ການເລີ່ມຕົ້ນໃໝ່ມີຄວາມສໍາຄັນແນວໃດ? ຄິດກ່ອນຕັດສິນໃຈ!

55

ການເລີ່ມຕົ້ນຊີວິດໃໝ່ ຫຼື ເຮັດວຽກໃໝ່ ສໍາລັບຜູ້ທີ່ກໍາລັງພົບບັນຫາທ່າມກາງເສດຖະກິດໃນຍຸກປັດຈຸບັນ ເພື່ອວ່າຈະໄດ້ເປັນຄວາມຮູ້ ແລະ ຂໍ້ຄິດ ເຊິ່ງຫຼາຍຄົນເມື່ອເຖິງເວລາເລີ່ມຕົ້ນໃໝ່ ມັກຈະຕັ້ງໃຈເຮັດອັນໃດທີ່ເປັນການເລີ່ມຕົ້ນໃໝ່ຢູ່ສະເໝີ ເໝືອນເປັນການນັບໜຶ່ງແລ້ວຖິ້ມສິ່ງທີ່ບໍ່ດີໄປກັບອະດີດ.
ທ່ານລອງນັ່ງທົບຄວນຫວນຄືນເບິ່ງວ່າໃນປີ 2023 ທີ່ກຳລັງຈະຜ່ານໄປນີ້ ໄດ້ເຮັດຫຍັງລົງໄປແດ່? ປະສົບຜົນສຳເລັດຫຼາຍໜ້ອຍປານໃດ? ແລ້ວຫາວິທີແກ້ໄຂຂໍ້ຄົງຄ້າງ ເສີມຂະຫຍາຍສິ່ງທີ່ດີ ເພື່ອເປີດໂອກາດໃຫ້ການກ້າວສູ່ປີ 2024 ຢ່າງສຳເລັດຜົນຫຼາຍຂຶ້ນ.
+ ຕັ້ງໃຈເຮັດວຽກ:
ໃນໄລຍະຜ່ານມາ, ເຮົາອາດຈະເຮັດວຽກບໍ່ໄດ້ດີດັ່ງທີ່ຕັ້ງໃຈເອົາໄວ້ ເຊິ່ງມີອຸປະສັກຫຼາຍຢ່າງຈຶ່ງເຮັດໃຫ້ເຮົາບໍ່ໄປເຖິງຈຸດໝາຍໄດ້. ສໍາລັບການລຸກໃໝ່ນັ່ງໃໝ່ກັບວຽກເກົ່າ ຫຼື ເລີ່ມຕົ້ນເຮັດວຽກໃໝ່ນັ້ນ ສິ່ງສໍາຄັນເຮົາຕ້ອງຕັ້ງໃຈລົງມືເຮັດຢ່າງຈິງຈັງ ເພື່ອບັນລຸເປົ້າໝາຍ ແຕ່ຢ່າລືມໃຫ້ກໍາລັງໃຈຕົນເອງນໍາ ເພາະຄວາມສໍາເລັດບໍ່ໄດ້ປະເມີນກັນທີ່ປາຍທາງ ແຕ່ຈະວັດກັນທີ່ໄລຍະທາງຫຼາຍກວ່າ.

+ ອອກກໍາລັງກາຍເປັນປະຈໍາ:
ເຖິງວ່າເຮົາຈະມີວຽກຫຼາຍປານໃດກໍຕາມ ຢ່າລືມຫາເວລາວ່າງອອກກໍາລັງກາຍອາທິດລະຄັ້ງສອງຄັ້ງ ເພື່ອຈະເປັນການດີທີ່ສຸດ ເພາະການອອກກໍາລັງກາຍນອກຈາກຈະເຮັດໃຫ້ເຮົາມີສຸຂະພາບແຂງແຮງແລ້ວ ຍັງເປັນການຜ່ອນຄາຍ, ຫຼຸດຜ່ອນຄວາມເຄັ່ງຄຽດ ແລະ ມີອາລົມດີນຳອີກ.
+ ເລີ່ມຕົ້ນໃຫ້ຄວາມສໍາຄັນກັບການອອມເງິນ:
ເປັນສິ່ງໜຶ່ງທີ່ດີຫຼາຍ ຫາກເຮົາຕັ້ງໃຈເກັບອອມເງິນຕັ້ງແຕ່ມື້ນີ້ ເພາະມັນຈະຊ່ວຍໃຫ້ອະນາຄົດເຮົາມີຄວາມໝັ້ນຄົງ ເຖິງແມ່ນໃນອະນາຄົດຈະບໍ່ມີໃຜເບິ່ງແຍງດູແລເຮົາກໍຕາມ, ແຕ່ຢ່າງໜ້ອຍເຮົາກໍຍັງມີເງິນອອມທີ່ເກັບໄວ້ໃຊ້ຈ່າຍ ແລະ ບໍ່ເຮັດໃຫ້ເຮົາລໍາບາກໃນຍາມສຸກເສີນ.

+ ລອງຫາປະສົບການໃໝ່:
ຖ້າຮູ້ສຶກວ່າວຽກທີ່ເຮັດຢູ່ເປັນສິ່ງທີ່ເຮົາບໍ່ຖະໜັດ ກໍລອງຫາວຽກໃໝ່ທີ່ເໝາະສົມ ເພາະການເຮັດວຽກທີ່ເຮົາມັກຈະສາມາດເຮັດໄດ້ຢ່າງເຕັມທີ່ ແລະ ພັດທະນາຄວາມຮູ້ – ຄວາມສາມາດຕໍ່ໄປໄດ້ ເຖິງວ່າຈະພົບກັບອຸປະສັກ ຫຼື ສິ່ງທ້າທາຍກໍຕາມ ເຮົາຈະຜ່ານຄວາມຫຍຸ້ງຍາກເລົ່ານັ້ນໄປໄດ້ຢ່າງເຂັ້ມແຂງ.
ກໍລະນີວຽກທີ່ເຮົາບໍ່ມັກ ຫາກຍັງສາມາດສ້າງລາຍຮັບ ຫຼື ເຮັດໃຫ້ຊີວິດການເປັນຢູ່ເຮົາດີຂຶ້ນ ຖ້າທຽບໃສ່ກັບໜ້າວຽກອື່ນ ກໍຈະສືບຕໍ່ພະຍາຍາມເຮັດໃຫ້ສຸດຄວາມສາມາດ ເພາະເຊື່ອວ່າຫາກເຮົາລົງມືເຮັດແບບເຕັມທີ່ແລ້ວ ຜົນໄດ້ຮັບຈະເປັນແນວໃດນັ້ນເຮົາຈະບໍ່ເສຍໃຈພາຍຫຼັງ.
+ ຫາໂອກາດໄປທ່ຽວ:
ຫຼາຍຄົນອາດມີໂອກາດໄປທ່ຽວປະເທດເພື່ອນບ້ານ ຫຼື ໄປທ່ຽວໄກກວ່ານັ້ນ ເປັນຕົ້ນແມ່ນ: ເອີຣົບ, ອາຊີ, ອາເມຣິກາອື່ນໆ ແຕ່ທ່ານຮູ້ບໍວ່າການທ່ຽວພາຍໃນປະເທດກໍໄດ້ບັນຍາກາດອີກແບບໜຶ່ງ ເພາະຄວາມອຸດົມສົມບູນທາງທໍາມະຊາດຍັງຄົງສວຍງາມໄວ້ໃຫ້ທ່ານໄດ້ລອງໄປສໍາຜັດ. ຄຽງຄູ່ກັນນັ້ນ, ຍັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ເງິນຕາບໍ່ຮົ່ວໄຫຼນຳອີກ; ຂໍແນະນຳໃຫ້ທ່ານລອງໄປທ່ຽວໃນມື້ທຳມະດາ ຫຼື ວັນພັກເສົາ – ອາທິດກໍໄດ້ ແຕ່ບໍ່ຄວນຢູ່ໃນໄລຍະເທສະການ ເພາະຄ່າໃຊ້ຈ່າຍຈະແພງກວ່າປົກກະຕິ.