ທີມຊາດລາວ ຊຸດໃຫຍ່ ຄັດໄດ້ແລ້ວ 31 ນັກເຕະ ກຽມພ້ອມ ບານໂລກ 2026 ຮອບຄັດເລືອກ

93

ທີມຊາດລາວ ຊຸດໃຫຍ່ ຄັດໄດ້ແລ້ວ 31 ນັກເຕະ ຫຼັງຈາກທີ່ໄດ້ເລີ່ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໃນນັ້ນມີ 2 ນັກເຕະເຊື້ອສາຍລາວມາຊ່ວຍຕາມການຮຽກຮ້ອງຂອງແຟນບານກໍຄື ໄມເຄິລ ວາງ ແລະ ໂຣມັນ ອານຸສັນ ອັນໂກ.

ຕາມການລາຍງານຂອງເພຈ໌ທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ລະບຸວ່າ: ທ່ານ ກັນລະຍາ ສີສົມຫວັງ ຮັກສາການຫົວຫນ້າຄູຝຶກ ໄດ້ນຳພານັກກີລາຝຶກຊ້ອມ ພ້ອມດ້ວຍ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ແລະ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກີລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫຼືອ 23 ຄົນສຸດທ້າຍກ່ອນເຂົ້າຮ່ວມການແຂ່ງຂັນ.

ສຳລັບລາຍຊື່ 31 ຄົນ ມີລາຍຊື່ດັ່ງລຸ່ມນີ໊:
+ ຜູ້ຮັກສາປະຕູ
1. ກົບ ໂລກພະທິບ ຈາກ ຈາກສະໂມສອນ ເອສະຣາ
2. ຊະນະໄຊ ສອນທະວົງ ຈາກ ຈາກສະໂມສອນ ເມືອງຫາດ (ລີກ 2 ນະຄອນຫຼວງ)
3. ອານຸລັກ ວິລະຜົນ ຈາກ ຈາກສະໂມສອນ ມາສເຕີ້ ເຊເວັ້ນ
4. ໄຊສະຫວາດ ສຸວັນນະໂຊກ ຈາກ ຈາກສະໂມສອນ ນ້ຳທາ
5. ສຸກສະຫມອນ ເວທີຕະ ຈາກ ສະໂມສອນ ຊ້າງນ້ອຍ

+ ກອງຫຼັງ
6. ພຸດທະວົງ ສັງວິໄລ ຈາກ ຈາກສະໂມສອນ ເອສະຣາ
7. ອານັນຕະຊາ ສິພົງພັນ ຈາກ ຈາກສະໂມສອນ ເອສະຣາ
8. ອະພີໄຊ ທານະຂັນຕີ ຈາກ ຈາກສະໂມສອນ ເອສະຣາ
9. ອິນທະຈັກ ສີສຸພັນ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
10 ຈິດຕະກອນ ວັນນະຈອນ ຈາກ ຈາກສະໂມສອນ ຫລວງພະບາງ
11. ທິບພະຈັນ ອິນທະວົງ ຈາກ ຈາກສະໂມສອນ ຊ້າງນ້ອຍ
12.ແສງດາວວີ ຫັນທະວົງ ຈາກ ຈາກສະໂມສອນ ຊ້າງນ້ອຍ
13. ມິດສະດາ ສາຍໃຕ້ຟ້າ ຈາກ ຈາກສະໂມສອນ PHATTALUNG FC ( ໄທລີກ 3 ປະເທດໄທ )
14. ໄຊຍະສິດ ສິງສະຫວ່າງ ຈາກ ຈາກສະໂມສອນ ນ້ຳທາ
15. ວັນນາ ບຸນຫລໍ່ວົງສາ ຈາກ ສະໂມສອກິລາບານເຕະ ເຮັສບີທີ 941 ( ລີກ 2 ນະຄອນຫຼວງ )

+ ກອງກາງ
16. ໄມເຄິລ ວາງ ຈາກ ສະໂມສອນ PORTLAND TIMBERS2 ( ປະເທດອາເມຣີການ )
17. ໂຣມັນ ອານຸສອນ ອັນໂກ ຈາກ ສະໂມສອນ SV OBERACHERM ( ປະເທດເຢຍລະມັນ)
18. ຄອນສະຫວັນ ແກ້ວຫນູຈັນ ຈາກ ຈາກສະໂມສອນ Rome city institute ( ປະເທດອີຕາລີ )
19. ຈັນທະວີໄຊ ຂຸນທຸມພອນ ຈາກເອສະຣາ
20. ດາໝົດ ທອງຄໍາສະຫວັດ ຈາກ ຈາກສະໂມສອນ ເອສະຣາ
21. ອານຸສອນ ໄຊປັນຍາ ຈາກ ເອສະຣາ
22. ພຸດທະລັກ ທອງສະນິດ ຈາກ ເອສະຣາ
23. ຈັນທະວີພອນ ພູມສະຫວັນ ຈາກ ຈາກສະໂມສອນ ນ້ຳທາ
24. ສຸພັນ ຄຳໃບອ່ອນ ຈາກ ຈາກສະໂມສອນ ຊ້າງນ້ອຍ
25. ທະນູທອງ ກຽດນະລົງລົບ ຈາກ ຈາກສະໂມສອນ ຊ້າງນ້ອຍ
26. ພຸດດາວີ ພົມມະສານ ຈາກ ຈາກສະໂມສອນ ມາສເຕີ້ ເຊເວັ້ນ

+ ກອງຫນ້າ
27. ບຸນພະຈັນ ບຸນກອງ ຈາກ ຈາກສະໂມສອນ PREAK KHAN REACH SVAY RIENG FC ( ປະເທດກຳປູເຈຍ )
28.ໂຈນີ້ ແຫວນປະເສີດ ຈາກ ຈາກສະໂມສອນ ເອສະຣາ
29.ສຸກພະຈັນ ເລື່ອນທະລາ ຈາກ ຈາກສະໂມສອນ ມາສເຕີ້ ເຊເວັ້ນ
30.ກີ້ດາວອນ ສຸວັນນີ ຈາກ ຈາກສະໂມສອນ ຊ້າງນ້ອຍ
31. ທັດສະພອນ ໄຊສຸກ ຈາກ ຈາກສະໂມສອນ ຄິງຄອມ ( ລີກ 2 ນະຄອນຫຼວງ )

ສໍາລັບ ທີມຊາດລາວ ຈະໄປຕັດເຊືອກກັບ ທີມຊາດເນປານ ໃນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ ແຂ່ງຂັນ 2 ນັດໃນບ້ານນອກບ້ານ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ຢູ່ທີ່ປະເທດເນປານ, ສ່ວນນັດທີ 2 ວັນທີ 17 ຕຸລາ 2023 ແມ່ນແຂ່ງຂັນຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.