ມາເລເຊຍ ເພີ່ມການສົ່ງອອກນ້ຳມັນປາມໄປຈີນ

26

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານມາເລເຊຍ ກຽມເພີ່ມປະລິມານການສົ່ງອອກນ້ຳມັນປາມໄປຕະຫຼາດຈີນ ແທນຕະຫຼາດອີຢູ, ຫຼັງຈາກທີ່ອີຢູ ຮັບຮອງ ແລະ ປະກາດໃຊ້ກົດໝາຍວ່າດ້ວຍສິ່ງແວດລ້ອມສະບັບປັບປຸງ.

ທ່ານ ຟາດີລເລາະ ຢູໂຊຟ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງອຸດສາຫະກຳຂອງມາເລເຊຍ ກ່າວວ່າ: ໃນປີ ຜ່ານມາ ການສົ່ງອອກນ້ຳມັນປາມ ແລະ ຜະລິດຕະພັນນ້ຳມັນປາມຂອງມາເລເຊຍໄປຍັງຕະຫຼາດຈີນ ຢູ່ທີ່ 3,14 ລ້ານໂຕນ. ແນວໃດກໍຕາມ ໃນຊຸມປີຕໍ່ຫນ້ານີ້ ມາເລຊຍຈະເພີ່ມການສົ່ງອອກໄປຍັງຕະຫຼາດຈີນ 500.000 ໂຕນຕໍ່ປີ ໂດຍຫນ່ວຍງານທີ່ກ່ຽວຂ້ອງທັງສອງຝ່າຍໄດ້ບັນລຸຂໍ້ຕົກລົງເປັນທີ່ຮຽບຮ້ອບແລ້ວ.

ຄວາມເຄື່ອນໄຫວດັ່ງກ່າວ ມີຂຶ້ນຈາກການທີ່ສະຫະພາບເອີຣົບ ໄດ້ຮັບຮອງເອົາກົດຫມາຍດ້ານສິ່ງແວດລ້ອມສະບັບປັບປຸງ ເຊິ່ງກົດຫມາຍດັ່ງກ່າວໄດ້ຫ້າມການນຳເຂົ້າສິນຄ້າທຸກປະເພດທີ່ມີຂັ້ນຕອນການຜະລິດກ່ຽວພັນກັບຂະບວນການຕັດໄມ້ທຳລາຍປ່າທີ່ເກີດຂຶ້ນຫຼັງປີ 2020.

ກົດຫມາຍດັ່ງກ່າວ ໄດ້ສັ່ງຫ້າມຜະລິດຕະພັນຫຼາຍຊະນິດນຳເຂົ້າໃນອີຢູ ໂດຍສະເພາະຜະລິດຕະພັນກະສິກຳ-ປ່າໄມ້ ເນື່ອງຈາກຜະລິດຕະພັນດັ່ງກ່າວ ກ່ຽວພັນກັບການຕັດໄມ້ທຳລາຍປ່າ.

ມາເລເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ອັນດັບ 2 ຂອງໂລກ ຮອງຈາກອິນໂດເນເຊຍ ເຊິ່ງທັງສອງປະເທດນີ້ ຄອງສ່ວນແບ່ງໃນຕະຫຼາດໂລກກວມເອົາ 85% ຂອງນ້ຳມັນປາມທົ່ວໂລກ, ສ່ວນອີຢູ ເປັນຜູ້ນຳເຂົ້ານ້ຳມັນປາມລາຍໃຫຍ່ອັນດັບ 3 ຂອງໂລກ ໂດຍປະລິມານນ້ຳມັນປາມທີ່ນຳເຂົ້າມາຍັງອີຢູ 9,4% ເປັນການນຳເຂົ້າຈາກມາເລເຊຍ ເຊິ່ງໃນປີ 2022 ຜ່ານມາ, ມາເລເຊຍສົ່ງອອກນ້ຳມັນປາມໄປອີຢູປະມານ 1,47 ລ້ານໂຕນ, ຫຼຸດລົງ 10,5% ຈາກປີ 2021.