ແຫຼ່ງຜະລິດແກ໊ສທີ່ໃຫຍ່ທີ່ສຸດໃນເອີຣົບ ປິດລົງຢ່າງເປັນທາງການ

21

ເວັບໄຊ vietnamplus.vn ຂອງສຳນັກຂ່າວສານຫວຽດນາມ ລາຍງານວ່າ: ໃນວັນທີ 1 ຕຸລາຜ່ານມາ, ປະເທດໂຮນລັງ ໄດ້ຢຸດຕິການໃຊ້ແກ໊ສທໍາມະຊາດຈາກແຫຼ່ງແກ໊ສ ໂກນິງເກນ ( Groningen ) ທາງພາກເໜືອຂອງປະເທດຢ່າງເປັນທາງການ ເຊິ່ງເປັນແຫຼ່ງແກ໊ສທີ່ໃຫຍ່ທີ່ສຸດໃນເອີຣົບ.

ການຕັດສິນໃຈຄັ້ງນີ້ ໄດ້ປະກາດມາແຕ່ປີ 2018 ແຕ່ກໍມີການເລື່ອນມາເປັນປີ 2022 ເນື່ອງຈາກຄວາມບໍ່ໝັ້ນຄົງໃນຕະຫຼາດພະລັງງານໂລກ ທີ່ກະທົບຈາກຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ.

ກ່ອນໜ້ານີ້, ເຈົ້າໜ້າທີ່ທ້ອງຖິ່ນຍັງຕ້ອງສືບຕໍ່ດຳເນີນງານຂອງໜ່ວຍຂຸດເຈາະ 11 ໜ່ວຍສຸດທ້າຍ ທີ່ບໍ່ແກ໊ສ ໂກນິງເກນ ອີກ 1 ປີ ກ່ອນປິດຢ່າງສົມບູນ ເພື່ອໃຊ້ໃນລະດູໜາວບໍ່ໃຫ້ກະທົບແຮງເກີນໄປໃນທ່າມກາງຄວາມເຄັ່ງຕຶງທາງພູມມິລັດຖະສາດໃນຂະນະນີ້.

ບໍ່ໂກນິງເກນ ເລີ່ມດຳເນີນການຂຸດຄົ້ນມາແຕ່ປີ 1963, ແຕ່ໃນໄລຍະ 20 ປີຜ່ານມາ, ປະຊາຊົນປະສົບກັບແຜ່ນດິນໄຫວໃນລະດັບຕໍ່າຫຼາຍຄັ້ງ ແຕ່ຈຸດສູນກາງແຜ່ນດິນໄຫວຢູ່ຕື້ນ ໄດ້ສ້າງຄວາມເສຍຫາຍຫຼາຍ ເຊິ່ງລາຍງານລະບຸວ່າ ແຜ່ນດິນໄຫວໃນນີ້ ແມ່ນເກີດຈາກຖົງສູນຍາກາດ ທີ່ເກີດຂຶ້ນລະຫວ່າງການສະກັດແກ໊ສ.

ນອກຈາກແຜນດິນໄຫວແລ້ວ, ທ່ານ ແຈນ ວິກໂບລ ດັສ (Jan Wigboldus) ປະທານ Groningen Gas Council ທັງເປັນຜູ້ທີ່ເຄື່ອນໄຫວໃນສະມາຄົມທ້ອງຖິ່ນ ທີ່ປຸກລະດົມການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວ ກ່າວວ່າ: ຜູ້ຄົນຈໍານວນຫຼາຍໃນພື້ນທີ່ປະສົບບັນຫາທາງຈິດ ອັນເນື່ອງມາຈາກກິດຈະກຳສະແຫວງຫາຜົນປະໂຫຍດຂອງໂຄງການ.

ຈາກຂໍ້ມູນຂອງບໍລິສັດ Shell Petroleum ພົບວ່າ: ມີການໃຊ້ແກ໊ສປະມານ 2.300 ຕື້ແມັດກ້ອນ ຈາກແຫຼ່ງແກ໊ສໂກນິງເກນ ເຮັດໃຫ້ມີຜົນກຳໄລ 429 ຕື້ເອີໂຣ ( ປະມານ 454 ຕື້ໂດລາ ) ໃນລະຫວ່າງປີ 1963 – 2020 ໂດຍກຳໄລ 85% ຖືກໂອນໄປຍັງກະຊວງການເງິນຂອງໂຮນລັງ.