ອິນໂດເນເຊຍ ເປີດນຳໃຊ້ທາງລົດໄຟຄວາມໄວສູງ

19

ທາງລົດໄຟຄວາມໄວສູງຂອງອິນໂດເນເຊຍ ເຊື່ອມຕໍ່ລະຫວ່າງນະຄອນຫຼວງຈາກາຕາ ຫາ ເມືອງບັນດຸງ ມີ ຄວາມຍາວປະມານ 142 ກິໂລແມັດ ໄດ້ເປີດນຳໃຊ້ຢ່າງເປັນທາງການ ເມື່ອວັນທີ 2 ຕຸລາ ໂດຍມີ ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ເຂົ້າຮ່ວມ.

อาจเป็นรูปภาพของ 6 คน และ รถไฟ

ປະທານາທິບໍດີ ໂຈໂກ ວິໂດໂດ ກ່າວວ່າ: ລົດໄຟ ຄວາມໄວສູງ ຫຼື ກ່າວຂານກັນວ່າ “ Whoosh ” ເຊິ່ງເປັນຊື່ທີ່ຕັ້ງຂຶ້ນໂດຍໄດ້ຮັບແຮງບັນດານໃຈຈາກສຽງຂອງລົດໄຟທີ່ແລ່ນໄວ ໂດຍຂະບວນລົດໄຟດັ່ງກ່າວນີ້ແລ່ນດ້ວຍ ຄວາມໄວສູງສຸດ 350 ກິໂລແມັດຕໍ່ຊົ່ວໂມງ, ໂຄງການດັ່ງກ່າວນີ້ ເປັນການປັບປຸງລະບົບຂົນສົ່ງມວນຊົນພາຍໃນປະເທດໃຫ້ມີຄວາມທັນສະໄໝຂຶ້ນ ແລະ ເປັນມິດກັບສິ່ງແວດລ້ອມ.

ລົດໄຟສາຍນີ້ ໄດ້ເລີ່ມທົດລອງແລ່ນມາແຕ່ຕົ້ນເດືອນກັນຍາ ໂດຍບໍ່ໄດ້ເສຍຄ່າໂດຍສານ ແລະ ຂະຫຍາຍອອກໄປ ກ່ອນຈະກຳນົດລາຄາປີ້ໂດຍສານໃນກາງເດືອນຕຸລານີ້.