ອັດຕາເງິນເຟີ້ຂອງຮົງກາຣີ ຫຼຸດລົງສູ່ລະດັບ 12,2%

38

ເວັບໄຊສຳນັກຂ່າວ budapesttimes.hu ລາຍງານວ່າ: ສຳນັກງານສະຖິຕິຂອງຮົງກາຣີ ( KSH ) ເປີດເຜີຍວ່າອັດຕາເງິນເຟີ້ຂອງລາຄາຜູ້ບໍລິໂພກໃນ ຮົງກາຣີ ຢູທີ່ 12,2% ໃນເດືອນກັນຍາ ເຊິ່ງອັດຕາເງິນເຟີ້ຫຼຸດລົງເປັນເດືອນທີ 8 ຕິດຕໍ່ກັນ ຫຼັງຈາກຢູ່ໃນລະດັບສູງສຸດທີ່ 25,7 ໃນເດືອນມັງກອນປີນີ້.

ລາຍງານລະບຸວ່າ: ລາຄາອາຫານເພີ່ມຂຶ້ນ 15,2% ໃນເດືອນກັນຍາ ຫຼັງຈາກເພີ່ມຂຶ້ນ 19,5% ໃນເດືອນກ່ອນໜ້ານີ້; ລາຄາພະລັງງານໃນຄົວເຮືອນຫຼຸດລົງ 14,6% ຂະນະທີ່ລາຄາແກ໊ສຫຼຸດລົງ 33,5% ແລະ ລາຄາໄຟຟ້າຫຼຸດລົງ 3,2%; ສ່ວນລາຄາເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 12,3%; ລາຄາເສື້ອຜ້າເພີ່ມຂຶ້ນ 6,9%; ລາຄາບໍລິການເພີ່ມຂຶ້ນ 13,6% ເພີ່ມຈາກການຂະຫຍາຍຕົວ 13,2% ໃນເດືອນກ່ອນໜ້ານີ້.

ອັດຕາເງິນເຟີ້ພື້ນຖານ ໂດຍບໍ່ລວມລາຄາເຊື້ອເພີງ ແລະ ອາຫານທີ່ມີຄວາມຜັນຜວນຢູ່ທີ່ 13,1%; ດັດຊະນີລາຄາຜູ້ບໍລິໂພກທີ່ຄໍານວນຈາກກະຕ່າສິນຄ້າ ແລະ ບໍລິການ ຜູ້ຮັບບໍານານ ຢູ່ທີ່ 11,6%. ສ່ວນການທຽບເປັນລາຍເດືອນ, ລາຄາຜູ້ບໍລິໂພກ ເພີ່ມຂຶ້ນ 0,4%.

ກະຊວງພັດທະນາເສດຖະກິດ ຂອງຮົງກາຣີ ໄດ້ໃຫ້ຄວາມເຫັນວ່າ: ຕົວເລກ KSH ແມ່ນການຕໍ່ສູ້ທີ່ປະສົບຄວາມສຳເລັດຂອງລັດຖະບານ ຕໍ່ພາວະເງິນເຟີ້ ແລະ ຄາດວ່າດັດຊະນີອາດຈະຫຼຸດລົງຕໍ່າກວ່າ 10% ໃນເດືອນພະຈິກທີ່ຈະມາເຖິງນີ້.