ການຄ້າຕ່າງປະເທດຂອງຈີນ ຟື້ນຕົວຢ່າງແຂງແຮງໃນເດືອນກັນຍາ

47

ເວັບໄຊສໍານັກຂ່າວ globaltimes.cn ລາຍງານວ່າ: ການຄ້າຕ່່າງປະເທດຂອງຈີນ ໃນເດືອນກັນຍາ ເຕີບໂຕຕໍ່ເນື່ອງຈາກເດືອນສິງຫາ ເຊິ່ງເປັນເດືອນທີ 2 ຕິດຕໍ່ກັນ ເປັນການສົ່ງສັນຍານທີ່ດີວ່າ ເສດຖະກິດທີ່ໃຫຍ່ເປັນອັນດັບ 2 ຂອງໂລກ ກຳລັງດຳເນີນໄປສູ່ການຟື້ນຕົວ ເມື່ອມາດຕະການກະຕຸ້ນເສດຖະກິດເລີ່ມໄດ້ຮັບຜົນ ແລະ ຄວາມເຊື່ອໝັ້ນຂອງຕະຫຼາດກັບຄືນມາ.

ຈາກຂໍ້ມູນຂອງສຳນັກງານກົມໃຫຍ່ພາສີຂອງຈີນ ໃຫ້ຮູ້ວ່າ: ເດືອນສິງຫາ ແລະ ເດືອນກັນຍາ, ການນໍາເຂົ້າ ແລະ ສົ່ງອອກເພີ່ມຂຶ້ນ ເຊິ່ງສະເພາະເດືອນກັນຍາ ການນໍາເຂົ້າ ແລະ ສົ່ງອອກແມ່ນຢູ່ລະດັບສູງສຸດຂອງປີນີ້ ໂດຍຢູ່ທີ່ລະດັບ 3,74 ລ້ານໆຢວນ ( 511,9 ຕື້ໂດລາ ). ຖ້າທຽບເປັນລາຍປີຕາມສະກຸນຢວນ ການສົ່ງອອກຫຼຸດລົງ 0,6% ແຕ່ໃນຂະນະດຽວກັນ ການນໍາເຂົ້າກໍຫຼຸດລົງ 0,8%.

ໃນໄລຍະ 3 ໄຕມາດປີນີ້, ການຄ້າຕ່າງປະເທດຂອງຈີນ ມີມູນຄ່າ 30,8 ລ້ານໆຢວນ ທຽບເປັນລາຍປີ ຕາມສະກຸນເງິນຢວນ ຫຼຸດລົງ 0,2%; ໃນນີ້ການສົ່ງອອກເພີ່ມຂຶ້ນ 0,6% ແລະ ການນໍາເຂົ້າຫຼຸດລົງ 1,2%.

ທ່ານ Lu Daliang ໂຄສົກຂອງສຳນັກງານກົມໃຫຍ່ພາສີຂອງຈີນ ກ່າວວ່າ: ໂດຍລວມແລ້ວ, ດ້ວຍການສະໜັບສະໜູນນະໂຍບາຍທີ່ເຂັ້ມແຂງ ຄວາມພະຍາຍາມຮ່ວມກັນຂອງພາກທຸລະກິດ ແລະ ຄວາມຮ່ວມມືຈາກທຸກຝ່າຍ ທ່າອ່ຽງການສົ່ງອອກໃນໄຕມາດ 4 ຄາດວ່າຈະຍັງມີສະຖຽນລະພາບ ແລະ ໄດ້ຮັບການປັບປຸງຕໍ່ໄປ.

ລາຍງານຍັງລະບຸວ່າ: ການຟື້ນຕົວນີ້ຈະສາມາດສະໜັບສະໜູນໃນການບັນລຸເປົ້າໝາຍການເຕີບໂຕທາງເສດຖະກິດຂອງປີ ຢູ່ທີ່ 5%.

ຂະນະທີ່ການຄ້າຕ່າງປະເທດຂອງຈີນ ກັບປະເທດຫຸ້ນສ່ວນໂຄງການໜຶ່ງແລວ ໜຶ່ງເສັ້ນທາງ ( BRI ) ເພີ່ມຂຶ້ນ 3,1% ເມື່ອທຽບເປັນລາຍປີ ແມ່ນຢູ່ທີ່ 14,32 ລ້ານໆຢວນ ໃນໄລຍະ 3 ໄຕມາດປີ 2023 ເຊິ່ງແມ່ນ 46,5% ຂອງການຄ້າຕ່າງປະເທດທັງໝົດຂອງຈີນ, ດັດຊະນີການຄ້າລະຫວ່າງປະເທດຈີນ ແລະ ປະເທດຫຸ້ນສ່ວນ BRI ເພີ່ມຂຶ້ນແບບກ້າວກະໂດດມາເປັນ 165,4 ຈຸດ ໃນປີ 2022 ເມື່ອທຽບກັບປີ 2013 ເຊິ່ງສະທ້ອນໃຫ້ເຫັນບົດບາດທີ່ເພີ່ມຂຶ້ນຂອງການຮ່ວມມື BRI ໃນການອຳນວຍຄວາມສະດວກທາງການຄ້າ.

ສ່ວນການຄ້າກັບອາຊຽນ ເພີ່ມຂຶ້ນ 0,8% ທຽບເປັນລາຍປີ ຢູ່ທີ່ 4,68 ລ້ານໆຢວນ ຄິດເປັນ 15,2% ຂອງການຄ້າຕ່າງປະເທດທັງໝົດຂອງຈີນ ເນື່ອງຈາກອາຊຽນ ຍັງສືບຕໍ່ເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງຈີນ.