ປະລິມານການສົ່ງອອກນໍ້າເຜິ້ງຂອງມຽນມາ ຫຼາຍກວ່າ 1.200 ໂຕນ

32

ເວັບໄຊສຳນັກຂ່າວ gnlm.com.mm ລາຍງານວ່າ: ຕາມການລາຍງານຂອງກອງການລ້ຽງເຜິ້ງ ສັງກັດກົມປັບປຸງພັນທຸສັດ ແລະ ສັດຕະວະແພດຂອງມຽນມາ ໃຫ້ຮູ້ວ່ານັບແຕ່ເດືອນ ເມສາ – ກັນຍາ ( ໄຕມາດ 2 – 3 ) ປີນີ້, ມຽນມາ ຈັດສົ່ງນໍ້າເຜິ້ງ ຈໍານວນ 1.253 ໂຕນ ເຊິ່ງມີມູນຄ່າປະມານ 1,8 ລ້ານກວ່າໂດລາ ໃຫ້ກັບຄູ່ຄ້າຕ່າງປະເທດ.

ມຽນມາ ສົ່ງອອກນໍ້າເຜິ້ງໄປຍັງ ສ.ເກົາຫຼີ, ຍີ່ປຸ່ນ, ອາເມຣິກາ ແລະ ສິງກະໂປ ເຊິ່ງທຸລະກິດລ້ຽງເຜິ້ງຂອງມຽນມາ ສ່ວນໃຫຍ່ ຢູ່ໃນສະກາຍ, ມັນທະເລ, ມາເກວ ແລະ ຣັດຖານ; ມຽນມາ ຜະລິດນໍ້າເຜິ້ງງາ, ນໍ້າເຜິ້ງພຸທາ, ນໍ້າເຜິ້ງໄນເຈີ, ນໍ້າເຜິ້ງດອກຕາເວັນ, ນໍ້າເຜິ້ງລິ້ນຈີ່ ແລະ ນໍ້າເຜິ້ງດອກໄມ້.

ນໍ້າເຜິ້ງຂອງມຽນມາ ຖືກນໍາມາໃຊ້ເປັນຢາພື້ນເມືອງໃນປະເທດ ອີກທັງຍັງສ້າງລາຍຮັບຈາກການສົ່ງອອກໄປຕ່າງປະເທດ ເຊິ່ງສະຖານີລ້ຽງເຜິ້ງຂອງລັດຖະບານບາງແຫ່ງ ມີຮັງເຜິ້ງ 6.200 ຮັງ ໃນ 31 ເມືອງ ແລະ ທຸລະກິດການລ້ຽງເຜິ້ງເອກະຊົນຫຼາຍກວ່າ 950 ແຫ່ງ ທີ່ດຳເນີນງານໂດຍມີຮັງເຜິ້ງເກືອບ 200.000 ຮັງ.

ມຽນມາ ຜະລິດນໍ້າເຜິ້ງປີລະປະມານ 7.000 ໂຕນ ໂດຍມີກຳລັງການຜະລິດ 31 ກິໂລກຣາມຕໍ່ຮັງ ເຊິ່ງມີນໍ້າເຜິ້ງຫຼາຍກວ່າ 1.900 ໂຕນ ຖືກສົ່ງໄປຍັງຕະຫຼາດພາຍນອກໃນປີງົບປະມານ 2022 – 2023 ( ເມສາ 2022 – ມີນາ 2023 ) ໂດຍມູນຄ່າປະມານ 2,8 ລ້ານກວ່າໂດລາ.

ການສົ່ງອອກນໍ້າເຜິ້ງຂອງມຽນມາ ໄປຍັງຕະຫຼາດຕ່າງປະເທດ ແມ່ນສົ່ງທາງທະເລ ຈໍານວນ 1.853,74 ໂຕນ ແລະ ສົ່ງໄປຍັງປະເທດເພື່ອນບ້ານຜ່ານທາງຊາຍແດນທາງບົກ 63,44 ໂຕນ.