ລາຄາຄຳຟິວເຈີ ປັບຂຶ້ນ16,9 ໂດລາ ຈາກປັດໄຈ ເງິນໂດລາອ່ອນຄ່າ

0
249

ລາຄາຄຳຟິວເຈີ ຕະຫຼາດ COMEX ( Commodity Exchange ) ສົ່ງມອບເດືອນມິຖຸນາ ປິດຕະຫຼາດວັນອັງຄານ ທີ 14 ພຶດສະພາ ປັບຂຶ້ນ 16,9 ໂດລາ ມາຢູ່ທີ່2.359,9 ໂດລາສະຫະລັດຕໍ່ອອນ ຈາກປັດໄຈການອ່ອນຄ່າຂອງເງິນໂດລາ.

ນອກນັ້ນ, ກະຊວງແຮງງານສະຫະລັດອາເມຣິກາ ເປີດເຜີຍດັດຊະນີຜູ້ຜະລິດ ຫຼື PPI ເຊິ່ງເປັນການວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ຜະລິດ ປະຈຳເດືອນເມສາ ປັບຂຶ້ນ2,2% ເມື່ອທຽບລາຍປີ ສອດຄ່ອງກັບຕົວເລກຄາດຄະເນຂອງນັກວິເຄາະຈາກລະດັບ1,8%  ໃນເດືອນມີນາ.

ຢ່າງໃດກໍຕາມ ເມື່ອທຽບລາຍເດືອນດັດຊະນີ PPI ທົ່ວໄປ ເຊິ່ງລວມໝວດອາຫານ ແລະ ພະລັງງານ ປັບຂຶ້ນ 0,5% ໃນເດືອນເມສາ ສູງກວ່າທີ່ນັກວິເຄາະຄາດການທີ່ລະດັບ 0,3% ຫຼັງຈາກປັບຕົວລົງ 0,1% ໃນເດືອນມີນາ.

ສ່ວນດັດຊະນີ PPI ພື້ນຖານ ເຊິ່ງບໍ່ນັບລວມໝວດອາຫານ ແລະ ພະລັງງານປັບຕົວຂຶ້ນ 2,4% ໃນເດືອນເມສາ ເມື່ອທຽບເປັນລາຍປີ ສອດຄ່ອງກັບຕົວເລກຄາດຄະເນຂອງນັກວິເຄາະຈາກລະດັບ2,1% ໃນເດືອນມີນາ.

LEAVE A REPLY

Please enter your comment!
Please enter your name here