ບຸນພະຈັນ ປົດລ໋ອກຍິງປະຕູທໍາອິດໃຫ້ກັບຕົ້ນສັງກັດໃໝ່ ໃນລີກສູງສຸດກໍາປູເຈຍ, ເດີນໜ້າພາທີມສູ່ແຊັມ

39

ບຸນພະຈັນ ບຸນກອງ ກອງໜ້າຕົວເກັ່ງຂອງທີມຊາດລາວ ທີ່ຍ້າຍໄປຫຼິ້ນໃຫ້ກັບສະໂມສອນ Preah Khan Reach Svay Rieng FC ແຊັມລີກສູງສຸດຂອງ ກໍາປູເຈຍ 2 ສະໄໝ ຫຼ້າສຸດສາມາດປົດລ໊ອກຍິງປະຕູທໍາອິດໃຫ້ກັບຕົ້ນສັງກັດໃໝ່ ເອົາຊະນະ Angkor Tiger 5-2 ໃນກໍາປູເຈຍ ພຣີເມຍລີກ ໄດ້ເປັນທີ່ຮຽບຮ້ອຍ ເມື່ອວັນທີ 18 ກັນຍາ 2023.

ນັດດັ່ງກ່າວ ບຸນພະຈັນ ໄດ້ຮັບໂອກາດໃນຖານະຕົວສໍາຮອງ ແລະ ໃນຂະນະທີ່ ຕົ້ນສັງກັດນໍາຫ່າງ Svay Rieng FC 4-2 ກ່ອນທີ່ ບຸນພະຈັນ ຈະສາມາດຍິງປະຕູຕ໊ອກຢໍ້າໄຊຊະນະໃຫ້ກັບທີມເອົາຊະນະ Angkor Tiger ໄປຂາດລອຍ 5-2 ຈາກຜົນດັ່ງກ່າວ ເຮັດໃຫ້ Svay Rieng FC ເກັບໄຊຊະນະ 5 ນັດລວດມີ 15 ຄະແນນຢຶດທີມນໍາຕາຕະລາງຄະແນນລວມ ໂດຍຂຶ້ນນໍາ Phnom Penh Crown ທີມອັນດັບ 2 ທີ່ມີ 12 ຄະແນນ ແລະ ທີມອັນດັບ 3 Boeung Ket ທີ່ມີ 10 ຄະແນນ, ສ່ວນ Angkor Tiger ຍັງມີ 3 ຄະແນນຈາກ 5 ນັດຢູ່ອັນດັບທີ 9 ຂອງຕາຕະລາງຄະແນນ.

ຫຼັງຍິງປະຕູໄດ້ ບຸນພະຈັນ ເປີດເຜີຍກັບທີມຂ່າວພວກເຮົາວ່າ: ການແຂ່ງຂັນຢູ່ປະເທດກຳປູເຈຍກະມີການພັດທະນາຂຶ້ນຫຼາຍ, ມີຄວາມຄຶກຄື້ນ ແລະ ນັກເຕະໃນກຳປູເຈຍ ມີຄວາມພັດທະນາຂື້ນຫຼາຍໃນແຕ່ລະທີມ ສຳລັບກອງເຊຍໃນລີກກຳປູເຈຍກະຖືວ່າມັກເບິ່ງເຕະບານຫຼາຍພໍສົມຄວນເນາະເຫັນມາເຊຍ ໃນແຕ່ລະທີມ ເພາະຮັກມັກໃນກີລາບານເຕະໃຫ້ລີກມີການພັດທະນາ.

“ ປັດຈຸບັນນ້ອງລົງແຂ່ງຂັນໄປແລ້ວ 5 ນັດ ( ຕົວຈິງ 1 ແລະ ສໍາຮອງ 4 ນັດ ) ແນ່ນອນວ່ານ້ອງມີຄວາມປະທັບໃຈທຸກນັດທີ່ໄດ້ລົງຫຼິ້ນ ແລະ ທີມຊະນະ ໂດຍສະເພາະນັດຫຼ້າສຸດທີ່ສາມາດຍິງປະຕູໄດ້ ເຮັດໃຫ້ມີຄວາມໝັ້ນໃຈຂຶ້ນຫຼາຍ ແລະ ກໍບໍ່ມີຄວາມກົດດັນຫຍັງຫຼາຍ ເພາະຢູ່ນີ້ ທຸກຢ່າງກະຄືບ້ານເຮົາ ເຮົາມີແຕ່ປັບເຂົ້າກັບເຂົາ, ສ່ວນເປົ້າໝາຍໃນລີກກະປູເຈຍຊິຂໍສ້າງຜົນງານໃຫ້ດີ ຢາກຊ່ວຍທີມຫຼາຍໃຫ້ໄດ້ແຊັມ ຂໍໃຫ້ທີມສ້າງຜົນງານດີໆໃນແຕ່ລະນັດກະພໍ ແລະ ຫວັງສ້າງຜົນງານໃນລີກກຳປູເຈຍໃຫ້ດີທີ່ສຸດ ” ບຸນພະຈັນ ກ່າວ.

ສໍາລັບ ບຸນພະຈັນ ປັດຈຸບັນອາຍຸ 23 ປີສ້າງຜົນງານຢ່າງໂດດເດັ່ນຈົນກາຍເປັນນັກເຕະລາວທີ່ດີທີ່ສຸດໃນປັດຈຸບັນ ໂດຍສະເພາະຜົນງານກ່ອນໜ້ານີ້ໃນເປບຊີ ລາວລີກ 1 ຍິງໄປ 16 ປະຕູ ພາຕົ້ນສັງກັດຢ່າງ ຊ້າງນ້ອຍ ຄວ້າແຊັມລາວລີກ 1 ໄດ້ 2 ສະໄໝຊ້ອນກໍຄືປີ 2022 ກັບ 2023 ກ່ອນຕັດສິນໃຈຍ້າຍໄປຫຼິ້ນໃນລີກສູງສຸດຂອງກໍາປູເຈຍ ໄດ້ຮັບໂອກາດລົງສະໜາມ 5 ນັດສາມາດຍິງໄປແລ້ວ 1 ປະຕູ.
ຂ່າວ: Larh Creators; ຮູບຈາກ: Svay Rieng FC ແລະ Bounphachan Bounkong