ອິນໂດເນເຊຍ ເພີ່ມການນຳເຂົ້າ ເຂົ້າກິນ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານ

26

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານສະຖິຕິແຫ່ງຊາດອິນໂດເນເຊຍ ເປີດເຜີຍວ່າ: ໃນໄລຍະ 8 ເດືອນຕົ້ນປີ 2023 ອິນໂດເນເຊຍ ນຳເຂົ້າ ເຂົ້າເພີ່ມຂຶ້ນ 2 ແສນກວ່າໂຕນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກລັດຖະບານຕ້ອງການເພີ່ມຄັງແຮເຂົ້າ ຫຼັງລາຄາເຂົ້າທົ່ວໂລກເພີ່ມຂຶ້ນ.

ສຳນັກງານສະຖິຕິແຫ່ງຊາດອິນໂດເນເຊຍ ລະບຸວ່າ: ອິນໂດເນເຊຍ ມີປະຊາກອນ ປະມານ 270 ລ້ານກວ່າຄົນ ຫຼາຍທີ່ສຸດໃນອາຊຽນ ໄດ້ນຳເຂົ້າ ເຂົ້າປະມານ 1,59 ລ້ານໂຕນ ໃນໄລຍະ 8 ເດືອນຕົ້ນປີ 2023 ເພີ່ມຂຶ້ນ 237.146 ໂຕນ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ໂດຍນຳເຂົ້າ ເຂົ້າຈາກໄທ 802.000 ໂຕນ, ຫວຽດນາມ 674.000 ໂຕນ, ອິນເດຍ 66 ພັນໂຕນ ແລະ ປາກິດສະຖານ 45 ພັນໂຕນ.

ລາຍງານລະບຸວ່າ: ລັດຖະບານອິນໂດເນເຊຍ ໄດ້ສັ່ງໃຫ້ບໍລິສັດບູລັອກ ເຊິ່ງເປັນຜູ້ຈັດຊື້ອາຫານຂອງພາກລັດ ດຳເນີນການນຳເຂົ້າ ເຂົ້າ 2,3 ລ້ານໂຕນໃນປີນີ້ ເພື່ອບັນເທົາຜົນກະທົບຈາກສະພາບອາກາດທີ່ເກີດຈາກປາກົດການ ແອລ ນີໂຍ ( El nino ) ເຮັດໃຫ້ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເກີດໄພແຫ້ງແລ້ງ, ແນວໃດກໍຕາມ ຂະນະນີ້ ບໍລິສັດບູລັອກ ຍັງບໍ່ໄດ້ທັນບັນລຸສັນຍາການນຳເຂົ້າ ເຂົ້າ ຈາກຕ່າງປະເທດເທື່ອ.

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍ ກ່າວວ່າ: ລາຄາເຂົ້າທົ່ວໂລກເພີ່ມຂຶ້ນ, ດັ່ງນັ້ນ ລັດຖະບານຈຶ່ງຈຳເປັນຕ້ອງເພີ່ມເຂົ້າສຳຮອງທາງຍຸດທະສາດ ແຕ່ການນຳເຂົ້າ ເຂົ້າ ກໍຍັງພົບຄວາມຫຍຸ້ງຍາກ ເນື່ອງຈາກບາງປະເທດ ເຊິ່ງເປັນຜູ້ຜະລິດເຂົ້າລາຍໃຫຍ່ ຂອງໂລກ ຈຳກັດການສົ່ງອອກ.