ການລົງທຶນໃນຂະແໜງພະລັງງານໝູນວຽນຢູ່ເອີຣົບ ຫຼຸດລົງ

50

ເວັບໄຊ euronews.com ລາຍງານວ່າ: ຫຸ້ນໃນຂະແໜງພະລັງງານໝູນວຽນຫຼຸດລົງ ເນື່ອງຈາກນັກລົງທຶນດຶງເງິນຫຼາຍພັນລ້ານອອກ ຍ້ອນອັດຕາດອກເບ້ຍ ແລະ ອັດຕາເງິນເຟີ້ທີ່ສູງ ສົ່ງຜົນໃຫ້ລາຄາຫຸ້ນຂອງຂະແໜງການນີ້ ຫຼຸດລົງ ກວ່າ 30% ໃນໄລຍະ 3 ເດືອນ ນັບແຕ່ເດືອນກໍລະກົດມານີ້.

ແຫຼ່ງຂ່າວລະບຸວ່າ: ເຖິງແມ່ນວ່າລັດຖະບານໃນປະເທດສະມາຊິກສະຫະພາບເອີຣົບ ແລະ ສະຫະລັດອາເມຣິກາ ຈະໃຫ້ຄໍາໝັ້ນທີ່ຈະສະໜັບສະໜູນການປ່ຽນແປງສີຂຽວທີ່ສຳຄັນ ໂດຍການສະເໜີເຄຣດິດພາສີ ແລະ ເງິນອຸດໜູນຫຼາຍພັນລ້ານໂດລາ ແຕ່ພະລັງງານໝູນວຽນກັບສູນເສຍຄວາມເຊື່ອໝັ້ນຂອງນັກລົງທຶນ ໂດຍສະເພາະໃນໄລຍະ 3 ເດືອນມານີ້.

ຕົວເລກບົ່ງບອກທີ່ສຳຄັນ, ສຳລັບຄວາມໄວ້ວາງໃຈທີ່ຫຼຸດລົງນີ້ ຄືຜົນການດຳເນີນງານຂອງດັດຊະນີພະລັງງານສະອາດທົ່ວໂລກຂອງ S&P ເຊິ່ງປະກອບດ້ວຍບໍລິສັດພະລັງງານແສງຕາເວັນ, ພະລັງງານລົມ ແລະ ບໍລິສັດອື່ນໆທີ່ກ່ຽວຂ້ອງກັບພະລັງງານທົດແທນລາຍໃຫຍ່ 100 ແຫ່ງ.

ຂະນະທີ່ການສູນເສຍນີ້ ເຮັດໃຫ້ກອງທຶນພະລັງງານທົດແທນທົ່ວໂລກ ປະສົບບັນຫາການໄຫຼອອກສຸດທິ 1,1 ຕື້ໂດລາ ( 1,32 ຕື້ເອີໂຣ ) ໃນໄຕມາດ 3 ປີນີ້ ເຊິ່ງເປັນການໄຫຼອອກລາຍໄຕມາດທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ. ນີ້ແມ່ນຕາມການລາຍງານຂອງສຳນັກຂ່າວ ຣອຍເຕີ ໂດຍອ້າງອີງຂໍ້ມູນຜົນການດຳເນີນງານຫຼ້າສຸດຂອງກອງທຶນ LSEG Lipper.

ຢ່າງໃດກໍຕາມ, ການໄຫຼອອກດັ່ງກ່າວ ໄດ້ປີ້ນກັບທ່າອ່ຽງໃນໄລຍະ 6 ເດືອນຕົ້ນປີ 2023 ພຽງບາງສ່ວນເທົ່ານັ້ນ ເມື່ອນັກລົງທຶນອັດສີດເງິນສຸດທິ 3,36 ຕື້ໂດລາ. ຊັບສິນລວມຂອງພາກສ່ວນພາຍໃຕ້ການບໍລິການນີ້ຢູ່ທີ່ 65,4 ຕື້ໂດລາ ຫຼຸດລົງ 23%.

ໃນທາງກົງກັນຂ້າມ, ດັດຊະນີພະລັງງານ S&P 500 ທີ່ມີປະລິມານນໍ້າມັນ ແລະ ແກ໊ສ ເພີ່ມຂຶ້ນເລັກໜ້ອຍໃນປີນີ້.

ລາຍງານຍັງລະບຸວ່າ: ນັກລົງທຶນ ກໍໄດ້ອອກຈາກກອງທຶນພະລັງງານແບບດັ້ງເດີມເຊັ່ນກັນ ແຕ່ອັດຕາດັ່ງກ່າວໄດ້ຊະລໍຕົວລົງ ໂດຍການໄຫຼອອກສຸດທິ ຢູ່ທີ່ 438 ລ້ານໂດລາໃນໄຕມາດຜ່ານມາ ທຽບກັບ 3,32 ຕື້ໂດລາໃນໄລຍະ 3 ເດືອນຜ່ານມາ.