ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າໂລກ

17

ຫາກເພື່ອນຜູ້ອ່ານຕິດຕາມຂ່າວໂລກໃນເລື່ອງການແຂ່ງຂັນທາງດ້ານເສດຖະກິດແລ້ວ ຈະຮູ້ໂລດວ່າ: ຄວາມພະຍາຍາມທີ່ຈະໃຫ້ໂລກມີຫຼາຍຂົ້ວກ້າວໄປສູ່ການຫຼຸດອອກຈາກການຄອບງຳຂອງເງິນໂດລາສະຫະລັດນັ້ນ ນັບມື້ໃກ້ຄວາມເປັນຈິງ ສະແດງອອກຈະແຈ້ງແມ່ນການເຄື່ອນໄຫວຂອງກຸ່ມເສດຖະກິດແຖວໜ້າຂອງໂລກ Brics ເຊິ່ງຄໍລຳພວກເຮົາໄດ້ຂຽນວິເຄາະໄວ້ແລ້ວໃນບົດທີ່ມີຫົວຂໍ້: “ ມະຫາອຳນາດໃໝ່ຂອງເສດຖະກິດໂລກ ”.

ຢືນຕໍ່ໜ້າຄວາມເຄັ່ງຕຶງດັ່ງກ່າວ ທາງກຸ່ມ EU ກໍໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ໂດຍສະເພາະແມ່ນພະຍາຍາມເຂົ້າຫາປະເທດໃນກຸ່ມ Brics.

ຜູ້ຂຽນຂໍນຳເອົາບົດວິເຄາະພາຍໃຕ້ຫົວຂໍ້: “..EU – ຈີນ ມານະພະຍາຍາມຮ່ວມມືດ້ານການຄ້າດຸ່ນດ່ຽງ ..” ໂດຍ VOVWORLD ສະບັບອອນລາຍລົງວັນທີ 26 ກັນຍາ 2023 ດັ່ງນີ້:

“ ກອງປະຊຸມການເຈລະຈາເສດຖະກິດ ແລະ ການຄ້າຂັ້ນສູງ ” ລະຫວ່າງ ສະຫະພາບເອີຣົບ ( ອີຢູ ) ແລະ ຈີນ ໄດ້ດໍາເນີນໃນວັນທີ 25 ກັນຍາ, ຢູ່ປັກກິ່ງ, ຈີນ. ໃນສະພາບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະ ຫວ່າງສອງຝ່າຍ ພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ, ການເຈລະຈາຖືກຈັດຂຶ້ນເພື່ອແນໃສ່ຢັ້ງຢືນທີ່ຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດສອງຝ່າຍ, ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າໃນໄລຍະມໍ່ໆມານີ້ ແລະ ຊຸກຍູ້ການພົວພັນນີ້ໃນໄລຍະຈະມາເຖິງ.

ທ່ານຮອງນາຍົກລັດຖະມົນຕີຈີນ ເຂືອຫຼີເຟິງ ແລະ ທ່ານ Valdis Dombro vskis ຮອງປະທານຄະນະກໍາມະການເອີຣົບ ທັງເປັນກໍາມະການດ້ານການຄ້າ EU ເປັນປະທານການເຈລະຈາ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ໂດຍຖືວ່າການເພີ່ມທະວີການເຈລະຈາສອງຝ່າຍ ແມ່ນບາດກ້າວເດີນສໍາຄັນ ເພື່ອປັບປຸງການພົວພັນ ລະຫວ່າງ EU – ຈີນ.

ຄວາມເຄັ່ງຕຶງກ່ຽວຂ້ອງເຖິງບັນຫາລົດໄຟຟ້າເພີ່ມຂຶ້ນ

ການພົວພັນ ຈີນ – EU ໃນໄລຍະມໍ່ໆມານີ້ ປະສົບກັບຂໍ້ຂັດແຍ່ງໃນຫຼາຍບັນຫາ, ເຮັດໃຫ້ເກີດການລົງໂທດເຊິ່ງກັນ ແລະ ກັນ. ການສືບສວນຫຼ້າສຸດຂອງ EU ກ່ຽວກັບກະແສລົດໄຟຟ້າ ( EV ) ລາຄາຖືກຂອງຈີນ ຢູ່ຕະຫຼາດຂອງກຸ່ມນີ້ໄດ້ ແລະ ພວມເປັນປັດໄຈເຮັດໃຫ້ເພີ່ມຄວາມເຄັ່ງຕຶງໃໝ່ໃນການພົວພັນດ້ານການຄ້າລະຫວ່າງສອງຝ່າຍ.

ວັນທີ 13 ກັນຍາຜ່ານມາ, ຄະນະກໍາມະການເອີຣົບ ( EC ) ໄດ້ເປີດການສືບສວນກ່ຽວກັບລົດໄຟຟ້າ ໂດຍຈີນ ຜະລິດ, ພ້ອມທັງພວມຊັ່ງຊາຄວາມອາດສາມາດຈັດວາງອັດຕາພາສີລົງໂທດ ເພື່ອປົກປ້ອງບັນດາບໍລິສັດຜະລິດຂອງ EU. ການກະທໍາຂອງ EU ໄດ້ຮັບຖືວ່າ ເພື່ອຮັບມືກັບການເພີ່ມຄວາມໄວໃນການນໍາເຂົ້າລົດໂອໂຕໄຟຟ້າ ຈີນ, ເຖິງວ່າຫາກໍແຊກຊຶມເຂົ້າຕະຫຼາດ EU, ແຕ່ບັນດາເຄື່ອງໝາຍການຄ້າຂອງ ຈີນ ໄດ້ກວມເອົາ 8% ອັດຕາສ່ວນຕະຫຼາດຢູ່ທະວີບ ແລະ ອັດຕາສ່ວນລົດໄຟຟ້າຂອງຈີນ ຢູ່ຕະຫຼາດນີ້ໄດ້ຮັບການຄາດຄະເນວ່າ ຈະສືບຕໍ່ເພີ່ມຂຶ້ນທົບ 2 ເທົ່າ ໃນຊຸມປີຈະມາເຖິງ. ສິ່ງດັ່ງກ່າວໄດ້ພາໃຫ້ເກີດຄວາມເປັນຫ່ວງກ່ຽວກັບລາຍຮັບຂອງບັນດາບໍລິສັດຜະລິດລົດໂອໂຕ ຂອງເອີຣົບ ອາດຈະຖືກຫຼຸດລົງໂດຍໄວ.

ກະຊວງການຄ້າຈີນ ໄດ້ກ່າວເຕືອນຢ່າງທັນທີຕໍ່ການສືບສວນ ແມ່ນການກະທໍາອາລັກຂາ, ກໍ່ຜົນກະທົບບໍ່ດີຕໍ່ການພົວພັນດ້ານການຄ້າລະຫວ່າງ ຈີນ – EU, ບັນດານັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ບໍ່ວ່າອັດຕາພາສີໃດໆ ເຊິ່ງ EU ຈັດວາງສໍາລັບລົດໄຟຟ້າຂອງຈີນ ລ້ວນແຕ່ເຮັດໃຫ້ ປັກກິ່ງ ມີການກະທໍາໂຕ້ຕອບຄືນ ແລະ ອາດຈະເປັນປັດໄຈເຮັດໃຫ້ເກີດສົງຄາມດ້ານການຄ້າລະຫວ່າງ EU ກັບ ປັກກິ່ງ.

ໃນຂະນະນັ້ນ, ການພົວພັນດ້ານເສດຖະກິດ ລະ ຫວ່າງ EU – ຈີນ ພວມຂາດ ຄວາມດຸ່ນດ່ຽງ ເມື່ອວົງເງິນການຄ້າສອງຝ່າຍ ເຖິງວ່າບັນລຸໄດ້ລະດັບສະຖິຕິ ( ປະມານກວ່າ 923 ຕື້ໂດລາສະຫະລັດ ) ໃນ ປີ 2022 ເຊິ່ງເປັນລະດັບສູງສຸດ ນັບແຕ່ກ່ອນມາຮອດປັດຈຸບັນ ແຕ່ EU ຮັບຮູ້ວ່າການຂາດດຸນການຄ້າແມ່ນເກືອບ 427 ຕື້ໂດລາ. ຝ່າຍ EU ຖືວ່າຕົວເລກຂາດດຸນການຄ້າດັ່ງກ່າວ ມີສ່ວນໜຶ່ງແມ່ນຍ້ອນບັນດາຂໍ້ຈໍາກັດຂອງຈີນ ສໍາລັບບັນດາບໍລິສັດ ເອີຣົບ. ບັນດາຮົ້ວກີດຂວາງໃນການເຂົ້າເຖິງກັບຕະຫຼາດ ໄດ້ຍູ້ການຂາດດຸນການຄ້າລະຫວ່າງ EU ກັບ ຈີນ ຂຶ້ນສູ່ລະດັບສູງສຸດໃນປະຫວັດສາດ.

ທ່າອ່ຽງພ້ອມກັນຮ່ວມມື ແລະ ສາຍພົວພັນທີ່ຍາກຈະຕັດແຍກອອກຈາກກັນໄດ້

ໃນສະພາບການນັ້ນ, ຄວາມຕ້ອງການສ້າງສາຍພົວພັນເປັນປົກກະຕິ, ຊຸກຍູ້ການຮ່ວມມືດ້ານການຄ້າດຸ່ນດ່ຽງ ແມ່ນສານຕົ້ນຕໍ ເຊິ່ງທ່ານ Valdis Dombro vskis ຮອງປະທານຄະນະກໍາມະການເອີຣົບ ທັງເປັນກໍາມະການດ້ານການຄ້າ EU, ໄດ້ຍົກອອກມາທີ່ການເຈລະຈາ ທີ່ຈັດຂຶ້ນຢູ່ປັກກິ່ງ ໃນການເດີນທາງໄປຍັງຈີນ ຄັ້ງ ນີ້. ທ່ານ Valdis Dombro vskis ຮຽກຮ້ອງໃຫ້ສອງຝ່າຍຕ້ອງເປີດກວ້າງຕະຫຼາດ, ຊຸກຍູ້ການຄ້າເສລີ ແລະ ຍຸຕິທໍາ. ນອກຈາກນັ້ນແລ້ວ, ປັກກິ່ງ ແລະ ບຣຸກແຊນ ຄວນຮ່ວມມືກັນເພື່ອແກ້ໄຂບັນດາບັນຫາທົ່ວໂລກ ເປັນຕົ້ນແມ່ນການຄໍ້າປະກັນດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ. ເຖິງຢ່າງໃດກໍຕາມ, ທ່ານກໍເນັ້ນໜັກວ່າ EU ຄວນຫຼຸດຜ່ອນການເອື່ອຍອີງບາງຜະລິດຕະພັນຍຸດທະສາດທີ່ໄດ້ຄັດເລືອກ, ພ້ອມທັງມີການກະທໍາທີ່ເໝາະສົມ ແລະ ເປົ້າໝາຍເພື່ອຮັກສາສິດເປັນເຈົ້າຍຸດທະສາດຂອງກຸ່ມ.

ບັນດານັກຊ່ຽວຊານມີການຕີລາຄາ ໂດຍສັງເຂບວ່າ: ເຖິງວ່າຍັງມີຄວາມບໍ່ລົງລອຍກັນໃຫຍ່ຫຼວງຫຼາຍຢ່າງ ແຕ່ລະຫວ່າງ EU ແລະ ຈີນ ມີຫຼາຍໂອກາດເພື່ອເຈລະຈາ ແລະ ຮ່ວມມື. ທັງສອງຝ່າຍກໍລ້ວນແຕ່ຖືການພົວພັນສອງຝ່າຍໃນປັດຈຸບັນເປັນສໍາຄັນ, ພິເສດແມ່ນກ່ຽວກັບດ້ານເສດຖະກິດ, ເອີຣົບ ບໍ່ຢາກມີ ຄວາມເຄັ່ງຕຶງດ້ານເສດຖະກິດ – ການທູດ ກັບ ຈີນ ຄັ້ງໃດອີກ, ໃນຂະນະທີ່ກຸ່ມນີ້ພວມຢູ່ໃນສະພາວະສູ້ຢັນກັນຮອບດ້ານຈີນ. ສ່ວນ ຈີນ ກໍບໍ່ຢາກເຮັດ ໃຫ້ຄູ່ຮ່ວມມືການຄ້າໃຫຍ່ແຖວໜ້າ ຄື EU ຖືກເສຍຫາຍ.

ສະພາບການຕົວຈິງ ຊີ້ໃຫ້ເຫັນວ່າ: ໂດຍບໍ່ຫົວຊາຕໍ່ ຄວາມຫຍຸ້ງຍາກໃນການພົວພັນດ້ານການເມືອງ, ການຕ່າງປະເທດ, ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ຈີນ ແລະ ເອີຣົບ ຍັງສືບຕໍ່ເປີດກວ້າງ. ມູນຄ່າການຄ້າຂອງຈີນ ທີ່ສົ່ງອອກໄປຍັງຕະຫຼາດເອີຣົບ ໃນໄລຍະແຕ່ປີ 2018 ຫາປີ 2022 ໄດ້ເພີ່ມຂຶ້ນທົບ 2 ເທົ່າ, ໃນໄລຍະເຄິ່ງປີ 2023, ຈີນ ຍັງແມ່ນແຫຼ່ງສະໜອງສິນຄ້າໃຫຍ່ສຸດໃຫ້ແກ່ EU. ໃນສະພາບການນັ້ນ, ການເພີ່ມທະວີການເຈລະຈາສອງຝ່າຍ ແມ່ນບາດກ້າວເດີນສໍາຄັນເພື່ອໄກ່ເກຍທຸກຂໍ້ກີດຂວາງລະຫວ່າງສອງຝ່າຍ ແລະ “ ການເຈລະຈາດ້ານເສດຖະກິດ ແລະ ການຄ້າຂັ້ນສູງ ” ລະຫວ່າງ EU ແລະ ຈີນ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ ແລະ ຊອກຫາມາດຕະການຮັກສາສະຖຽນລະພາບໃນການພົວພັນລະຫວ່າງ EU – ຈີນ ຕາມທິດດຸ່ນດ່ຽງກວ່າ ໃນໄລຍະຈະມາເຖິງ…

ນັ້ນສະແດງໃຫ້ເຫັນເຖິງການຫຼີກຈາກການຄອບງຳຂອງອາເມຣິກາ ຂອງກຸ່ມ EU.