ຍານສຳຫຼວດນາຊາ ກັບເຖິງໂລກພ້ອມຕົວຢ່າງຈາກດາວເຄາະນ້ອຍ

25

ສຳນັກຂ່າວ AFP ລາຍງານວ່າ: ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດອາເມຣິກາ ( NASA ) ອອກຖະແຫຼງການວ່າ ຍານສຳຫຼວດ Osiris – Rex ໄດ້ລົງຈອດກາງທະເລຊາຍ ໃນເມືອງດັກເວ ທາງທິດຕາເວັນຕົກຂອງສະຫະລັດ ເມື່ອເວລາປະມານ 10:52 ໂມງ ຂອງວັນທີ 24 ກັນຍາຜ່ານມາ ຕາມເວລາທ້ອງຖິ່ນ ໂດຍຍານດັ່ງກ່າວໄດ້ນຳຕົວຢ່າງນ້ຳໜັກປະມານ 250 ກຣາມ ເຊິ່ງເກັບຈາກພື້ນຜິວທີ່ເອີ້ນວ່າ “ ໄນຕິງເກລ ” ຢູ່ຂົ້ວໂລກເໜືອຂອງດາວເຄາະນ້ອຍເບນນູ

อาจเป็นรูปภาพของ ลำโพง, โมบายกระดิ่งลม และ เรือใบ

ໂດຍນັກວິທະຍາສາດໄດ້ຕັ້ງສົມໝຸດຖານວ່າ ຕົວຢ່າງສານຢູ່ດາວເບນນູ ອາດຊ່ວຍເພີ່ມຄວາມກະຈ່າງແຈ້ງໃຫ້ແກ່ການກໍ່ຕົວຂອງລະບົບສຸລິຍະ ການກຳເນີດຂອງສັບພະສິ່ງມີຊີວິດ ແລະ ມະຫາສະໝຸດໃນໂລກ.

ທັງນີ້, ຍານສຳຫຼວດ Osiris – Rex ອອກແບບ ແລະ ຜະລິດໂດຍ ນາຊາ ຮ່ວມກັບ ບໍລິສັດລັອກຮີດ ມາຕິນ ອອກເດີນທາງຈາກໂລກຕັ້ງແຕ່ວັນທີ 8 ກັນຍາ 2016 ເພື່ອຕິດຕາມດາວເຄາະນ້ອຍເບນນູ ເຊິ່ງມີເສັ້ນຜ່າສູນກາງປະມານ 500 ແມັດ ແລະ ໂຄຈອນຢູ່ຫ່າງຈາກໂລກເປັນໄລຍະທາງຫຼາຍລ້ານກິໂລແມັດ.