ລະບຽບເສດຖະກິດໂລກໃໝ່

21

ຄໍລຳເຮົາໄດ້ສະເໜີບົດວິເຄາະກ່ຽວກັບຄວາມມຸ່ງຫວັງທີ່ຢາກສ້າງລະບຽບເສດຖະກິດໂລກໃໝ່ຂອງບັນດາປະເທດໃນໂລກ… ແຕ່ກໍຕ້ອງຍອມຮັບວ່າມັນລຳບາກພໍສົມຄວນ ເພາະປະເທດໃຫຍ່ທີ່ເຄີຍເປັນເຈົ້າລະບຽບໂລກກໍບໍ່ຍອມງ່າຍປານໃດ? ປະເທດທີ່ຈະກ້າວຂຶ້ນມາທຽບບາລະມີກໍບໍ່ແມ່ນຈະເຂັ້ມແຂງແຮງກ້າແທ້ໆ…

ບັນຫາມັນກໍເລີຍຄຸມເຄືອກັນຢູ່ ສະນັ້ນຈຶ່ງເກີດມີຫຼາຍເວທີສົນທະນາ ເພື່ອຈະກ້າວໄປສູ່ການສ້າງລະບຽບເສດຖະກິດໂລກໃໝ່.
ຜູ້ຂຽນຂໍນຳເອົາບົດວິເຄາະຈາກ ( VOVWORLD ) ສະບັບອອນລາຍລົງວັນທີ 29 ກັນຍາ 2023 ໃນຫົວຂໍ້:… “ ກອງປະຊຸມສົນທະນາທົ່ວໂລກ Berlin ຊອກຫາທິດທາງຫັນປ່ຽນໃຫ້ແກ່ເສດຖະກິດໂລກ .. ” ມາສູ່ທ່ານຜູ້ອ່ານດັ່ງນີ້:

ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ຮັບການຈັດຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 28 – 29 ກັນຍາ ຢູ່ນະຄອນຫຼວງ Berlin ( ປະເທດເຢຍລະມັນ ). ນີ້ແມ່ນເວທີປາໄສໃໝ່ຊ່ວຍໃຫ້ບັນດາລັດຖະບານ, ບັນດາກຸ່ມບໍລິສັດເສດຖະກິດກໍຄືບັນດາອົງການພົນລະເຮືອນໄດ້ແລກປ່ຽນ ແລະ ສ້າງວິໄສທັດລວມ ກ່ຽວກັບອະນາຄົດທີ່ພວມຫັນປ່ຽນຢ່າງແຮງຂອງພື້ນຖານເສດຖະກິດທົ່ວໂລກ.

ກອງປະຊຸມສົນທະນາທົ່ວໂລກ Berlin ( Berlin Global Dialogue ) ໄດ້ຮັບການກໍາເນີດຈາກແນວຄວາມຄິດຂອງ ທ່ານສາດສະດາຈານ ດ້ານເສດຖະກິດ Lars – Hendrik Roller, ສັງກັດໂຮງຮຽນຄຸ້ມຄອງບໍລິຫານ ແລະ ເຕັກໂນໂລເອີຣົບ Berlin ( ESMT Berlin ) ແລະ ເຄີຍເປັນຫົວໜ້າທີ່ປຶກສາດ້ານເສດຖະກິດຂອງ ທ່ານ ນາງ Angela Merkel ອະດີດນາຍົກລັດຖະມົນຕີເຢຍລະມັນ. ກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນເວທີປາໄສສາກົນໃໝ່, ເພີ່ມຕື່ມໃຫ້ບັນດາກົນໄກສົນທະນາຫຼາຍຝ່າຍໃນປັດຈຸບັນໃນສະພາບການໂລກທີ່ຖືກແບ່ງແຍກຢ່າງເລິກເຊິ່ງໃນຫຼາຍບັນຫາທີ່ມີລັກສະນະທົ່ວໂລກ.

ຈຸດເວລາຫັນປ່ຽນປະຫວັດສາດ

ໃນສານສົ່ງໄປກ່ອນການຈັດກອງປະຊຸມຄັ້ງທໍາອິດຂອງການກອງປະຊຸມສົນທະນາທົ່ວໂລກ Berlin ນັ້ນ, ທ່ານສາດສະດາຈານ Lars – Hendrik Roller ເນັ້ນໜັກວ່າ: ໂລກ ພວມຢູ່ໃນໄລຍະຫັນປ່ຽນປະຫວັດສາດ, ໃນຂະນະທີ່ທຸກໂຄງປະກອບເສດຖະກິດທົ່ວໂລກກ່ອນນີ້ທັງໝົດ ລ້ວນແຕ່ມີສັນຍາຖືກແຕກແຫງ. ດັ່ງນັ້ນ, ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ຫັນບັນດາຄວາມມານະພະຍາຍາມຂອງຕົນໄປສູ່ 3 ບຸລິມະສິດຕົ້ນຕໍ.

ທໍາອິດ, ກອງປະຊຸມສົນທະນາທົ່ວໂລກ Berlin ຈະສ້າງພື້ນຖານແລກປ່ຽນ ລະຫວ່າງບັນດາປະເທດຢູ່ພາກເໜືອ, ໝາຍຄວາມວ່າແມ່ນບັນດາປະເທດພັດທະນາ, ກັບໂລກທາງທິດໃຕ້ ແມ່ນບັນດາປະເທດພວມພັດທະນາອາຊີ, ອາຟຣິກກາ ແລະ ອາເມຣິກາລາຕິນ. ເວທີປາໄສນີ້ກໍແມ່ນຂົວຕໍ່ລະຫວ່າງຝ່າຍຕາເວັນຕົກກັບ ຝ່າຍຕາເວັນອອກ. ຕາມຄາດໝາຍຂອງກອງປະຊຸມສົນທະນາທົ່ວໂລກ Berlin, ທຸກການແລກປ່ຽນ ລ້ວນແຕ່ໄດ້ດໍາເນີນໄປບົນຈິດໃຈເປີດເຜີຍ, ໄວ້ເນື້ອເຊື່ອໃຈ ແລະ ໂດຍກົງ. ບຸລິມະສິດທີສອງຂອງການກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນຊຸກຍູ້ບັນດາການສົນທະນາທີ່ມີລັກສະນະຮ່ວມມືລະຫວ່າງບັນດາການນໍາ ການເມືອງກັບບັນດາການນໍາວິສາຫະກິດ, ຜ່ານນັ້ນ ກໍປັບປຸງບັນດານະໂຍບາຍເສດຖະກິດໃຫ້ກົມກຽວກວ່າ. ສຸດທ້າຍ, ກອງປະຊຸມສົນທະນາທົ່ວໂລກ Berlin ໄດ້ບຸລິມະສິດຊຸກຍູ້ບັນດາການພົວພັນຄູ່ຮ່ວມມືໃໝ່ ເພື່ອບັນລຸໄດ້ບັນດາຄວາມກ້າວໜ້າລະອຽດ ແລະ ແທ້ຈິງ.

ທ່ານ Olaf Scholz ນາຍົກລັດຖະມົນຕີເຢຍລະມັນ ເຊິ່ງເປັນນັກປາຖະກະຖາຕົ້ນຕໍທີ່ກອງປະຊຸມຄັ້ງນີ້ ໄດ້ໃຫ້ຂໍ້ສັງເກດວ່າ: ໂລກຫຼາຍຂົ້ວໃນປັດຈຸບັນຕ້ອງການບັນດາວິໄສທັດໃໝ່ ແລະ ບັນດາມາດຕະການຫຼາຍຝ່າຍໃໝ່. ທ່ານ Scholz ກໍຖືວ່າ: ນະຄອນຫຼວງ Berlin ແມ່ນສັນຍາລັກແຫ່ງສັນຕິພາບ ແລະ ຄວາມສາມັກຄີ, ແມ່ນສະຖານທີ່ເໝາະສົມ ເພື່ອສະໜອງບັນດາແນວ ຄວາມຄິດທີ່ແທດຈິງ, ຊຸກຍູ້ບັນດາຝ່າຍຮ່ວມມືໃນບັນຫາທົ່ວໂລກ. ກ່ອນນັ້ນ, ໃນບົດກ່າວປາໄສທີ່ສັບປະດາຂັ້ນສູງ ( 19 – 26 ກັນຍາ ) ສະມັດຊາໃຫຍ່ ສປຊ ຊຸດທີ 78 ( UNGA – 78 ) ທີ່ຫາກໍຈັດຂຶ້ນຢູ່ນິວຢອກ ( ປະເທດອາເມຣິກາ ), ທ່ານ Olaf Scholz ໄດ້ເນັ້ນໜັກພິເສດເຖິງຄວາມສໍາຄັນຂອງການຮ່ວມມືນີ້, ພິເສດແມ່ນໃນການເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ:

“ ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດ ແມ່ນການປ່ຽນແປງຂອງດິນຟ້າອາກາດ. ແນ່ນອນວ່າ ບັນດາປະເທດອຸດສາຫະກໍາທີ່ເປັນມູນເຊື້ອມີຄວາມຮັບຜິດຊອບພິເສດໃນການຕໍ່ສູ້ກັບວິກິດການດິນຟ້າອາກາດ, ແຕ່ຫຼາຍປະເທດອື່ນກໍນອນໃນຈໍານວນບັນດາປະເທດປ່ອຍອາຍພິດເຮືອນແກ້ວຫຼາຍທີ່ສຸດໃນປັດຈຸບັນ. ດັ່ງນັ້ນ, ແທນທີ່ເລື່ອງລໍຖ້າຜູ້ອື່ນ, ພວກເຮົາຄວນມີການກະທໍານໍາກັນ ”.

ມຸ່ງໄປເຖິງຄວາມເປັນລະບຽບຮຽບຮ້ອຍດ້ານເສດຖະກິດໃໝ່ຂອງໂລກ

ທີ່ກອງປະຊຸມທໍາອິດໃນປີນີ້, ກອງປະຊຸມສົນທະນາທົ່ວໂລກ Berlin ຈະສຸມໃສ່ປຶກສາຫາລື 3 ຫົວຂໍ້ “ ຫັນປ່ຽນ ”. ທໍາອິດແມ່ນການຫັນປ່ຽນໄປຄວາມລະບຽບຮຽບຮ້ອຍດ້ານເສດຖະກິດໃໝ່ຂອງໂລກ. ທີ່ບັນດາວາລະປຶກສາຫາລືກ່ຽວກັບຫົວຂໍ້ນີ້, ບັນດາການນໍາການເມືອງ ແລະ ເສດຖະກິດຈະແລກປ່ຽນ ແລະ ຊອກຮູ້ວິທີການຫັນປ່ຽນໄປຄວາມເປັນລະບຽບຮຽບຮ້ອຍດ້ານເສດຖະກິດໃໝ່ ແຕ່ບໍ່ກໍ່ໃຫ້ເກີດການປະທະກັນລະຫວ່າງບັນດາລະບົບເສດຖະກິດ ແລະ ລະຫວ່າງບັນດາເຂດແຄວ້ນ. ທ່ານສາດສະດາຈານ Lars – Hendrik Roller ຖືວ່າ ເພື່ອເຮັດໄດ້ສິ່ງດັ່ງກ່າວ, ການນໍາບັນດາລັດຖະບານ ແລະ ບັນດາວິສາຫະກິດຄວນຊອກຫາວິທີສໍາຜັດທີ່ເປັນເອກະພາບ ກ່ຽວກັບນະໂຍບາຍເສດຖະກິດ ກໍຄືນະໂຍບາຍການຕ່າງປະເທດ, ຄວາມໝັ້ນຄົງ.

ຈຸດສຸມທີສອງແມ່ນການຫັນປ່ຽນເປັນພື້ນຖານເສດຖະກິດທີ່ມີລະດັບກາກບອນຕໍ່າ. ບັນດາການນໍາຈະຊອກຫາກາລະໂອກາດ ເພື່ອຫັນປ່ຽນເປັນພື້ນຖານເສດຖະກິດທີ່ມີລະດັບກາກບອນຕໍ່າ, ທັງຮັກສາການເຕີບໂຕເສດຖະກິດ ແລະ ວັດທະນາຖາວອນ. ຈຸດສຸມທີ່ສາມຂອງກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນການຫັນເປັນສັງຄົມທີ່ຍຸຕິທາ.

ກອງປະຊຸມສົນທະນາທົ່ວໂລກ Berlin ປີນີ້ ໄດ້ດຶງດູດການເຂົ້າຮ່ວມຂອງບັນດາຜູ້ມີອິດທິພົນຊື່ສຽງ. ນອກຈາກ ທ່ານ Olaf Scholz ນາຍົກລັດຖະມົນຕີປະເທດເຈົ້າພາບ ເຢຍລະມັນ ແລ້ວ ກໍມີການນໍາຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໃນໂລກກໍເຂົ້າຮ່ວມ ແລະ ມີບົດປະກອບຄໍາເຫັນທີ່ກອງປະຊຸມ ຄື: ທ່ານ Charles Michel ປະທານ ສະພາເອີຣົບ, ທ່ານ Kassym-Jomart Tokayev ປະທານາທິບໍດີ ກາຊັກສະຖານ, ທ່ານ Ranil Wickremesinghe ປະທານາທິບໍດີ ສີລັງກາ, ທ່ານ Edi Rama ນາຍົກລັດຖະມົນຕີ ອາບາເນຍ ແລະ ລັດຖະມົນຕີບັນດາປະເທດ. ສ່ວນວົງການນັກທຸລະກິດ, ການນໍາກຸ່ມບໍລິສັດໃຫຍ່ຫຼາຍແຫ່ງ ກ່ຽວກັບດ້ານເຕັກໂນໂລຊີ, ການເງິນ ຫຼື ອຸດສາຫະກໍາ ຄື: Google, BlackRock, Mercedes-Benz, Arcelor Mittal, Booking ກໍໄດ້ເຂົ້າຮ່ວມກອງປະຊຸມ.

ຕາມວົງການນັກສັງເກດການແລ້ວ, ກອງປະຊຸມສົນທະນາທົ່ວໂລກ Berlin ແມ່ນຄວາມມານະພະຍາຍາມຖັດໄປຂອງວົງການນັກການເມືອງ – ເສດຖະກິດເຢຍລະມັນ ໃນການສ້າງຜົນກະທົບທີ່ໃຫຍ່ຫຼວງກວ່າໃຫ້ປະເທດເຢຍລະມັນ ສໍາລັບພື້ນຖານຄຸ້ມຄອງບໍລິຫານທົ່ວໂລກ, ຮັບຮອງເອົາບັນດາເວທີປາໄສສົນທະນາຫຼາຍຝ່າຍ ແລະ ຫຼາຍຂົ້ວ. ໃນຫຼາຍປີຜ່ານມາ, ປະເທດເຢຍລະມັນ ກໍແມ່ນບ່ອນທີ່ຈັດບັນດາເວທີປາໄສສາກົນປະຈໍາປີທີ່ມີອິດທິພົນຊື່ສຽງສູງ ຄື: ກອງປະຊຸມຄວາມໝັ້ນຄົງ Munich ( MSC ) ປຶກສາຫາລືສະເພາະບັນດາບັນຫາ ຄວາມໝັ້ນຄົງທົ່ວໂລກ ຫຼື ກອງປະຊຸມສົນທະນາຫັນປ່ຽນພະລັງງານ Berlin ( BETD ) ລົງເລິກບັນດາບັນຫາພະລັງງານ.

ສະຫຼຸບວ່າ: ບັນດາປະເທດຊັ້ນນຳທົ່ວໂລກ ກໍຄືບັນດາບໍລິສັດຍັກໃຫຍ່ຕ່າງກໍຕ້ອງການລະບຽບເສດຖະກິດໂລກໃໝ່ທີ່ມີຫຼາຍຝ່າຍຫຼາຍຂົ້ວ, ຫາກບໍ່ແມ່ນຜູກຂາດ ໂດຍປະເທດໃຫຍ່ໃດໜຶ່ງ?.

ຈົບ