ໄທ ຍົກເວັ້ນວີຊ່ານັກທ່ອງທ່ຽວຈີນ ແລະ ຄາຊັກສະຖານ ຫວັງສ້າງລາຍໄດ້ເພີ່ມຈາກການທ່ອງທ່ຽວ

38

ເວັບໄຊ People’s Daily Online ຂອງຈີນ ລາຍງານວ່າ: ໄທໄດ້ອະນຸມັດການຍົກເວັ້ນວີຊ່າຊົ່ວຄາວ ສຳລັບນັກທ່ອງທ່ຽວຈາກຈີນ ແລະ ຄາຊັກສະຖານ ເພື່ອສະໜັບສະໜຸນອຸດສາຫະກຳການທ່ອງທ່ຽວທີ່ສຳຄັນ ເຊິ່ງທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີຂອງໄທ ກ່າວວ່າ: ນະໂຍບາຍດັ່ງກ່າວ ຈະເລີ່ມຕົ້ນແຕ່ວັນທີ 25 ກັນຍາປີນີ້ ເຖິງໝົດເດືອນກຸມພາ 2024.

ທ່ານ ເສດຖາ ທະວີສິນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ພາຍຫຼັງການປະຊຸມຄະນະລັດຖະບານຄັ້ງທໍາອິດ ເຊິ່ງກໍໄດ້ມີການຫາລືກັບໜ່ວຍງານທີ່ກ່ຽວຂ້ອງທັງໝົດ ເພື່ອໃຫ້ແນ່ໃຈວ່າ ໄທ ໄດ້ກະກຽມພ້ອມຢ່າງເຕັມທີ່ໃນການດຳເນີນນະໂຍບາຍນັ້ນ ແລະ ພາຍຫຼັງໄລຍະເວລາຂອງນະໂຍບາຍສິ້ນສຸດລົງກໍຈະມີການປະເມີນຜົນກະທົບ.

ຂະນະທີ່, ທ່ານ ໄຊ ວະຈະຣົງ ໂຄສົກລັດຖະບານ ກ່າວວ່າ: ປະເທດໄດ້ວາງແຜນທີ່ຈະປະຄັບປະຄອງອຸດສາຫະກຳການທ່ອງທ່ຽວ ດ້ວຍການນໍາສະເໜີສື່ ສົ່ງເສີມການຂາຍ ເພື່ອແຈ້ງໃຫ້ຜູ້ທີ່ຄາດວ່າຈະເປັນນັກເດີນທາງມາທ່ຽວ ແລະ ຊ່ວຍໃຫ້ພວກເຂົາໝັ້ນໃຈໃນການມາທ່ຽວປະເທດໄທ.

ດ້ວຍນະໂຍບາຍໃໝ່ນີ້ ລັດຖະບານໄທ ຄາດວ່າ: ຈະຕ້ອນຮັບນັກທ່ອງທ່ຽວຕ່າງຊາດ ຈໍານວນ 28 ລ້ານຄົນໃນປີນີ້ ແລະ ສ້າງລາຍໄດ້ຈາກນັກທ່ອງທ່ຽວເຂົ້າມາຫຼາຍ ກວ່າ 1,4 ລ້ານໆບາດ ຫຼື ປະມານ 39,15 ຕື້ໂດລາ. ພ້ອມນີ້, ກໍຄາດວ່ານັກທ່ອງທ່ຽວເຂົ້າມາປະເທດ ຈະສູງເຖິງ 40 ລ້ານຄົນໃນປີ 2024 ໂດຍລາຍໄດ້ຈາກການທ່ອງທ່ຽວລວມ ຈະມີ 3,1 ລ້ານໆບາດ ຫຼື ປະມານ 86,68 ຕື້ໂດລາ. ທັງນີ້ອຸດສາຫະກຳການທ່ອງທ່ຽວສ້າງລາຍຮັບໃຫ້ແກ່ປະເທດໄທເປັນຈຳນວນຫຼວງຫຼາຍ ໂດຍຄິດເປັນປະມານ 12% ຂອງ GDP.