ຫວຽດນາມ ສົ່ງອອກທຸລຽນ ເພີ່ມຂຶ້ນ 14 ເທົ່າ

26

ສຳນັກຂ່າວ VnExpress ລາຍງານວ່າ ກົມໃຫຍ່ພາສີຂອງຫວຽດນາມ ເປີດເຜີຍວ່າ: ການສົ່ງອອກທຸລຽນຂອງຫວຽດນາມ ກຳລັງເບັ່ງບານ ໂດຍ 9 ເດືອນຂອງປີນີ້ ມູນຄ່າການສົ່ງອອກທະລຸ 1.630 ລ້ານໂດລາ ເພີ່ມຂຶ້ນ 14 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ລາຍງານລະບຸວ່າ: ການສົ່ງອອກພືດຜັກ ແລະ ໝາກໄມ້ຂອງຫວຽດນາມໃນ 9 ເດືອນຂອງປີນີ້ ທະລຸ 4.210 ໂດລາ ເພີ່ມຂຶ້ນ 72,5% ຫຼື ເພີ່ມຂຶ້ນ 1.770 ລ້ານໂດລາ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍທຸລຽນມາແຮງແຊງໜ້າໝາກມີ້, ມັງກອນ, ໝາກໂມ, ກ້ວຍ ແລະ ລິ້ນຈີ່ ທີ່ກາຍເປັນແຫຼ່ງລາຍໄດ້ເງິນຕາຕ່າງປະເທດຫຼາຍທີ່ສຸດໃນອຸດສາຫະກຳພືດຜັກ ແລະ ໝາກໄມ້ຂອງຫວຽດນາມ ໂດຍກວມເອົາ 38,7% ຂອງການສົ່ງອອກຂະແໜງອຸດສາຫະກຳຂອງຫວຽດນາມ.

ຈີນ ຍັງເປັນຜູ້ນຳເຂົ້າພືດຜັກ ແລະ ໝາກໄມ້ລາຍໃຫຍ່ທີ່ສຸດຂອງຫວຽດນາມ ມີມູນຄ່າ 2.750 ລ້ານໂດລາ ເພີ່ມຂຶ້ນ 160% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.