ສປປ ລາວ ສະຫຼຸບຜົນງານເຂົ້າຮ່ວມຊີເກມ ແລະ ເອຊຽນເກມ

38

ພິທີສະຫຼຸບຜົນງານ ຄະນະກີລາລາວ ເຂົ້າຮ່ວມງານມະຫາກໍາກີລາຊີເກມ ຄັ້ງທີ 32 ກັບ ກີລາອາຊຽນພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ແລະ ງານມະຫາກໍາກີລາເອຊຽນເກມ ຄັ້ງທີ 19 ກັບ ງານກີລາເອຊຽນພາຣາເກມ ຄັ້ງທີ 4 ທີ່ສປ ຈີນ ຈັດຂຶ້ນໃນຕອນແລງຂອງວັນທີ 31 ຕຸລາ 2023 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມ ປະດັບຫຼຽນໄຊຕ່າງໆໂດຍ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ຫຼື ສສກ, ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ສສກ, ຮອງປະທານ ຄອລ ແລະ ທັງເປັນປະທານຄະນະກຳມະການພາຮາແລມປິແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ຮອງປະທານ ຄອລ, ຫົວໜ້າກົມ-ຮອງຫົວໜ້າກົມ, ຄະນະສະຫະພັນ, ຄູຝຶກ ແລະ ນັກກິລາ ຕະຫຼອດຜູ້ໃຫ້ການສະໜັບສະໜູນ, ແຂກຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມ.

ໂອກາດດັັ່ງກ່າວ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ, ຮອງປະທານ-ເລຂາທິການ ຄອລ ໄດ້ກ່າວລາຍງານຜົນສໍາເລັດການແຂ່ງຂັນງານມະຫາກໍາກີລາເອຊຽນເກມ ຄັ້ງທີ 19 ທີ່ເມືອງ ຫາງໂຈ, ສປ ຈີນ ເປັນເຈົ້າພາບ ລະຫວ່າງວັນທີ 23 ກັນຍາ-8 ຕຸລາ 2023 ວ່າ: ສປປ ລາວ ສົ່ງຄະນະນຳ, ຄູຝຶກ ແລະ ນັກກີລາຈຳນວນ 162 ຄົນ, ເປັນນັກກີລາ 94 ຄົນ ແລະ 16 ປະເພດກີລາ ສາມາດຍາດໄດ້ 3 ຫຼຽນທອງ ຈາກກີລາກະຕໍ້ທັງໝົດ, ສປປ ລາວ ຖືກຈັດຢູ່ດັບທີ 35 ຂອງອັບດັບຫຼຽນຄຳ ແລະ ຈັດຢູ່ໃນອັນດັບທີ 30 ຂອງປະເພດຫຼຽນລວມ ໃນ 45 ປະເທດເຂົ້າຮ່ວມ ແລະ ມີ 7 ປະເທດທີ່ບໍ່ໄດ້ຫຼຽນ (ມີຕາຕະລາງຫຼຽນ ແລະ ລາຍລະອຽດຫຼຽນຍາດມາໄດ້ຊ້ອນທ້າຍບົດລາຍງານສະບັບນີ້).

ຂະນະດຽວກັນ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມລະລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການຄະນະກໍາມະການພາລາແລມປິກແຫ່ງຊາດລາວ ລາຍງານ ການເຂົ້າຮ່ວມແຂ່ງຂັນກິລາອາຊຽນພາຣາເກມຄັ້ງທີ 12 ທີ່ ຣາຊະອານາຈັກກຳປູເຈຍ ສປປລາວ ໄດ້ສົ່ງນັກກິລາຄົນພິການທິມຊາດລາວເຂົ້າຮ່ວມແຂ່ງຂັນທັງໝົດ 7 ປະເພດກິລາ ຄື: 1.ກິລາແລ່ນ-ລານ, 2. ກິລາລອຍນ້ຳ; 3. ກິລາຍົກນ້ຳໜັກ; 4. ກີລາໂກນບານທີມຍິງ; 5. ກິລາບັອດເຊຍ; 6.ກິລາບານບ້ວງລໍ້ເລື່ອນທີມຍິງ ແລະ 7.ກິລາບານເຕະຄົນພິການຕາ, ມີນັກກີລາເຂົ້າຮ່ວມທັງໝົດຈຳນວນ 41 ຄົນ ຍິງ 21 ຄົນ. ມີຄະນະນຳ, ກອງເລຂາ, ທິມງານແພດ, ນັກຂ່າວ, ຄູຝຶກ-ຜູ້ຊ່ວຍຄູຝຶກ, ຜູ້ຊ່ວຍນັກກີລາ ແລະ ນັກກີລາເຂົ້າຮ່ວມທັງໝົດ 48 ທ່ານ ຍິງ 15 ທ່ານ ສາມາດຍາດໄດ້ 2 ຫຼຽນເງີນ ຈາກກີລາຍົກນ້ຳໜັກ 1 ຫຼຽນ ແລະ ໂກນບານທິມຍິງ 1 ຫຼຽນ, 10 ຫຼຽນທອງ ຈາກກີລາ ແລ່ນລານ 6 ຫຼຽນ, ບານບ້ວງລໍ້ເລື່ອນທິມຍິງ 2 ຫຼຽນ ແລະ ເຕະບານຄົນພິການຕາ 1 ຫຼຽນ, ຍົກນ້ຳໜັກ 1 ຫຼຽນ ລວມ 12 ຫຼຽນ. ຈັດຢູ່ອັນດັບທີ 11 ຂອງບັນດາປະເທດອາຊຽນ ຖ້າທຽບໃສ່ຄາດໝາຍສູ້ຊົນແມ່ນບໍ່ໄດ້ຕາມແຜນທີ່ກຳນົດໄວ້ຄື: 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 10 ຫຼຽນທອງ ແຕ່ຖ້າທຽບໃສ່ຜົນການແຂ່ງຂັນກິລາອາຊຽນພາຣາເກມ ຄັ້ງທີ 11 ປີ 2022 ທີ່ ນະຄອນໂຊໂລ ປະເທດອິນໂດເນເຊຍ ໄດ້ຫຼຽນທອງເພີ່ມຂື້ນ 3 ຫຼຽນ. ການເຂົ້າຮ່ວມແຂ່ງຂັນອາຊຽນພາຣາເກມຄັ້ງທີ 12 ທີ່ ຣາຊະອານາຈັກກຳປູເຈຍ ລັດຖະບານໄດ້ອະນຸມັດງົບປະມານຮັບໃຊ້ທັງໝົດ 4 ຕື້ກີບ ແລະ ໄດ້ຮັບການອຸປະຖຳຈາກພາກສ່ວນຕ່າງໆ ແລະ ອົງການຈັດຕັ້ງສັງຄົມພາຍໃນປະເທດເປັນເຄື່ອງບໍລິໂພກ ແລະ ເງິນສົດ ຈຳນວນ 52.000.000 ກີບ ລວມທັງເງິນອັດສີດນັກກີລາທີ່ໄດ້ຫຼຽນລາງວັນ.

ສ່ວນການເຂົ້າຮ່ວມແຂ່ງຂັນກິລາເອຊຽນພາຣາເກມ ຄັ້ງທີ IV ທີ່ ນະຄອນຫາງໂຈ ສປ ຈີນ ສຳລັບ ສປປລາວ ໄດ້ສົ່ງນັກກີລາຄົນພິການທິມຊາດລາວເຂົ້າຮ່ວມແຂ່ງຂັນ 16 ຄົນ, ຍິງ 10 ຄົນ ທີ່ໄດ້ຜ່ານການເຂົ້າຮ່ວມແຂ່ງຂັນຄັດເລືອກສະສົມຄະແນນໃນລາຍການແຂ່ງຂັນຊິງແຊມໂລກ, ຊິງແຊມທະວີບອາຊີ ຊຶ່ງປະກອບມີ 5 ປະເພດກີລາຄື: ກິລາແລ່ນ-ລານ, ກິລາລອຍນ້ຳ, ກິລາຍົກນ້ຳໜັກ, ກີລາລົດຖີບ ແລະ ກິລາບານບ້ວງລໍ້ເລື່ອນຍິງ; ມີ ຄະນະນໍາ, ກອງເລຂາ, ທິມງານແພດ, ຄູຝຶກ,ຜູ້ຊ່ວຍຄູຝຶກ, ຜູ້ເບີ່ງແຍງນັກກີລາ ລວມທັງໝົດ 25 ທ່ານ ຍິງ 7 ທ່ານ ໂດຍຜົນການແຂ່ງຂັນ ສປປລາວ ບໍ່ສາມາດຍາດໄດ້ຫຼຽນລາງວັນ ແຕ່ຖ້າທຽບໃສ່ການແຂ່ງຂັນໃນລະດັບອາຊຽນພາຣາ ເກມນັກກີລາພວກເຮົາສາມາດເຮັດສະຖິຕິໃໝ່ຂອງຕົນເອງໄດ້ດີກວ່າເກົ່າ ແລະ ຈັດຢູ່ໃນ 11 ປະເທດ ທີ່ບໍ່ໄດ້ຮັບຫຼຽນລາງວັນ.

ໃນທ້າຍພິທີໄດ້ມີການມອບໃບຍ້ອງຍໍໃຫ້ກັບບັນດາຜູ້ສະໜັບສະໜູນ ແລະ ໄດ້ມີການປະດັບຫຼຽນໄຊແຮງງານໃຫ້ກັບ ຄະນະນໍາ, ຄູຝຶກ ແລະ ນັກກີລາ ທີ່ເຂົ້າຮ່ວມການແຂ່ງຂັນລາຍການທີ່ກ່າວມາຂ້າງເທິງ ກ່ອນປິດທ້າຍໂດຍການໂອລົມຂອງ ຮສ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງສປປ ລາວ ແລະ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ຮັບຄໍາໂອວາດ ແລະ ກ່າວປິດພິທີ.