ຊາວກະສິກອນ 20 ບ້ານຢູ່ເມືອງທ່າແຕງໄດ້ຮັບເຄື່ອງມື ແລະ ອຸປະກອນການຜະລິດກະສິກຳ

65

ໃນວັນທີ 10 ຕຸລາ 2023 ນີ້ ທີ່ສະໂມສອນຂອງເມືອງ ທ່າແຕງ ແຂວງ ເຊກອງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ໄດ້ຈັດພິທີມອບ-ຮັບເຄື່ອງມື ແລະ ອຸປະກອນການຜະລິດໃຫ້ຊາວກະສິກອນບ້ານ 20 ເປົ້າໝາຍຢູ່ເມືອງທ່າແຕງ. ໂດຍເປັນກຽດມອບ ຂອງ ທ່ານ ອາເລັກ ດາຮັນ ຫົວໜ້າໂຄງການ ຄຣີນ ປະຈໍາ ສປປ ລາວ ແລະ ຮັບ ໂດຍທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງໆທ່າແຕງ . ໂດຍມີ ທ່ານ ບຸນຊຳ ສີສັກ ຮອງໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ເຊກອງ, ມີພາກສ່ວນກ່ຽວຂ້ອງຂັ້ນສູນກາງ,ຂັ້ນແຂວງ ແລະ ເມືອງ,ອົງການປົກຄອງບ້ານ,ພ້ອມດ້ວຍຊາວກະສິກອນ 20 ບ້ານເປົ້າໝາຍເຂົ້າຮ່ວມ.

May be an image of 16 people and text
ເຄື່ອງມື ແລະ ອຸປະກອນການຜະລິດ ທີ່ມອບ-ຮັບໃນຄັ້ງນີ້ ແມ່ນໄດ້ຈາກ ການຊ່ວຍເຫຼືອ ຂອງອົງການວິນລ໊ອກ(WINROCK International) ເຊິ່ງ ປະກອບມີ ຈັກດູດນ້ຳ Honda GX 160, ລໍ້ຢູ້,ເຄື່ອງຕັດຫຍ້າແບບຖື,ຜ້າບັດປົກມັນກັນຝົນ 5×6,ມີດຕັດແຕ່ງກິ່ງ,ຜ້າບັດດຳ ໃຊ້ຕາກກາເຟ,ໂຮງສີກາເຟ,ເລື່ອຍ (ສຳລັບຊາວສວນກາເຟ), ຊວ້ານ, ຕາຫນ່າງຕາກກາເຟ, ເຄື່ອງອິ້ວຫມາກແດງ, ເຄື່ອງປະສົມປຸ໋ຍ, ເຄື່ອງຊອຍມັນ ແລະ ສະຫລາມງັດມັນຕົ້ນ ລວມມູນຄ່າທັງໝົດ 101,548 ໂດລາສະຫະລັດ ຫຼື ເທົ່າກັບ 2 ຕື້ 232 ລ້ານກວ່າກີບ. ເຄື່ອງດັ່ງກ່າວ ແມ່ນໄດ້ ມອບຕໍ່ໃຫ້ 20 ບ້ານເປົ້າໝາຍເປັນຜູ້ຄຸ້ມຄອງນຳໃຊ້ເຂົ້າໃນການຜະລິດໃຫ້ເກີດດອກອອກຜົນ.

May be an image of 5 people, dais and text
ອົງການວິນລ໊ອກ(WINROCK International) ແມ່ນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານຂອງສະຫະລັດອາເມລິກາ, ປັດຈຸບັນອົງການວິນລ໊ອກ ໄດ້ຮ່ວມກັບ ອົງການບ້ານຈຸດສຸມສາກົນ ແລະ ອົງການສະຫະປະຊາຊາດເພື່ອອາຫານ ແລະ ການກະເສດ. ດໍາເນີນໂຄງການໂດຍເນັ້ນໃສ່ເພື່ອບັນລຸ 2 ເປົ້າໝາຍຫຼັກຄື: ຍົກສະມັດຕະພາບການຜະລິດໂດຍຜ່ານການເຝິກອົບຮົມໃຫ້ຊາວກະສິກອນໃນຮູບແບບການຜະລິດກະສິກໍາທີ່ດີ (GAP) , ສ້າງຄວາມເຂັ້ມແຂງໃຫ້ວຽກງານປ້ອງກັນພືດ ແລະ ກັກກັ້ນພືດ, ການສະໜອງເຄື່ອງມື ແລະ ປັດໄຈການຜະລິດ, ຂະຫຍາຍການຄ້າດ້ານກະສິກຳ ທັງພາຍໃນ ແລະ ພາກພື້ນ ດ້ວຍການເຊື່ອມໂຍງຜະລິດຕະພັນກະສິກໍາ ຂອງ ລາວ ໃຫ້ເຂົ້າສູ່ຕະຫຼາດໃນພາກພື້ນ.

May be an image of 8 people and table
ຂ່າວ-ພາບ: ຂ່າວເຊກອງ