ບຸນພະຈັນ ສ້າງຄວາມໝັ້ນໃຈຍິງອີກ 2 ປະຕູໃນລີກສູງສຸດຂອງ ກໍາປູເຈຍ ກ່ອນມາສົມທົບທີມຊາດລາວ

115

ຟອມຮ້ອນແຮງຢ່າງຕໍ່ເນື່ອງສໍາລັບ ບຸນພະຈັນ ບຸນພະຈັນ ກອງໜ້າຕົວເກັ່ງຂອງທີມຊາດລາວ ໄດ້ໂອກາດເປັນຕົວຈິງສາມາດຍິງໄປ 2 ປະຕູພາ Preah Khan Reach Svay Rieng ບຸກເອົາຊະນະ Prey Veng ໄປແບບສຸດມັນ 5-3 ໃນການແຂ່ງຂັນລີກສູງສຸດຂອງປະເທດກໍາປູເຈຍ ເມື່ອອາທິດທີ່ຜ່ານມາ ( 30 ກັນຍາ 2023 ).

ນັດດັ່ງກ່າວ ເປັນ ມາຄາສ ຮາເບີດ ກອງໜ້າຕົວເກັ່ງຂອງ Svay Rieng ຍິງ 2 ປະຕູຂຶ້ນນໍາ 2-0 ໃນເຄິ່ງເວລາ ຈາກການໂໝ່ງທັງ 2 ທັງ 2 ປະຕູ, ສ່ວນເຄິ່ງເວລາທີ 2 ບຸນພະຈັນ ບຸນກອງ ມາຍິງອີກ 2 ປະຕູຖັດມາຈາກຈັງຫວະ ມາຄາສ ຮາເບີດ ມາສົ່ງບານງາມໃຫ້ກັບ ບຸນພະຈັນ ບຸນກອງ ຊໍ້າເຂົ້າໄປ ແລະ ໃນຈັງຫວະຂຶ້ນເກມ ບຸນພະຈັນ ໄດ້ບານໃນເຂດໂທດຈັງຫວະນີ້ຍິງເຂົ້າໄປ ກ່ອນທີ່ ມາຄາສ ຮາເບີດ ໂໝ່ງອີກຄັ້ງ ຖືກວ່າເປັນການເຮັດແທຣັກຈາກລູກໂໝ່ງທັງໝົດ ໃຫ້ທີມຂຶ້ນນໍາ 5-0 ແຕ່ຫຼັງຈາກນັ້ນ Prey Veng ມາໄດ້ 3 ປະຕູລວດ ແຕ່ໄລ່ບໍ່ທັນ ຈົບການແຂ່ງຂັນ Svay Rieng ທີມຕົ້ນສັງກັດຂອງບຸນພະຈັນ ເອົາຊະນະ 5-3

ຈາກຜົນດັ່ງກ່າວຍັງເຮັດໃຫ້ ບຸນພະຈັນ ບຸນກອງ ໄດ້ຮັບໂອກາດລົງສະໜາມ 7 ນັດຍິງໄປ 3 ປະຕູ ແລະ 1 ແອສຊິສ ພ້ອມພາ Preah Khan Reach Svay Rieng ຊະນະ 7 ນັດ ( ຮັກສາສະຖິຕິຊະນະລວດ ) ໃນລີກກໍາປູເຈຍ ເກັບເພີ່ມເປັນ 21 ຄະແນນຢຶດທີມນໍາຂອງຕາຕະລາງຄະແນນລວມ ( ລາຍລະອຽດເບິ່ງຄລິບ )

ບຸນພະຈັນ ເປີດໃຈຕໍ່ທີມຂ່າວພວກເຮົາວ່າ: ການແຂ່ງຂັນຢູ່ປະເທດກຳປູເຈຍກະມີການພັດທະນາຂຶ້ນຫຼາຍ ມີຄວາມຄຶກຄື້ນ ແລະນັກເຕະໃນກຳປູເຈຍ ມີຄວາມພັດທະນາຂື້ນຫລາຍໃນແຕ່ລະທີມ ສຳລັບກອງເຊຍໃນລີກກຳປູເຈຍກະຖືວ່າມັກເບິ່ງເຕະບານຫຼາຍພໍສົມຄວນເນາະເຫັນມາເຊຍ ໃນແຕ່ລະທີມ ເພາະຮັກມັກໃນກິລາບານເຕະ ໃຫ້ລີກມີການພັດທະນາ ເຊິ່ງນ້ອງໄດ້ຮັບໂອກາດລົງສະໜາມ 7 ນັດ ( ຕົວຈິງ 2 ສຳຮອງ 5 ນັດ ) ແນ່ນອນຈາກຜົນງານນີ້ເຮັດໃຫ້ມີຄວາມໝັ້ນໃຈ ແລະ ພັດທະນາຫຼາຍຂຶ້ນ ກ່ອນຈະກັບ ສປປ ລາວ ໃນວັນທີ 2 ຕຸລາ 2023 ຈະຮອດ ສປປ ລາວ ໃນວັນທີ 3 ຕຸລາ 2023 ເພື່ອໄປສົມທົບກັບທີມຊາດລາວ ກຽມລົງແຂ່ງຂັນບານໂລກ 2026 ຮອບຄັດເລືອກ.

ສໍາລັບ ບຸນພະຈັນ ແມ່ນໄດ້ເດີນທາງກັບມາ ສປປ ລາວ ເພື່ອເຂົ້າສູນຝຶກຊ້ອມກັບທີມຊາດລາວ ຊຸດໃຫຍ່ ກຽມໄປແຂ່ງຂັນໃນຄັດບານໂລກ 2026 ຮອບທໍາອິດ ທີ່ຈະພົບກັບ ເນປານ, ສ່ວນຮູບແບບການແຂ່ງຂັນແມ່ນຈັດ 2 ນັດແບບໄປ-ກັບ ແລ້ວຜ່ານເຂົ້າໃນຮອບທີ 2 ຕໍ່ໄປ, ໂດຍຮອບຄັດເລືອກຮອບທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ທີ່ປະເທດເນປານ ແລະ 17 ຕຸລາ 2023 ແມ່ນຈະແຂ່ງຂັນຢູ່ ສປປລາວ ໂດຍທີມຊາດລາວ ຊຸດໃຫຍ່ ມີນັດກໍານົດເດີນທາງໄປ ປະເທດເນປານ ໃນວັນທີ 9 ຕຸລາ 2023.
ຂ່າວ: Larh Creators; ຮູບຈາກ: Preah Khan Reach Svay Rieng FC