ອິດສະລາແອນ ໂຈມຕີເຂດກາຊາຢ່າງໜັກໜ່ວງ

46

( VOVWORLD ) ລາຍງານວ່າ: ແຫຼ່ງຂ່າວດ້ານສາທາລະນະສຸກ ປາແລັສຕິນ ຢູ່ເຂດກາຊາໃຫ້ຮູ້ວາ ໄລ່ຮອດຕອນຄ່ຳວັນທີ 12 ຕຸລາ ( ຕາມເວລາທ້ອງຖິ່ນ ) ຈຳນວນຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຈາກການບຸກໂຈມຕີທາງອາກາດໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ນັບແຕ່ຕອນເຊົ້າວັນທີ 7 ຕຸລາ ມາຮອດປັດຈຸບັນໄດ້ຂຶ້ນເຖິງ 7.600 ຄົນແລ້ວ, ໃນນັ້ນມີຜູ້ເສຍຊີວິດ 1.400 ກວ່າຄົນ. ອົງການກາແດງສາກົນ ໄດ້ຕີລາຄາວ່າ: ສະພາບການມະນຸດສະທຳຢູ່ເຂດ ກາຊາ ແມ່ນຮ້າຍແຮງທີ່ສຸດນັບແຕ່ສົງຄາມປີ 1967 ມາຮອດປັດຈຸບັນ, ມີຄວາມຂາດເຂີນຢ່າງຮ້າຍແຮງທັງດ້ານບຸກຄະລາກອນ, ວັດຖຸອຸປະກອນ ແລະ ຢາ.

ຕາມໂທລະພາບ Aljazeera ກອງທັບ ອິດສະລາແອນ ໄດ້ຖິ້ມລະເບີດເຖິງ 4.000 ໂຕນ ເລັ່ງໃສ່ເຂດກາຊາ. ບັນດາເຫດບຸກໂຈມຕີທາງອາກາດ ແລະ ປືນໃຫຍ່ຂອງກອງທັບອິດສະລາແອນ ໄດ້ທຳລາຍກິດຈະກຳ, ເຮືອນຊານ, ຖະໜົນຫົນທາງ, ໂບດ… ນັບຮ້ອຍແຫ່ງຢູ່ທີ່ນີ້. ບໍ່ພຽງແຕ່ຖືກທຳລາຍຢ່າງຮ້າຍແຮງເທົ່ານັ້ນ, ເຂດດິນແດນທີ່ມີປະຊາຊົນ ປະມານ 2,3 ລ້ານຄົນນີ້ ຍັງຖືກຕັດແຫຼ່ງສະໜອງໄຟຟ້າ, ນ້ຳປະປາ, ເຊື້ອເພີງ, ສະບຽງອາຫານຢ່າງສົມບູນ.