ວຽງຈັນ ເອັຟຊີ ທີມຍິງເລັ່ງປັບປຸງນັກກີລາ ຫຼັງລົງແຂ່ງ 2 ນັດເສຍໄປເກືອບ 50 ປະຕູໃນລາວລີກຍິງ

38

ວຽງຈັນ ເອັຟຊີ ເລັ່ງປັບປຸງທີມບານເຕະຍິງ ເພື່ອນັດຕໍ່ໄປ ຫຼັງຈາກທີ່ລົງສະໜາມ 2 ນັດທໍາອິດໃນບານເຕະລາວລີກຍິງ ປະຈໍາປີ 2023 ເສຍໄປເກືອບ 50 ປະຕູ ແລະ ບໍ່ສາມາດຍິງປະຕູໄດ້ເລີຍ ໂດຍສະເພາະນັດຫຼ້າສຸດເສຍໃຫ້ກັບ ເອສະຣາ ເອັຟຊີ 0-28 ເມື່ອວັນທີ 25 ຕຸລາ 2023.

ວຽງຈັນ ເອັຟຊີ ( VFC Viengchanh Football Club ) ປະກາດຜ່ານເພຈ໌ບຸກທາງການຂອງສະໂມສອນວ່າ: ເຮັດດີທີ່ສຸດແລ້ວ, ມີຫຼາຍຢ່າງທີ່ຕ້ອງປັບປຸງດ່ວນ, ພວກເຮົາຍອມຮັບຕໍ່ຜົນການແຂ່ງຂັນທັງ 2 ນັດ ເສຍເກືອບ 50 ປະຕູ ແລະ ນັກກີລາສະເລ່ຍພວກເຮົາອາຍຸນ້ອຍ 13-17 ປີ (ບໍ່ມີທີມຊາດ) ເຊິ່ງ ເອສຣາ ມີທີມຊາດຊຸດເກົ່າ ແລະ ຊຸດໃຫຍ່ ໃນເດີ່ນ. ພວກເຮົາກຳລັງເລັ່ງປັບປຸງນັກກີລາເພື່ອນັດຕໍ່ໄປ ໂດຍສະເພາະນັກກີລາທີ່ລົງທະບຽນແລ້ວ ຈະກັບມາແຂ່ງຂັນໃຫ້ກັບທີມໄດ້ໄວໆນີ້ ແລະ ປັບປຸງຄະນະຄູຝຶກ ຊຸດໃຫມ່.

ຜົນງານຂອງ ວຽງຈັນ ເອັຟຊີ ທີມບານເຕະຍິງ ລົງສະໜາມນັດທໍາອິດເສຍໃຫ້ກັບ ຈໍາປາສັກ 0-21 ແລະ ນັດທີ 2 ນັດຫຼ້າສຸດເສຍໃຫ້ກັບ ເອສະຣາ ເອັຟຊີ 0-28 ລວມ 2 ນັດເສຍໄປ 49 ປະຕູ ຈັດຢູ່ອັນດັບທີສຸດທ້າຍຂອງຕາຕະລາງຄະແນນລວມ, ສ່ວນ ທີມນໍາຕາຕະລາງເປັນຂອງ ຊ້າງນ້ອຍ ເອັຟຊີ ກັບ ມາສເຕີ 7 ເອັຟຊີ ຈາກໄຊຊະນະ 2 ນັດລວດ ໂດຍການແຂ່ງຂັນບານເຕະລາວລີກຍິງ 2023 ອາທິດທີ 3 ຈະແຂ່ງຂັນທ້າຍອາທິດນີ້.

ສໍາລັບ ການແຂ່ງຂັນບານເຕະ ລາວລີກຍິງ ປະຈຳປີ 2023 ເປີດສາກຄວາມມັນໃນວັນເສົາ 21 ຕຸລາ 2023 ແລະ ຈະໄປສິ້ນສຸດໃນວັນທີ 20 ທັນວາ 20232 ໂດຍມີທີມເຂົ້າຮ່ວມທັງໝົດ 8 ທີມ (ເຊັ່ນດຽວກັບບານເຕະລາວລີກ 1 ທີມຊາຍ ປະກອບມີ: ຊ້າງນ້ອຍ, ມາສເຕີ້ 7, ເອສະຣາ, ກອງທັບ, ຫຼວງພະບາງ, ຈຳປາສັກ, ນໍ້າທາ ແລະ ວຽງຈັນ ເຊິ່ງຂັນແບບລີກ ( ຮອບຂາໄປ ແລະ ຮອບຂາກັບ ) ໂດຍເງິນລາງວັນອັນດັບ 1 ໄດ້ຂັນແຊັມພ້ອມເງິນລາງວັນ 100 ລ້ານກີບ, ອັນດັບ 2 ໄດ້ 50 ລ້ານກີບ ແລະ ອັນດັບ 3 ໄດ້ 20 ລ້ານກີບ.
ຂ່າວ: Larh Creators; ຮູບຈາກ: ສຕລ