ຈີນ, ໄທ ແລະ ສິງກະໂປ ເປັນຄູ່ຄ້າລາຍໃຫຍ່ຂອງ ມຽນມາ

25

ເວບໄຊສຳນັກຂ່າວ gnlm.com.mm ລາຍງານວ່າ: ມຽນມາ ດຳເນີນການຄ້າຂາຍກັບຄູ່ຄ້າຕ່າງ ປະເທດຜ່ານຊ່ອງທາງການຄ້າທາງທະເລ ແລະ ການຄ້າຊາຍແດນ ເຊິ່ງຕາມຂໍ້ມູນຂອງກະຊວງການຄ້າຂອງມຽນມຽນໃຫ້ຮູ້ວ່າ: ຈີນ, ໄທ ແລະ ສິງກະໂປ ເປັນຄູ້ຄ້າລາຍ ໃຫຍ່ຂອງ ມຽນມາ ໃນ 6 ເດືອນຕົ້ນປີນີ້.

ການຄ້າຕ່າງປະເທດຂອງມຽນມາ ມີມູນຄ່າລວມທີ່ 16,077 ຕື້ໂດລາ ໃນໄລຍະເຄິ່ງທໍາອິດຂອງປີ 2023 ໂດຍມີມູນຄ່າສົ່ງອອກ 7,623 ຕື້ໂດລາ ແລະ ນໍາເຂົ້າມູນຄ່າ 8,454 ຕື້ໂດລາ. ໃນນີ້, ຈີນ ເປັນຄູ່ຄ້າຫຼັກຂອງມຽນມາ ໂດຍໃນໄລຍະດັ່ງກ່າວນີ້ ມີມູນຄ່າການຄ້າຢູ່ທີ່ 4,503 ຕື້ໂດລາ ເຊິ່ງການສົ່ງອອກແມ່ນ 1,54 ຕື້ໂດລາ ແລະ ການນໍາເຂົ້າ 2,96 ຕື້ໂດລາ; ຮອງລົງມາແມ່ນ ໄທ ມີມູນຄ່າ 3,068 ຕື້ໂດລາ ໂດຍມີການສົ່ງອອກ 2,035 ຕື້ໂດລາ ແລະ ການນໍາເຂົ້າ 1,833 ຕື້ໂດລາ. ຕໍ່ມາແມ່ນ ສິງກະໂປ ທີ່ມີມູນຄ່າການຄ້າກັບມຽນມາ ຢູທີ່ 1,812 ຕື້ໂດລາ, ໃນນີ້ສົ່ງອອກ 72,356 ລ້ານໂດລາ ແລະ ນໍາເຂົ້າ 1,74 ຕື້ໂດລາ.