ຫວຽດນາມ ສົ່ງອອກສິນຄ້າກະສິກຳ ໄປ ຈີນ ເພີ່ມຂຶ້ນເປັນສະຖິຕິໃໝ່

54

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ໃນໄລຍະ 3 ໄຕມາດປີນີ້ ມູນຄ່າການສົ່ງອອກສິນຄ້າກະສິກຳ, ປ່າໄມ້ ແລະ ການປະມົງຂອງຫວຽດນາມ ໄປຍັງ ຈີນ ມີມູນຄ່າຫຼາຍກວ່າ 8,7 ຕື້ໂດລາ, ໃນນີ້ສະເພາະສິນຄ້າກະສິກຳ ກວມເອົາ 70% ຂອງການສົ່ງອອກສິນຄ້າຂະແໜງນີ້ ເຊິ່ງເປັນສະຖິຕິໃໝ່ທີ່ບໍ່ເຄີຍມີມາກ່ອນ.

ການສົ່ງອອກພືດຜັກ ແລະ ໝາກໄມ້ ໄປຍັງ ຈີນ ໃນ 9 ເດືອນປີນີ້ ຢູ່ໃນລະດັບສູງສຸດໃນຮອບຫຼາຍສິບປີ. ມູນຄ່າການສົ່ງອອກສູງກວ່າ 4 ໃນ 5 ປະເທດທໍາອິດໃນການສົ່ງອອກສິນຄ້ານີ້ ໄດ້ແກ່ ອາເມຣິກາ, ສ.ເກົາຫຼີ, ຍີ່ປຸ່ນ ແລະ ໂຮນລັງ.

ໃນໄຕມາດ 3 ປີນີ້, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຂອງຫວຽດນາມ ຄາດການວ່າ: ການສົ່ງອອກສິນຄ້າກະສິກຳ ຈະສ້າງສະຖິຕິໃໝ່ທີ່ຫຼາກຫຼາຍ.

ໃນໄລຍະ 3 ໄຕມາດປີ 2023 ນີ້, ມູນຄ່າການສົ່ງອອກສິນຄ້າກະສິກຳ, ປ່າໄມ້ ແລະ ການປະມົງ ໄປຍັງ ຈີນ ມີມູນຄ່າຫຼາຍກວ່າ 8,7 ຕື້ໂດລາ ເພີ່ມຂຶ້ນ 16,7% ຈາກໄລຍະດຽວກັນຂອງປີ 2022 ໂດຍໃນຈໍານວນນີ້ ສິນຄ້າກະສິກຳພຽງຢ່າງດຽວ ກວມເອົາ 70% ເຊິ່ງເປັນສັດສ່ວນໃໝ່ ແລະ ເປັນສະຖິຕິໃໝ່ຂອງການສົ່ງອອກສິນຄ້າຂະແໜງນີ້ ດ້ວຍມູນຄ່າ 6,2 ຕື້ໂດລາ. ພືດຜັກ ແລະ ໝາກໄມ້ ເພີ່ມຂຶ້ນ 160% ຈາກໄລຍະດຽວກັນຂອງປີຜ່ານມາ ໂດຍໝາກທຸລຽນ ມີມູນຄ່າສູງ 1,5 ຕື້ໂດລາ ເມື່ອທຽບໃສ່ປີ 2022, ສ່ວນແບ່ງຕະຫຼາດຂອງຈີນ ໃນການນໍາເຂົ້າພືດຜັກ ແລະ ໝາກໄມ້ ຈາກຫວຽດນາມ ຄິດເປັນ 43% ຂອງມູນຄ່າການຊື້ – ຂາຍສິນຄ້າກະສິກຳ, ປ່າໄມ້ ແລະ ການປະມົງຂອງຈີນ.