ນິດໄສ 7 ຂໍ້ ຂອງບັນດານັກທຸລະກິດທີ່ປະສົບຜົນສຳເລັດ

44

ຍັງອີກບໍ່ເທົ່າໃດວັນ ປີ2023 ກໍຈະໝົດໄປ ປີໃໝ່2024 ກໍຈະຄືບຄານເຂົ້າມາ, ການຫວນທົບທວນເບິ່ງຄືນໃນຮອບ 1 ປີ ເພື່ອຊອກຫາຈຸດດີ ແລະ ຈຸດບົກຜ່ອງ ແລ້ວນຳໄປປັບປຸງແກ້ໄຂ ແລ້ວກຳນົດຈຸດປະສົງ ແລະ ເປົ້າໝາຍສຳລັບປີໃໝ່ ຄືສິ່ງທີ່ບໍ່ຄວນເບິ່ງຂ້າມ ເພາະຄວາມສຳເລັດເປັນສິ່ງໜຶ່ງທີ່ທຸກໆຄົນໃຝ່ຝັນວ່າຢາກຈະມີ ແຕ່ມັນກໍບໍ່ແມ່ນເລື່ອງງ່າຍປານໃດທີ່ຈະພາຕົວເອງໃຫ້ພົບກັບຄວາມສຳເລັດ ບໍ່ວ່າໃນເລື່ອງທຸລະກິດ ຫຼື ຊີວິດການງານ.
ໃນຍຸກນີ້ເບິ່ງຄືວ່າການມີວິໄສທັດທີ່ດີ ແລະ ມີຄວາມອົດທົນກໍບໍ່ແມ່ນສິ່ງທີ່ພຽງພໍຕໍ່ການສ້າງຄວາມສຳເລັດໃຫ້ເກີດຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ ຫາກເຮົາເບິ່ງນັກທຸລະກິດທີ່ປະສົບຜົນສຳເລັດ ຫຼື ເບິ່ງຄົນອື່ນໆທີ່ປະສົບຜົນສຳເລັດ ເຮົາຈະເຫັນໄດ້ວ່າພວກເຂົາເຫຼົ່ານັ້ນມີບາງຢ່າງທີ່ຄ້າຍຄືກັນ ເຊິ່ງມື້ນີ້ຜູ້ຂຽນຈະນຳພາມາເບິ່ງນິດໄສ 7 ຂໍ້ ທີ່ບັນດານັກທຸລະກິດປະສົບຜົນສຳເລັດມີ:
1. ບໍ່ທໍ້ຖອຍກັບຄວາມລົ້ມເຫຼວທີ່ເກີດຂຶ້ນ
ເມື່ອເວົ້າເຖິງຄຳວ່າຄວາມສຳເລັດຈາກທຸລະກິດ ຫຼື ຄວາມສຳເລັດຈາກການປະກອບອາຊີບອື່ນ ສິ່ງໜຶ່ງທີ່ທຸກຄົນລ້ວນຕ້ອງພົບຄືກັນນັ້ນກໍຄືຄວາມລົ້ມເຫຼວ ພຽງແຕ່ຈະໜ້ອຍ ຫຼື ຫຼາຍແຕກຕ່າງກັນໄປຂຶ້ນກັບຕົວບຸກຄົນ ເຊິ່ງເຮົາຈະເຫັນໄດ້ວ່າຄົນທີ່ປະສົບຜົນສຳເລັດສ່ວນຫຼາຍເປັນບຸກຄົນທີ່ມີຄວາມຮັ່ງມີມະຫາສານ ພວກເຂົາເຫຼົ່ານັ້ນກໍພົບຄວາມລົ້ມເຫຼວຢ່າງມະຫາສານເຊັ່ນກັນ. ຖ້າຫາກວ່າເຮົາເລືອກທີ່ຈະທໍ້ຖອຍກັບຄວາມລົ້ມເຫຼວທີ່ພົບ ຮັບຮອງວ່າເຮົາຈະບໍ່ມີທາງຈະໄດ້ເຫັນໜັງສື Harry potter ຂອງ J.K.Rowling ໂດດເດັ່ນອອກມາໃຫ້ຊົມຢ່າງແນ່ນອນ ເພາະລາວອາດຈະເລືອກທີ່ຈະກັບບ້ານແລ້ວກໍວາງຕົ້ນສະບັບໄວ້ທີ່ບ້ານຫຼາຍກວ່າຍ່າງຫາສຳນັກພິມເພື່ອທີ່ຈະສະເໜີໜັງສືທີ່ລາວຂຽນຂຶ້ນມາ, ສະນັ້ນແລ້ວເຮົາບໍ່ຄວນທໍ້ຖອຍເມື່ອພົບຄວາມລົ້ມເຫຼວບໍ່ວ່າຫຼາຍຄັ້ງກໍຕາມ.
2. ສຶກສາຈາກຄວາມລົ້ມເຫຼວນັ້ນ
ເມື່ອໃດກໍຕາມທີ່ເຮົາພົບ ຄວາມລົ້ມເຫຼວ ສິ່ງໜຶ່ງທີ່ເຮົາຈະໄດ້ຮັບຈາກມັນກໍຄືບົດຮຽນ ບົດຮຽນທີ່ວ່າຍ້ອນຫຍັງເຮົາຈຶ່ງລົ້ມເຫຼວ, ບົດຮຽນທີ່ວ່າເຮົາລືມຫຍັງໄປ ຫຼື ບໍ ຈຶ່ງເຮັດໃຫ້ເຮົາລົ້ມເຫຼວ ແລະ ເມື່ອໃດກໍຕາມທີ່ເຮົາຮູ້ໃນຄຳຕອບເຫຼົ່ານັ້ນ ສິ່ງໜຶ່ງທີ່ເຮົາຄວນເຮັດຕໍ່ໄປຈາກນີ້ກໍຄືການຮຽນຮູ້ເພື່ອທີ່ຈະຫຼີກລ່ຽງບໍ່ໃຫ້ເກີດຂຶ້ນກັບເຮົາໃນອະນາຄົດອີກຄັ້ງ.
3. ມີການວາງແຜນທີ່ດີ
ການວາງແຜນໃນການສ້າງກຳໄລແຕ່ລະບໍລິສັດນັ້ນກໍອາດມີລັກສະນະທີ່ໃກ້ຄຽງກັນ ຫຼື ແຕກຕ່າງກັນໄປຕາມ ຄວາມຄິດ ແລະ ວິໄສທັດຂອງຜູ້ບໍລິຫານ ເຊັ່ນ: ໂທລະສັບມືຖືທີ່ເມື່ອຮູ້ວ່າລຸ້ນໃດກໍຕາມທີ່ສາມາດສ້າງລາຍໄດ້ຫຼາຍ ຫຼື ຂາຍດີ ທາງບໍລິສັດກໍຈະຜະລິດສິນຄ້ານັ້ນອອກຈຳໜ່າຍເລື້ອຍໆ ແຕ່ສຳລັບ Apple ສັ່ງຍົກເລີກທີ່ຈະຜະລິດລຸ້ນນັ້ນ ຫຼັງຈາກທີ່ວາງຈຳໜ່າຍ 2 – 3 ເດືອນ ເພື່ອພາບຫຼັກ ແລະ ກະຕຸ້ນຍອດຂາຍຂອງສິນຄ້າເມື່ອມີການວາງຈຳໜ່າຍສິນຄ້າລຸ້ນຕໍ່ໄປ.
4. ເລືອກວິທີແກ້ໄຂບັນຫາທີ່ດີທີ່ສຸດ

ໃນການແກ້ໄຂບັນຫາ ກໍຈະມີການແກ້ໄຂບັນຫາຢູ່ 2 ແບບ ຄື: ແບບທີ່ເຫັນໄດ້ຊັດເຈນເລີຍກໍຄືການແກ້ໄຂບັນຫາສະເພາະໜ້າກັບການແກ້ໄຂບັນຫາໄລຍະຍາວ ຫຼາຍຄັ້ງທີ່ຫຼາຍໆບໍລິສັດເລືອກທີ່ຈະແກ້ໄຂບັນຫາສະເພາະໜ້າ ເພາະເປັນສິ່ງທີ່ສາມາດເຮັດໄດ້ງ່າຍ ແລະ ເຫັນຜົນໃນທັນທີ ແຕ່ກໍມັກຈະນຳພາໃຫ້ເກີດບັນຫາຫຍຸ້ງຍາກກວ່າເກົ່າ ແຕ່ໃນທາງກົງກັນຂ້າມຫາກເຮົາເລືອກແກ້ໄຂບັນຫາໄລຍະຍາວ ທຳອິດອາດຈະເຮັດໃຫ້ຫຍຸ້ງຍາກ, ເຫັນຜົນຊ້າ ແຕ່ຮັບຮອງວ່າບໍ່ຜິດຫວັງແນ່ນອນ.
5. ມອງຫາມືອາຊີບໃນການຊ່ວຍງານ
ໃນການເຮັດວຽກແນ່ນອນວ່າບໍ່ມີໃຜທີ່ຈະເກັ່ງໃນທຸກໆດ້ານຢ່າງແນ່ນອນ ຫຼື ອາດຈະມີແຕ່ມີໜ້ອຍ ເຊິ່ງການທີ່ຈະຊອກຫາມືອາຊີບໃນການຊ່ວຍແກ້ໄຊບັນຫາ ຫຼື ເປັນແບບຢ່າງໃນການພັດທະນາບໍລິສັດ ກໍເປັນອີກໜຶ່ງທາງເລືອກທີ່ສາມາດຊ່ວຍເຮົາໄດ້ຫຼາຍ.
6. ສ້າງຄວາມສຳພັນທາງທຸລະກິດ
ການສ້າງຄວາມສຳພັນທາງທຸລະກິດບໍ່ຈຳເປັນຕ້ອງສ້າງລະຫວ່າງ ຜູ້ບໍລິຫານກັບຜູ້ບໍລິຫານດ້ວຍກັນເອງ ແຕ່ເປັນການສ້າງຄວາມສຳພັນເຮົາກັບຄົນອື່ນໆ ເຊັ່ນ: ລູກຄ້າ, ບໍລິສັດຄູ່ແຂ່ງ, ເພື່ອນຮ່ວມງານ, ເຈົ້າຂອງທຸລະກິດອື່ນໆ ເຊິ່ງທຸກໆຄົນທີ່ເຮົາສ້າງຄວາມສຳພັນດ້ວຍນັ້ນຈະມີບົດບາດຫຼາຍໃນອະນາຄົດ ເພາະເຮົາອາດຈະໄດ້ຂໍຄຳຄິດເຫັນ ຫຼື ຂໍຄວາມຊ່ວຍເຫຼືອ.
7. ເຮັດວຽກຫຼາຍກວ່າຄົນທົ່ວໄປ
ຄວາມສຳເລັດທີ່ຫຼາຍກວ່າຄົນອື່ນໆ ລ້ວນແຕ່ມາຈາກຄວາມພະຍາຍາມທີ່ຫຼາຍກວ່າ ເຊິ່ງມັນບໍ່ແມ່ນເລື່ອງງ່າຍຖ້າເຮົາຢາກເປັນນັກຮ້ອງມືອາຊີບໂດຍທີ່ບໍ່ຜ່ານການພະຍາຍາມ ຫຼື ພະຍາຍາມເທົ່າໆກັບຄົນອື່ນ ແລະ ເມື່ອເວົ້າເຖິງໃນທາງທຸລະກິດແລ້ວ ແນ່ນອນວ່າຄົນທີ່ເຮັດວຽກຫຼາຍກວ່າຄົນອື່ນຍ່ອມເຂົ້າໃຈວຽກ ແລະ ຮູ້ກ່ຽວກັບສິ່ງທີ່ຕົວເອງເຮັດ ຈົນນຳໄປສູ່ເຕັກນິກການເຮັດວຽກທີ່ໄດ້ຮັບປະສິດທິພາບຫຼາຍກວ່າ.
ນິດໄສ 7 ຂໍ້ ຂອງເຫຼົ່ານັກທຸລະກິດທີ່ປະສົບຜົນສຳເລັດຈະຊ່ວຍໃນການສ້າງຄວາມສຳເລັດໃຫ້ກັບຕົວເອງ ໂດຍສະເພາະໃນເລື່ອງຂອງທຸລະກິດ ແລະ ເລື່ອງອື່ນໆ ຫາກເຮົາເປັນອີກໜຶ່ງຄົນທີ່ຢາກປະສົບຜົນສຳເລັດ ແຕ່ບໍ່ຮູ້ຈະເລີ່ມຕົ້ນແນວໃດກ່ອນດີ ກໍລອງເລີ່ມຕົ້ນຈາກຂໍ້ທີ 1 ເບິ່ງກ່ອນ ຄວາມສຳເລັດກໍມີໂອກາດເກີດຂຶ້ນກັບຕົວເຮົາຫຼາຍກວ່າຄົນອື່ນແນ່ນອນ.