ຫົວໜ່ວຍທຸລະກິດຕ່າງປະເທດ ເພີ່ມການຊື້ໂລຫະຈາກ ຣັດເຊຍ

24

ເວບໄຊ vietnamplus.vn ຂອງສຳນັກຂ່າວສານຫວຽດນາມ ລາຍງານວ່າ: ເຖິງແມ່ນວ່າຈະມີການຂວໍ້າບາດ ແລະ ຂໍ້ຈໍາກັດ ເນື່ອງຈາກຄວາມຂັດແຍ່ງໃນອູແກຣນ, ບໍລິສັດ Trafigura ຍັງໄດ້ລົງນາມໃນຂໍ້ຕົກລົງໄລຍະຍາວ ເພື່ອຊື້ທອງແດງ ຫຼາຍກວ່າ 100.000 ໂຕນ ຈາກ Norilsk Nickel.

ຂະນະທີ່ Bloomberg ກໍໄດ້ລາຍງານວ່າ: ທະນາຄານ ແລະ ທຸລະກິດຕາເວັນຕົກຫຼາຍແຫ່ງ ເຊັ່ນ: Citigroup ແລະ Trafigura Group ໄດ້ເຮັດຂໍ້ຕົກລົງຊື້ໂລຫະ ກັບບໍລິສັດຕ່າງໆ ໃນຣັດເຊຍ ເມື່ອບໍ່ດົນຜ່ານມານີ້ ເຊິ່ງລາຍງານລະບຸວ່າ Trafigura ມີສຳນັກງານໃຫຍ່ຕັ້ງຢູ່ສິງກະໂປ ກຳລັງສະແຫວງຫາໂອກາດໃນການຊື້-ຂາຍໂລຫະຂອງ ຣັດເຊຍ.

ບໍລິສັດໄດ້ລົງນາມໃນຂໍ້ຕົກລົງໄລຍະຍາວ ເພື່ອຊື້ທອງແດງຫຼາຍກວ່າ 100.000 ໂຕນ ຈາກ Norilsk Nickel. ນອກນີ້, ກໍຍັງໄດ້ລົງນາມໃນຂໍ້ຕົກລົງກັບ Rusal ໂດຍຈະໄດ້ຮັບອະລູມິນຽມ ປະມານ 200.000 ໂຕນ.

ພ້ອມດຽວກັນ, ທະນາຄານຫຼາຍແຫ່ງ ລວມເຖິງ CityGroup ກໍກຳລັງຊື້ອະລູມີນຽມ ຣັດເຊຍ ຈາກ London Metal Exchange (LME) ເຊັ່ນກັນ.

ຈາກຂໍ້ມູນຂອງ Bloomberg ລະບຸວ່າ ທະນາຄານ ICBC Standard ຂອງສິງກະໂປ ແລະ Macquarie Group ຂອງອົດສະຕາລີ ກໍວາງແຜນທີ່ຈະຊື້ໂລຫະຂອງ ຣັດເຊຍ ເຊັ່ນກັນ.