ກອງທຶນການເງິນລະຫວ່າງປະເທດຊີ້ ເສດຖະກິດ ເຢຍລະມັນ ຈະແຊງໜ້າຍີ່ປຸ່ນ ເປັນອັນດັບ 3 ຂອງໂລກ

20

ເວັບໄຊສຳນັກຂ່າວ Bnews.vn ລາຍງານວ່າ: ຕາມການລະບຸຂອງກອງທຶນການເງິນລະຫວ່າງປະເທດ ( IMF ) ຕົວເລກລວມຍອດຜະລິດຕະພັນພາຍໃນ ( GDP ) ຂອງເຢຍລະມັນໃນປີນີ້ ຈະສູງເຖິງ 4.430 ຕື້ໂດລາ; ສ່ວນຍີ່ປຸ່ນ 4.230 ຕື້ໂດລາ ເຊິ່ງດ້ວຍຕົວເລກນີ້ ຂະໜາດເສດຖະກິດຂອງເຢຍລະມັນ ຈະແຊງໜ້າຍີ່ປຸ່ນ ຂຶ້ນເປັນອັນດັບ 3 ຂອງໂລກຮອງຈາກອາເມຣິກາ ແລະ ຈີນ.

ບົດລາຍງານທ່າອ່ຽງເສດຖະກິດໂລກ ( Global Economic Outlook Report ) ຂອງ IMF ຍັງໄດ້ຄາດການ GDP ໂດຍສະເລ່ຍຂອງເຢຍລະມັນ ໄວ້ທີ່ 52.824 ໂດລາ ແລະ ຍີ່ປຸ່ນ ຈະຢູ່ທີ່ 33.950 ໂດລາ ເຊິ່ງ GDP ທີ່ກຳນົດ ຄືມູນຄ່າລວມຂອງສິນຄ້າ ແລະ ບໍລິການທີ່ຜະລິດໃນປະເທດ ໂດຍວັດທີ່ລາຄາປັດຈຸບັນ ບໍ່ລວມອັດຕາເງິນເຟີ້.

ເຫດຜົນຫຼັກສຳລັບການປ່ຽນແປງຕໍາແໜ່ງອັນດັບເສດຖະກິດໂລກນີ້ ຍ້ອນຄ່າເງິນເຢນຂອງຍີ່ປຸ່ນ ອ່ອນຄ່າລົງ ເຊິ່ງສົ່ງຜົນໃຫ້ GDP ຫຼຸດລົງ ເມື່ອຄິດໄລ່ຕາມອັດຕາແລກປ່ຽນເງິນໂດລາ ເມື່ອວັນທີ 24 ຕຸລາຜ່ານມາ. ໃນປີນີ້, ສະກຸນເງິນເຢນ ໄດ້ອ່ອນລົງຢູ່ໃນເກນ 150 ເຢນ ຕໍ່ 1 ໂດລາ ເປັນຄັ້ງທີ 2 ເມື່ອທຽບກັບປີຜ່ານມາ, ຂະນະດຽວກັນ ດ້ວຍເຫດຜົນນີ້ໄດ້ສົ່ງຜົນໃຫ້ທາງການຍີ່ປຸ່ນ ເຂົ້າມາແຊກແຊງຕະຫຼາດສະກຸນເງິນ.

ເງິນເຢນອ່ອນຄ່າລົງ ເນື່ອງຈາກ ຄວາມແຕກຕ່າງຂອງອັດຕາດອກເບ້ຍ ລະຫວ່າງປະເທດຕົນ ກັບປະເທດຕາເວັນຕົກ ເຖິງແມ່ນວ່າອາເມຣິກາ ແລະ ສະຫະພາບເອີຣົບ ຈະຂຶ້ນອັດຕາດອກເບ້ຍຢ່າງວ່ອງໄວ ເພື່ອຮັບມືກັບພາວະເງິນເຟີ້ ແຕ່ຍີ່ປຸ່ນ ກໍຍັງສືບຕໍ່ຮັກສາອັດຕາດອກເບ້ຍຕິດລົບໄວ້ໄດ້ ເຮັດໃຫ້ນັກລົງທຶນຂາຍເງິນເຢນ ເພື່ອປ່ຽນຊ່ອງວ່າງທາງອື່ນ ເພື່ອໃຫ້ໄດ້ກຳໄລທີ່ສູງຂຶ້ນ.
ເຖິງຈະປະເຊີນກັບການເຕີບໂຕທີ່ຊ້າເປັນເວລາດົນ ແຕ່ຍີ່ປຸ່ນ ກໍຍັງຮັກສາຕໍາແໜ່ງທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກມາເປັນເວລາກວ່າທົດສະວັດ. ໃນອີກບໍ່ເທົ່າໃດປີຂ້າງໜ້າ, ອັນດັບຂອງຍີ່ປຸ່ນ ອາດຫຼຸດລົງຢ່າງຕໍ່ເນື່ອງ ເຊິ່ງ IMF ຄາດການວ່າ ຍີ່ປຸ່ນ ຈະເລື່ອນມາຢູ່ອັນດັບ 5 ໃນໄລຍະປີ 2026 – 2028; ຂະນະທີ່ ອິນເດຍ ກໍມີໂອກາດທີ່ຈະສາມາດກ້າວແຊງໜ້າ ຂຶ້ນມາເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 3 ຂອງໂລກໄດ້ເຊັ່ນກັນ.