ທີມຊາດຍິງລາວ ພົບ ລີບັງ ນັດທໍາອິດລາຍການທີ່ອາຣັບບີ ຊາອຸດິ ແລງນີ້

39

ທີມຊາດຍິງລາວ ຊຸດໃຫຍ່ ກຽມລົງແຂ່ງຂັນນັດທໍາອິດລາຍການ Women’s International Friendly Tournament 2023 ທີ່ປະເທດອາຣັບບີ ຊາອຸດິ ພົບກັບ ທີມຊາດລີບັງ ໂດຍລາຍການນີ້ຈັດຂື້ນລະຫວ່າງວັນທີ 18-30 ກັນຍາ 2023.

ໂດຍກ່ອນລົງແຂ່ງຂັນໄດ້ມີພິທີຖະແຫຼງຂ່າວ ທ່ານ ຕົ້ນ ເພັດເພັງທອງ ຜູ້ຊ່ວຍຄູຝຶກທີມຊາດຍິງລາວ ໃຫ້ສຳພາດວ່າ: ສຳລັບການກຽມພວກເຮົາຖືວ່າ ມີເວລາຈຳກັບ ພວກເຮົາມີເວລາປະມານ 5 ອາທິດ ແລະ ນັກກິລາມີເກມການແຂ່ງຂັນເປັນທາງການ ຂ້ອນຂ້າງໜ້ອຍ ໂດຍລ່າສຸດແມ່ນຫລັງຈາກຈົບ ຊີເກມ ແມ່ນບໍ່ມີການແຂ່ງຂັນອີກຈົນໄດ້ຮອດເວລາລວມໂຕສຳລັບລາຍການນີ້, ສຳລັບພວກເຮົາຄິດວ່າ ຄວາມທ້າທາຍແມ່ນສະພາບ ຮ່າງກາຍຂອງນັກກິລາ ເຊິ່ງຈະພົບກັບ ເລບານອນ, ນັກກິລາເຂົາຮູບຮ່າງໃຫຍ່ ແນ່ນອນວ່າການປະທະອາດເສຍປຽບ ແຕ່ພວກເຮົາຈະເຮັດໃຫ້ດີທີ່ສຸດ, ສ່ວນເປົ້າໝາຍພວກເຮົາແມ່ນພັດທະນາທີມຊາດຍີງ ແລະລີກຍີງພາຍໃນປະເທດໃຫ້ແຂງແກ່ນຂື້ນເພາະຜ່ານມາ ການແຂ່ງຂັນ ຫລື ລີກທີມຍິງຍັງມີບໍ່ຫລາຍ ແລະ ແນ່ນອນພວກເຮົາກໍຢາກຮັກສາ ຫຼືເຮັດໃຫ້ ອັນດັບໂລກ ຂອງພວກເຮົາຢູ່ໃນອັນດັບດີຂື້ນ ຂໍຂອບໃຈ

ທີມຊາດຍິງລາວ ຊຸດນີ້ພາຍໃຕ້ການຄຸມທິມຂອງທ່ານ ວົງມີໄຊ ສຸບົວຄຳ ໄດ້ເດີນທາງເຂົ້າຮ່ວມລາຍການແຂ່ງຂັນດັ່ງກ່າວເຊິ່ງມີ 6 ປະເທດເຂົ້າຮ່ວມປະກອບມີ ອາຣັບບີ ຊາອຸດິ (ເຈົ້າພາບ), ລີບັງ, ປາກິດສະຖານ, ບູຖານ, ມາເລເຊຍ ແລະ ສປປ ລາວ, ເຊິ່ງການແຂ່ງຂັນຈະແບ່ງອອກເປັນ 2 ແລະ ຮູບແບບການແຂ່ງຂັນຈະຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບຮອງຊະນະເລີດ ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:
– ກຸ່ມ A: ອາຣັບບີ ຊາອຸດິ (ເຈົ້າພາບ), ມາເລເຊຍ ແລະ ປາກິສຖານ
– ກຸ່ມ B: ເລບານອນ, ບູຖານ ແລະ ສປປ ລາວ

ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ທຸກໆນັດແຂ່ງຂັນທີ່ສະໜາມ King Fahd Sport city Stadium ( Al Taif ) ມີດັ່ງນີ້:
– ວັນທີ 18 ກັນຍາ 2023 ເວລາ 21:30 ທີມຊາດລາວ ພົບ ທີມຊາດລີບັງ
– ວັນທີ 24 ກັນຍາ 2023 ເວລາ 21:30 ທີມຊາດລາວ ພົບ ທີມຊາດບູຖານ