ໄຂຂຶ້ນແລ້ວກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX, ມີ 14 ໜ້າວຽກສຳຄັນໜ້າຕິດຕາມ

121

 

ໃນວັນທີ 31 ຕຸລາ 2023 ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ, ທີ່ຫໍປະຊຸມແຫ່ງຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໂດຍການເປັນປະທານກອງປະຊຸມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມມີບັນດາການນຳຂັ້ນສູງ-ອະດີດການນຳຂັ້ນສູງ, ບັນດາທູດ-ທູຕານຸທູດ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ບັນດາສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.

May be an image of 9 people and text

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສະພາແຫ່ງຊາດ ໄດ້ກ່າວສູນທອນພົດເປີດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ່າມກາງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ ທີ່ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະເທດໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ, ເຊິ່ງສົ່ງຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ, ແຕ່ດ້ວຍຄວາມເອົາໃຈໃສ່ນໍາພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ເປັນເອກະພາບ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ເຮັດໃຫ້ປະເທດເຮົາ ສາມາດສືບຕໍ່ມີການພັດທະນາ, ມີມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ເຮັດໃຫ້ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນ ແລະ ເກີນແຜນການຄາດໄວ້ ເຊິ່ງເປັນການປະກອບສ່ວນເຮັດໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະເທດຊາດໄດ້ຮັບການສືບຕໍ່ພັດທະນາຢ່າງຕໍ່ເນື່ອງ.

May be an image of 5 people and text
ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນ ດັ່ງນີ້: 1). ບົດລາຍງານໂດຍສັງເຂບຂອງທ່ານ ນາຍົກລັດຖະມົນຕີ ກ່ຽວກັບສະພາບການເຄື່ອນໄຫວວຽກງານພົ້ນເດັ່ນກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023- 2025), ການເຄື່ອນໄຫວວຽກງານ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024; 2). ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງລັດຖະບານ; 3). ບົດລາຍງານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2012 ຂອງລັດຖະບານ; 4). ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງລັດຖະບານ;

May be an image of 3 people and text

5). ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 3 ປີຜ່ານມາ (2021-2023); 6). ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 3 ປີຜ່ານມາ (2021-2023); 7). ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈຳນວນ 3 ສະບັບ ຄື: ກົດໝາຍວ່າດ້ວຍ ການປ້ອງກັນຊາດ, ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ; 8). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ ( 2021-2023), ທິດທາງແຜນການທ້າຍສະໄໝ ( 2023-2025) ແລະ ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງອົງການກວດກາແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການ ກວດສອບ ປະຈຳປີ 2021;

May be an image of 9 people and text

9). ບົດລາຍງານການຈັດຕັ້ງປະຕິບັດແຜນການການເຄື່ອນໄຫວວຽກງານ ກາງສະໄໝ (2021-2023), ແຜນການທ້າຍສະໄໝ (2023-2025) ການຈັດຕັ້ງປະຕິບັດ ແຜນການປະຈຳປີ 2023 ແລະ ແຜນການ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022; 10). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ການແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສານປະຊາຊົນສູງສຸດ; 11). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2023) ແລະ ແຜນການທ້າຍສະໄໝ (2023-2025), ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງອົງການໄອຍະການປະຊາຊົນສູງສຸດ;

May be an image of 3 people and text

12). ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 8 ສະບັບ; ໃນນີ້, ມີກົດໝາຍ ສ້າງໃໝ່ 2 ສະບັບຄື: ຮ່າງກົດໝາຍວ່າດ້ວຍ ເຂດເສດຖະກິດພິເສດ ແລະ ຮ່າງກົດໝາຍວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ; ກົດໝາຍປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍ ການປິ່ນປົວ, ກົດໝາຍວ່າດ້ວຍ ຊັບສິນທາງປັນຍາ, ກົດໝາຍວ່າດ້ວຍ ການບັນຊີ, ກົດໝາຍວ່າດ້ວຍລະບົບການຊຳລະ, ກົດໝາຍວ່າດ້ວຍ ຜູ້ພິພາກສາ ແລະ ກົດໝາຍວ່າດ້ວຍ ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; 13). ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ (2021-2025) ແລະ ແຜນການທ້າຍສະໄໝ (2023-2025) ແລະ ການຈັດຕັ້ງປະຕິບັດແຜນການ ປະຈຳປີ 2023 ແລະ ແຜນການ ປະຈຳປີ 2024 ຂອງສະພາແຫ່ງຊາດ; 14). ບົດລາຍງານປະເມີນຜົນຄວາມໄວ້ວາງໃຈ ການປະຕິບັດໜ້າທີ່ວຽກງານຂອງບຸກຄະລາກອນ ທີ່ສະພາແຫ່ງຊາດ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.