ພາບປະທັບໃຈ ອອກເດີນທາງຊີງມົງກຸດແລ້ວ ປາເປົ້າ ໄພມະນີ Miss Universe Laos 2023

54

ປາເປົ້າ ໄພມະນີ ລາດສະບັນເທົາ Miss Universe Laos2023 ພ້ອມດ້ວຍຄອບຄົວ ຈັກກະວານລາວ ບິນລັດຟ້າແລ້ວມື້ນີ້ ເພື່ອຮ່ວມປະກວດເວທີ Miss Universe 2023 ທີ່ປະເທດ ເອວສະວາດໍ ງານນີ້ອົບອຸ່ນເພາະເດີນທາງໄປພ້ອມກັບ ຕ້າເອແພັກ ຫຼື ເທບມະຫາວິໄຊ ໄຊທິລາດ ປະທານໂຄງການ, ອ້າຍຍົມ ສຸລິຍົມ ຈັນດາລາສານ, ແລະ ໜຸ່ມອາຊີ ເຮີ Mister Universe Laos2023, ພ້ອມນີ້ອົບອຸ່ນ ແລະ ປະທັບໃຈແບບສຸດໆ ເພາະມີທັງຄອບຄົວ, ໝູ່ເພື່ອນໃນວົງການ, ແຟນຄລັບ ລວມເຖິງນ້ອງນັກຮຽນຮ່ວມສົ່ງທາງ ເພື່ອໄປຄວ້າມົງກຸດຢ່າງຄັບຄາໜາແໜ້ນກັນເລີຍ.

ມື້ນີ້ແລ້ວ 25 ຕຸລາ 2023 ໄພມະນີ ລາດສະບັນເທົາ ເດີນທາງໄປຈັກກະວານ 2023 ເວລາ 9:30 ໂມງ ທີ່ສະໜາມບິນສາກົນວັດໄຕ ງານນີ້ບໍ່ມີຫຍັງຈະຢຸດຢັ້ງພະລັງຂອງສາວລາວ ທີ່ຈະເສີດສາຍໃນເວທີຈັກກະວານອີກຄັ້ງ ຮ່ວມສົ່ງກຳລັງແຮງເຊຍກັນຫຼາຍໆເດີ ແລະ ທີ່ໂດດເດັ່ນອີກໜຶ່ງຢ່າງ ສໍາລັບການເດີນທາງໃນເທື່ອນີ້ກໍຄື LOOK-01 ຂອງປາເປົ້າ ເຊິ່ງໄດ້ຊຸດສູດສີມ່ວງ ຊຸດສູດສັ້ນຜ້າໄໝລາວ ກຽມຕົວອອກເດີນທາງໄປຈັກກະວານ ອອກແບບ ແລະ ຕັດຫຍິບໂດຍ ຄຳເພົ້າ ສັ່ງໄດ້ ນັ້ນເອງ.

ສາວປາເປົ້າ ຍັງໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ການເດີນທາງເທື່ອນີ້ ຕົນເອງແບກຄວາມຫວັງຂອງແຟນໆ ແລະ ຂອງຊາວລາວໄປຢ່າງເຕັມທີ່ ແລະ ໃນມື້ນີ້ທັງຮູ້ສຶກຕື່ນເຕັ້ນ ແລະ ດີໃຈທີ່ຈະໄດ້ນໍາສາຍສະພາຍລາວໄປສູ່ເວທີສາກົນ ເປົ້າຈະເຮັດຢ່າງເຕັມທີ່ ເຊິ່ງຖ້າຖາມເລື່ອງຄວາມໝັ້ນໃຈແມ່ນມີເຕັມ 100 ເພາະປາເປົ້າໄດ້ມີການກຽມຕົວມາເປັນຢ່າງດີ ບໍ່ວ່າຈະເປັນທັງບຸກຄະລິກກະພາບການເດີນຕ່າງໆ ໂດຍສະເພາະເລີຍກໍແມ່ນເລື່ອງຂອງພາສາ ເຊິ່ງໃນຈຸດນີ້ ປາເປົ້າ ກໍເຕັມທີ່ທີ່ສຸດ ເພື່ອຈະໃຫ້ມັນອອກມາດີ ແລະ ເຮັດໃຫ້ແຟນໆພູມໃຈໃນຕົວເປົ້າ.

ຄວາມຄາດຫວັງແນ່ນອນຕ້ອງມົງໃຫຍ່ຢູ່ແລ້ວ ຈະນໍາເອົາຄວາມສໍາເລັດ ແລະ ລາງວັນມາຝາກພີ່ນ້ອງແຟນໆຊາວລາວເຮົາ ແລະ ທີ່ສໍາຄັນຕ້ອງຂໍຂອບໃຈສໍາລັບການສະໜັບສະໜູນໂດຍດີຕະຫຼອດມາຂອງແຟນໆ ຢ່າລືມສົ່ງແຮງເຊຍແຮງໃຈໃຫ້ເປົ້າ ໃນການປະຕິບັດໜ້າທີ່ຂອງສາຍສະພາຍລາວເທິງເວທີສາກົນໃນຄັ້ງນີ້ດ້ວຍ ເປົ້າເອງຈະນໍາເອົາຄວາມເປັນລາວໄປປະຈັກສາຍຕາຊາວໂລກ ແລະ ຈະເຮັດໃຫ້ດີ ເຕັມທີ່ທີ່ສຸດເລີຍ.