ການສົ່ງອອກຂອງມາເລເຊຍ ມີທ່າອ່ຽງຫຼຸດລົງ

18

ເວັບໄຊສຳນັກຂ່າວ nst.com.my ລາຍງານວ່າ: ການວິໄຈຂອງທະນາຄານ ເພື່ອການລົງທຶນ Hong Leong ( HLIB Research ) ລະບຸວ່າ ການສົ່ງອອກຂອງມາເລເຊຍ ມີການຫົດຕົວລົງເລັກໜ້ອຍໃນເດືອນກັນຍາ ຢູ່ທີ່ 13,7% ເມື່ອທຽບເປັນລາຍປີ ເຊິ່ງດີກວ່າການຄາດການເບື້ອງຕົ້ນທີ່ 16,5%.

ຢ່າງໃດກໍຕາມ, ນີ້ກໍເປັນການຫຼຸດລົງເປັນເດືອນທີ 7 ຕິດຕໍ່ກັນ ເນື່ອງຈາກຄວາມຕ້ອງການຂອງພາຍນອກທີ່ອ່ອນແອ, ຄວາມບໍ່ແນ່ນອນຂອງລາຄາສິນຄ້າໂພກກະພັນ ແລະ ຜົນກະທົບຂອງຖານທີ່ສູງຂຶ້ນ ໂດຍກິດຈະກຳການຄ້າ ຍັງສືບຕໍ່ໄດ້ຮັບຜົນກະທົບຈາກການຊະລໍຕົວຂອງເສດຖະກິດທີ່ເປັນຄູ່ຄ້າລາຍໃຫຍ່ທີ່ສຸດ ເຊິ່ງຄາດວ່າການສົ່ງອອກຍັງຈະຫົດຕົວລົງເລັກໜ້ອຍໃນໄລຍະອັນໃກ້ນີ້.

ການວິໄຈຂອງ HLIB ໄດ້ມີຂໍ້ສັງເກດວ່າ: ການສົ່ງອອກທັງພາກອຸດສາຫະກຳ ແລະ ສິນຄ້າໂພກກະພັນຫົດຕົວ ເຊິ່ງການສົ່ງອອກພາກອຸດສາຫະກຳຫົດຕົວໃນລະດັບທີ່ຊ້າລົງ 7,3% ເມື່ອທຽບປີຜ່ານມາ ສົ່ງຜົນໃຫ້ມີສ່ວນຕິດລົບໜ້ອຍລົງທີ່ 5,4 ຈຸດ ຕໍ່ການເຕີບໂຕໂດຍລວມ.

ຂະນະທີ່, ການສົ່ງອອກທີ່ກ່ຽວຂ້ອງກັບສິນຄ້າໂພກກະພັນ ຍັງສືບຕໍ່ຫຼຸດລົງຢ່າງຕໍ່ເນື່ອງ ທີ່ 32,2% ເມື່ອທຽບເປັນລາຍປີ ເຖິງແມ່ນວ່າຈະຊະລໍຕົວລົງເລັກໜ້ອຍກໍຕາມ ( ເມື່ອທຽບເປັນລາຍເດືອນ ຫຼື ເດືອນຕໍ່ເດືອນ ) ແຕ່ກໍສົ່ງຜົນໃຫ້ມີສ່ວນຫຼຸດລົງໜ້ອຍທີ່ 8,3 ຈຸດ ຕໍ່ການເຕີບໂຕໂດຍລວມ.

ໃນຂະນະທີ່ການນຳເຂົ້າກໍຫຼຸດລົງຢ່າງຕໍ່ເນື່ອງ ຢູ່ທີ່ລະດັບ 11,1% ທຽບເປັນລາຍປີ ໃນທ່າມກາງການນຳເຂົ້າຫຼຸດລົງນີ້ ເຮັດໃຫ້ມີການເກີນດຸນການຄ້າ ເພີ່ມຂຶ້ນເປັນ 24,5 ຕື້ຣິງກິດ ຈາກ 17,2 ຕື້ຣິງກິດ ໃນເດືອນສິງຫາ 2023.