ACFTA ສົ່ງເສີມການຄ້າທະວິພາຄີ ກຳປູເຈຍ – ຈີນ ເພີ່ມຂຶ້ນຫຼາຍກວ່າ 21% ຕໍ່ປີ

12

ເວັບໄຊ khmertimeskh.com ລາຍງານວ່າ: ຂໍ້ຕົກລົງເຂດການຄ້າເສລີອາຊຽນ – ຈີນ ( ACFTA ) ໄດ້ສົ່ງເສີມການຄ້າທະວິພາຄີ ລະຫວ່າງ ກໍາປູເຈຍ ແລະ ຈີນ 10 ຄັ້ງ ນັບຕັ້ງແຕ່ປີ 2010 ເນື່ອງຈາກຈີນຊ່ວຍໃຫ້ກຳປູເຈຍ ໄດ້ຮັບປະໂຫຍດຈາກຂໍ້ຕົກລົງດັ່ງກ່າວ ໃນຂະນະທີ່ ອາຊຽນ ແລະ ຈີນ ກຳລັງຊຸກຍູ້ຢ່າງຕັ້ງໜ້າໃນການເຈລະຈາການຄ້າເສເລີ ( FTA ) ສະບັບ 3.0.

ທ່ານ Puthsodary ລັດຖະມົນຕີກະຊວງການຄ້າຂອງກຳປູເຈຍ ກ່າວວ່າ: ພາຍໃນ 13 ປີ ຂອງການດຳເນີນການ ACFTA, ການຄ້າທະວິພາຄີລະຫວ່າງ ກຳປູເຈຍ ແລະ ຈີນ ປະສົບຄວາມສຳເລັດຫຼາຍກວ່າ 10 ເທົ່າ ນັບຕັ້ງແຕ່ປີ 2010 ຈາກ 1,25 ຕື້ໂດລາ ເປັນ 11,69 ຕື້ໂດລາ ໃນປີ 2022 ໂດຍມີອັດຕາການເຕີບໂຕສະເລ່ຍຕໍ່ປີ ຢູ່ທີ່ 21,37%.

ກຳປູເຈຍ ແລະ ຈີນ ຍັງປະກາດການດຳເນີນຕາມຂໍ້ຕົກລົງ FTA ຢ່າງເປັນທາງການໃນເດືອນມັງກອນ ປີ 2022. ຂະນະດຽວກັນ, ສະຖາບັນທຸລະກິດສາກົນ ( AIBO ) ຂອງກະຊວງການຄ້າ ແຫ່ງ ສປ ຈີນ ຮ່ວມກັບ ກະຊວງການຄ້າ ແລະ ສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາກຳປູເຈຍ ກໍໄດ້ຈັດຝຶກອົບຮົມ ເຊິ່ງປະຕິບັດການ ແນໃສ່ສ້າງຂີດ ຄວາມສາມາດໃຫ້ກັບເຈົ້າໜ້າທີ່ກຳປູເຈຍ ໃນເລື່ອງກົດແຫ່ງຖິ່ນກຳເນີດຂອງ ( ACFTA ) ເພື່ອດຳເນີນການຄ້າຕ່າງປະເທດທີ່ເກີດປະໂຫຍດແກ່ກຳປູເຈຍ.

ປັດຈຸບັນ, ອາຊຽນ ແລະ ຈີນ ກໍາລັງຊຸກຍູ້ການເຈລະຈາ FTA ສະບັບ 3.0 ຢ່າງແຂ່ງຂັນ ເຊິ່ງຖືເປັນໂອກາດໃໝ່ສຳລັບການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງ ອາຊຽນ ແລະ ຈີນ, ການເຈລະຈາຍົກລະດັບ ACFTA 3.0 ຮອບທີ 4 ມີການກຳນົດວ່າຈະຈັດຂຶ້ນໃນວັນທີ 25 – 29 ຕຸລາ 2023 ທີ່ເມືອງບັນດຸງ ປະເທດອິນໂດເນເຊຍ.