERLAOSLA"

ສຳລັບຜົນງານເພງ ຍອມປ່ອຍ ປັດຈຸບັນຢູ່ໃນຂັ້ນຕອນການກຽມອັດ ແລະ ຖ່າຍເອັມວີ ໂດຍແມ່ນໜຸ່ມດິນເອງທີ່ຮັບບົດເປັນພະເອກ ເຊິ່ງໄວໆນີ້ກໍຈະໄດ້ຮັບຟັງກັນແລ້ວ ແນວໃດກໍຝາກຕິດຕາມກັບຜົນງານເພງໃໝ່ ເພງທຳອິດໃນຊີວິດ ເພື່ອໃຫ້ຄວາມຝັນໃນເສັ້ນທາງສາຍນັກຮ້ອງຂອງໜຸ່ມດິນ ໄດ້ປະສົບຜົນສຳເລັດສົມດັ່ງໃຈຫວັງ ຂ່າວບັນເທີງຂໍຝາກຜົນງານໜຸ່ມຄົນນີ້ໄວ້ໃນອ້ອມອົກອ້ອມໃຈແຟນໆແດ່ເດີ ສາມາດເຂົ້າໄປຕິດຕາມໄດ້ທາງເຟສ ບຸ໊ກສ່ວນຕົວຄື Din Sisouvong ໄດ້ເລີຍ.

อาจเป็นรูปภาพของ 4 คน และ ข้อความพูดว่า "TECC K Y"