ອິນເດຍ ອະນຸຍາດສົ່ງອອກເຂົ້າສານ 1 ລ້ານໂຕນ ໄປຍັງ 7 ປະເທດ

55

ເວັບໄຊສຳນັກຂ່າວ timesofindia.indiatimes.com ລາຍງານວ່າ: ອິນເດຍ ອະນຸຍາດໃຫ້ສົ່ງອອກເຂົ້າສານທີ່ບໍ່ແມ່ນເຂົ້າສານບາສມາຕິ ( Basmati Rice ) ຫຼາຍກວ່າ 1 ລ້ານໂຕນ ໄປຍັງ 7 ປະເທດ.

ລາຍງານລະບຸວ່າ: ລັດຖະບານອິນເດຍ ໄດ້ອະນຸຍາດໃຫ້ສົ່ງອອກເຂົ້າສານທີ່ບໍ່ແມ່ນເຂົ້າສານບາສມາຕິ ຈໍານວນ 1.034.800 ໂຕນ ໄປຍັງ ເນປານ, ກຳມາຣູນ, ກົດດິວົວ ( Cote D’ Ivore ), ກີນີ ( Guinea ), ມາເລເຊຍ, ຟີລິບປິນ ແລະ ປະເທດເຊເຊລສ໌ ( Seychelles ).

ພ້ອມນີ້, ກໍໄດ້ລະບຸວ່າ: ປະລິມານທີ່ຈະສົ່ງອອກເຂົ້າສານໄປຍັງ ເນປານ 95.000 ໂຕນ, ກຳມາຣູນ 190.000 ໂຕນ, ກົດດິວົວ 142.000 ໂຕນ, ກີນີ 142.000 ໂຕນ, ມາເລເຊຍ 170.000 ໂຕນ, ຟີລິບປິນ 295.000 ໂຕນ ແລະ ເຊເຊລສ໌ 800 ໂຕນ.

ກົມການຄ້າຕ່າງປະເທດຂອງອິນເດຍ ( DGFT ) ໄດ້ລາຍງານວ່າ: ການສົ່ງອອກໄດ້ຮັບອະນຸຍາດຜ່ານສະຫະກອນສົ່ງອອກແຫ່ງຊາດ ຈໍາກັດ ( NCEL ). ເຖິງແມ່ນວ່າ ການສົ່ງອອກເຂົ້າສານທີ່ບໍ່ແມ່ນເຂົ້າສານບາສມາຕິ ໄດ້ຖືກສັ່ງຫ້າມມາແຕ່ວັນທີ 20 ກໍລະກົດຜ່ານມາ ແຕ່ເພື່ອເພີ່ມການສະໜອງພາຍໃນ ແລະ ການສົ່ງອອກ ແມ່ນຈະມີການພິຈາລະນາ ແລະ ອະນຸຍາດຈາກລັດຖະບານ ເພື່ອຊ່ວຍໃຫ້ຄວາມຕ້ອງການດ້ານຄວາມໝັ້ນຄົງທາງດ້ານອາຫານຂອງໂລກ ຕາມຄໍາຮ້ອງຂໍຂອງພາຍໃນ ແລະ ອົງການສາກົນ.