ສ່ອງເບິ່ງ: ຈຸດຮ້ອນຢູ່ຕາເວັນອອກກາງ

49

ຈຸດຮ້ອນທີ່ເກີດຂຶ້ນຢູ່ຕາເວັນອອກກາງ ເຊິ່ງແມ່ນການປະທະກັນແບບຮຸນແຮງກາຍເປັນສົງຄາມນອງເລືອດ ລະຫວ່າງ ອິດສະລະແອນ ແລະ ກອງກຳລັງ Hamas ຖືເປັນເຫດການທີ່ຊາວໂລກຕົກຕະລຶງ.

ຜູ້ຂຽນຂໍນຳເອົາບົດວິເຄາະຈາກ ( VOV WORLD ) ສະບັບອອນລາຍພາຍໃຕ້ຫົວຂໍ້: ..ໂລກພວມຊອກຫາວິທີການຫຼຸດຜ່ອນຄວາມເຄັ່ງຕຶງໃນການປະທະກັນຢູ່ເຂດກາຢາ.. ລົງວັນທີ 11 ຕຸລາ 2023 ມາສະເໜີໃຫ້ເພື່ອນຜູ້ອ່ານຮັບຊາບດັ່ງນີ້:

ຕໍ່ໜ້າບັນດາການຜັນແປກ່ຽວກັບການປະທະກັນຢູ່ເຂດ ກາຊາທີ່ປີນຂັ້ນໄດໃນຊຸມວັນຜ່ານມາ, ປະຊາຄົມສາກົນ ພວມຊອກຫາວິທີຫຼຸດຜ່ອນຄວາມເຄັ່ງຕຶງໂດຍໄວ, ຍ້ອນຮູ້ສຶກວິຕົກກັງວົນວ່າການປະທະກັນຈະເກີດຂອບເຂດການຄວບຄຸມຢູ່ພາກພື້ນຕາເວັນອອກກາງ, ພ້ອມກັນນັ້ນສາມັນຊົນນັບລ້ານຄົນຈະຖືກຕົກເຂົ້າສູ່ວິກິດການດ້ານມະນຸດສະທໍາ.

ການປະທະກັນໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຢູ່ເຂດ ກາຊາພາຍຫຼັງກໍາລັງ Hamas ໄດ້ບຸກໂຈມຕີອິດສະລາແອນ ແບບບັງເອີນໃນວັນທີ 7 ຕຸລາຜ່ານມາ, ພາໄປເຖິງເລື່ອງກອງທັບອິດສະລາແອນ ປຸກລະດົມບັ້ນບຸກໂຈມຕີໂຕ້ຕອບດ້ວຍຂອບຂະໜາດໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ. ໄລ່ຮອດວັນທີ 10 ຕຸລາ ມີຜູ້ເສຍຊີວິດກວ່າ 1.500 ຄົນ ແລະ ຜູ້ຮັບບາດເຈັບນັບໝື່ນຄົນຈາກທັງສອງຝ່າຍ ແລະ ການປະທະກັນມີຄວາມສ່ຽງປິ່ນຂັ້ນໄດຢ່າງຮ້າຍແຮງທີ່ສຸດ.

■ ປະຕິກິລິຍາທີ່ກົງກັນຂ້າມກ່ຽວກັບການປະທະກັນ

ວັນທີ 9 ຕຸລາ, ກອງທັບອິດສະລາແອນ ໄດ້ຖະແຫຼງລະດົມກໍາລັງສໍາຮອງຂຶ້ນເຖິງ 3 ແສນຄົນ ເພື່ອໂຕ້ຕອບການບຸກໂຈມຕີຂອງ Hamas ແລະ ປິດລ້ອມເຂດກາຊາຢ່າງຮອບດ້ານ, ຫັນເຂດດິນແດນແຫ່ງນີ້ກາຍເປັນເຂດທີ່ເຂົ້າ – ອອກ ບໍ່ໄດ້. ທ່ານນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ຢັ້ງຢືນວ່າ ບັ້ນຮົບຂອງກອງທັບ ອິດສະລາແອນ ຈະເຮັດໃຫ້ ຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນຕາເວັນອອກກາງປ່ຽນແປງໄປຕະຫຼອດການ.

ການກະທໍາໂຕ້ຕອບຢ່າງຂ້ຽວຂາດຈາກຝ່າຍອິດສະລາແອນ ໄດ້ສ້າງປະຕິກິລິຍາທີ່ກົງກັນຂ້າມກັນໃນປະຊາຄົມສາກົນ. ລັດຖະບານຫຼາຍປະເທດຝ່າຍຕາເວັນອອກ ໄດ້ຂຶ້ນສຽງສະໜັບສະໜູນ ອິດສະລາແອນ. ວັນທີ 10 ຕຸລາ, ບັນດາປະເທດຄື: ອາເມຣິກາ, ອັງກິດ, ຝຣັ່ງ, ເຢຍລະມັນ ແລະ ອິຕາລີ ໄດ້ພ້ອມກັນອອກຖະແຫຼງການຮ່ວມຢັ້ງຢືນການສະໜັບສະໜູນ ອິດສະລາແອນ, ກ່າວປະນາມ Hamas ແລະ ກ່າວເຕືອນບັນດາຝ່າຍທີ 3 ບໍ່ໃຫ້ສວຍໃຊ້ສະພາບການຂາດສະຖຽນລະພາບເພື່ອຫາຜົນປະໂຫຍດດ້ານຄວາມໝັ້ນຄົງຢູ່ພາກຕາເວັນອອກກາງ. ຢູ່ບາງປະເທດຝ່າຍຕາເວັນຕົກ, ມີການເດີນຂະບວນສະໜັບສະໜູນອິດສະລາແອນ ກໍໄດ້ຈັດຂຶ້ນໃນຊຸມວັນຜ່ານມາ.

ເຖິງຢ່າງໃດກໍຕາມ, ເຖິງວ່າກ່າວປະນາມບັນດາການກະທໍາໃຊ້ຄວາມຮຸນແຮງຂອງ Hamas, ການນໍາຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ຖືວ່າປະຊາຄົມສາກົນ ບໍ່ອາດສັງເກດພຽງທິດດຽວກ່ຽວກັບການປະທະກັນຢູ່ເຂດ ກາຊາ ໃນປັດຈຸບັນ. ທ່ານ Ahmed Aboul Gheit ເລຂາທິການໃຫຍ່ສະຫະພາບອາຣັບ ໄດ້ຕໍາໜິຕິຕຽນທ່າທີ່ຂອງບາງປະເທດຝ່າຍຕາເວັນຕົກ ແລະ ຖືວ່າບຸລິມະສິດໃຫຍ່ທີ່ສຸດໃນປັດຈຸບັນ ແມ່ນຫຼຸດຜ່ອນຄວາມເຄັ່ງຕຶງລົງ, ຕ້ອງບັນລຸໄດ້ຄໍາສັ່ງຢຸດຍິງໃນທັນທີ ແທນທີ່ຈະແຂ່ງຂັນກັນເພື່ອສະແດງການສະໜັບສະໜູນໃຫ້ແກ່ຝ່າຍໃດຝ່າຍໜຶ່ງ.

ພວກເຮົາເຫັນໄດ້ທັດສະນະຂອງບັນດາປະເທດຝ່າຍຕາເວັນຕົກໃນປັດຈຸບັນ ແມ່ນພຽງແຕ່ສຸມໃສ່ການປະທະກັນນີ້, ໃນຂະນະທີ່ຫຼີກລ່ຽງການເຕື້ອງເຖິງສາເຫດຕົ້ນທາງຫຼັງ ຂອງສະພາບການໃນປັດຈຸບັນຢູ່ປາແລັສຕິນ. ສິ່ງທີ່ຈໍາເປັນແມ່ນຕ້ອງກັບຄືນວິວັດທະນາການສ້າງສັນຕິພາບຢ່າງແທ້ຈິງ ເພື່ອສ້າງຕັ້ງສອງລັດ ພ້ອມກັນຄົງຕົວໃນສັນຕິພາບ, ຄວາມໝັ້ນຄົງ ແລະ ເປັນປົກກະຕິ.
ໃນຄໍາຮຽກຮ້ອງບັນດາຝ່າຍຈົ່ງລະງັບໃຈ ທີ່ໄດ້ຍົກອອກມາໃນວັນທີ 10 ຕຸລາ, ທ່ານ Antonio Guterres ເລຂາທິການ ໃຫຍ່ ສປຊ ກໍຖືວ່າເຖິງວ່າຄວາມວິຕົກກັງວົນຕໍ່ຄວາມໝັ້ນຄົງຂອງ ອິດສະລາແອນ ແມ່ນຖືກຕ້ອງ ແຕ່ສະພາບການໃຊ້ຄວາມຮຸນແຮງໃນປັດຈຸບັນ ບໍ່ແມ່ນເກີດຂຶ້ນແບບທໍາມະດາ ເຊິ່ງແມ່ນຜົນຕາມມາຂອງການປະທະກັນທີ່ຕົກເຂົ້າສູ່ສະພາບການຈົນຕາແຈມາເປັນເວລາຫຼາຍທົດສະວັດແລ້ວ.

■ ມານະພະຍາຍາມສ້າງການເຈລະຈາ

ໂດຍວິຕົກກັງວົນຕໍ່ການປະທະກັນທີ່ອາດຈະປິ່ນຂັ້ນໄດຢ່າງຮ້າຍແຮງໃນຊຸມປີຈະມາເຖິງ ເມື່ອ ອິດສະລາແອນ ຍູ້ແຮງ ບັ້ນບຸກໂຈມຕີແນໃສ່ເຂດ ກາຊາແລະ ກໍາລັງ Hamas ນາບຂູ່ຂ້າຕົວປະກັນຊາວອິດສະລາແອນ, ປະຊາຄົມສາກົນ ພວມມານະພະຍາຍາມສ້າງການເຈລະຈາລະຫວ່າງບັນດາຝ່າຍໂດຍໄວ.

ວັນທີ 9 ຕຸລາ, ທ່ານປະທານາທິບໍດີ ເອຢິບ Abdel Fattah El-Sisi ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອົງມົງກຸດລາດຊະກຸມມານ ອາຣັບບີ ຊາອຸດິດ Mohammed Bin Salman ແລະ ປະທານາທິບໍດີສະຫະລັດ ອາຣັບ ເອເມເລດ ( UAE ) Sheikh Mohamed bin Zayed Al Nahyan ເພື່ອປຶກສາຫາລືກ່ຽວກັບວິທີການຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດກາຊາ, ເອຢິບ, ອາຣັບບີ ຊາອຸດິດ ແລະ UAE ແມ່ນບັນດາປະເທດທີ່ມີບົດບາດສໍາຄັນໃນໂລກ ອາຣັບ ແລະ ກໍພວມມີບັນດາຊ່ອງເຈລະຈາຢ່າງແທ້ຈິງ ກັບອໍານາດການປົກຄອງອິດສະລາແອນ. ອີຣານ ແມ່ນປະເທດມະຫາອໍານາດໃນພາກພື້ນໄດ້ຮຽກຮ້ອງໃຫ້ອົງການຮ່ວມມື ອິດສະລາມ ( OIC ) ຕ້ອງຈັດຕັ້ງກອງປະຊຸມໂດຍດ່ວນ ເພື່ອປຶກສາຫາລືກ່ຽວກັບສະພາບການ.

ການນໍາບາງປະເທດ ຄື: ຈີນ, ເວເນຊູເອລາ ໄດ້ຮຽກຮ້ອງໃຫ້ທຸກຝ່າຍຈົ່ງຢຸດຍິງ. ທ່ານປະທານາທິບໍດີຕວັກກີ, Recep Tayip Erdogan ໃຫ້ຮູ້ວ່າ ຕວັກກີ ພ້ອມແລ້ວທີ່ຈະເປັນກາງໄກ່ເກ່ຍທຸກຝ່າຍ, ອາດຈະເລີ່ມຕົ້ນດ້ວຍການແລກປ່ຽນ ຊະເລີຍເສິກ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າບັນດາຝ່າຍຕ້ອງຫຼີກລ່ຽງບັນດາການກະທໍາ ອາດຈະເຮັດໃຫ້ສະພາບການຢູ່ເຂດຕາເວັນອອກກາງຕົກເຂົ້າສູ່ສະພາບການບໍ່ສາມາດຟື້ນຟູໄດ້.

ນັບທັງໃນໄລຍະທີ່ຮ້າຍແຮງທີ່ສຸດ, ສິ່ງທີ່ຈໍາເປັນແມ່ນຕ້ອງມີວິໄສທັດທີ່ຍາວໄກ, ຫຼີກລ່ຽງບັນດາການກະທໍາບໍ່ອາດຕ່າວປີນໄດ້ ອາດຈະເຮັດໃຫ້ເປົ້າໝາຍຫົວຮຸນແຮງມີການກະທໍາທີ່ຮ້າຍແຮງກວ່າອີກ ແລະ ທໍາລາຍທຸກແງ່ຫວັງໃດ ກ່ຽວກັບພື້ນຖານສັນຕິພາບໃນໄລຍະຍາວ.

ໃນຂະນະນັ້ນ, ບັນດາຄວາມວິຕົກກັງວົນກ່ຽວກັບວິກິດການດ້ານມະນຸດສະທໍາຢູ່ເຂດ ກາຊາພວມຄ່ອຍໆໃຫຍ່ຂຶ້ນ. ຕາມຂໍ້ມູນຂອງອົງການປະຕິບັດງານ ແລະ ໜູນຊ່ວຍຂອງ ສປຊ ໃຫ້ແກ່ຊາວລີ້ໄພ ປາແລັສຕິນຢູ່ເຂດຕາເວັນອອກ ( UNRWA ), ໄລ່ຮອດໝົດວັນທີ 10 ຕຸລາ ມີຊາວປະແລັສະຕິນ ກວ່າ 187.000 ຄົນ ຢູ່ເຂດກາຊາຕ້ອງປະລະເຮືອນຊານ ຊອກຫາບ່ອນພັກອາໄສທີ່ປອດໄພ ຍ້ອນການປະທະກັນເກີດຂຶ້ນໃນວົງກວ້າງ. ສະພາບການໃນປັດຈຸບັນ ກໍເຮັດໃຫ້ບາງປະເທດ ຄື: ເມັກຊີໂກ, ຈີເລ, ອິນໂດເນເຊຍ ຕ້ອງຂຶ້ນແຜນການຍົກຍ້າຍປະຊາຊົນອອກຈາກເຂດກາຊາ ແລະ ບາງທ້ອງຖິ່ນຂອງອິດສະລາແອນ.

ວົງການນັກສັງເກດການກໍໃຫ້ຂໍ້ສັງເກດວ່າ : ຖ້າມີການເຈລະຈາດ່ວນລະຫວ່າງບັນດາຝ່າຍ, ສະພາບການມະນຸດສະທໍາຢູ່ເຂດ ກາຊາ ຈະສືບຕໍ່ຊົ່ວຮ້າຍລົງໃນຊຸມວັນຈະມາເຖິງ ເມື່ອການປະທະກັນປີນຂັ້ນໄດ ພ້ອມທັງເຂດກາຊາຈະສືບຕໍ່ຖືກປິດລ້ອມຢ່າງຮອບດ້ານ, ມີຄວາມສ່ຽງຖືກຕັດນໍ້າປະປາ, ຕັດໄຟຟ້າ ແລະ ແຫຼ່ງສະໜອງສະບຽງອາຫານ.

ໃນຖານະເປັນປະເທດເຄີຍຜ່ານສົງຄາມ ຜູ້ຂຽນຄິດວ່າປະຊາຊົນລາວເຮົາຍ່ອມຮັບຮູ້ເຖິງ ຄວາມສູນເສຍ… ສະນັ້ນຈຶ່ງຂໍອ້ອນວອນໃຫ້ສອງຝ່າຍຢຸດຕິສົງຄາມແລ້ວຫັນໜ້າສູ່ການເຈລະຈາເພື່ອສ້າງສັນຕິພາບໃຫ້ເກີດມີຂຶ້ນໃນຂົງເຂດດັ່ງກ່າວ.