ECB ປັບຂຶ້ນອັດຕາດອກເບ້ຍ ສູ່ລະດັບສູງສຸດເປັນປະຫວັດການ

33

ທະນາຄານກາງເອີຣົບ ( ECB ) ໄດ້ປັບຂຶ້ນອັດຕາດອກເບ້ຍສູ່ຈຸດທີ່ສູງສຸດເປັນປະຫວັດການ ໃນວັນທີ 14 ກັນຍາຜ່ານມາ, ການປັບຂຶ້ນຄັ້ງນີ້ ສົ່ງສັນຍານວ່າ ອາດຈະເປັນການເຄື່ອນໄຫວຄັ້ງສຸດທ້າຍ ໃນການຕໍ່ສູ້ທີ່ຍາວນານຂອງທະນາຄານແຫ່ງນີ້ ເພື່ອຈັດການກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການເພີ່ມຂຶ້ນຂອງອັດຕາດອກເບ້ຍ 0,25% ໄດ້ສົ່ງຜົນໃຫ້ອັດຕາດອກເບ້ຍເງິນຝາກຂອງ ECB ສູ່ລະດັບ 4,0% ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ປະກາດນຳໃຊ້ສະກຸນເງິນເອີໂຣໃນປີ 1999. ຂະນະທີ່ 14 ເດືອນຜ່ານມາ, ອັດຕາດອກເບ້ຍຂອງ ECB ຢູ່ໃນລະດັບທີ່ຕໍ່າສຸດ ຕິດລົບ 0,5% ເຊິ່ງໝາຍ ຄວາມວ່າທະນາຄານຕ້ອງຈ່າຍເງິນເພື່ອຝາກເງິນສົດ ຢູ່ ECB. ພ້ອມນີ້, ກໍຄາດການວ່າອັດຕາດອກເບ້ຍເງິນຝາກຂອງ ECB ຈະສູງສຸດທີ່ 4,0% ກ່ອນຈະປັບຕົວລົງໃນໄລຍະ 6 ເດືອນທ້າຍປີ 2024.

ຂະນະທີ່ບັນດາທະນາຄານກາງຂອງ 20 ປະເທດ ທີ່ໃຊ້ສະກຸນເງິນເອີໂຣ ຍັງໄດ້ເພີ່ມການຄາດການອັດຕາເງິນເຟີ້ ແລະ ປັບການຄາດການເຕີບໂຕເສດຖະກິດລົງ ເຊິ່ງນັ້ນສະແດງໃຫ້ເຫັນວ່າ ພາວະກືນບໍ່ໄດ້ ຄາຍບໍ່ອອກ ທີ່ ECB ກຳລັງປະເຊີນຢູ່ກັບລາຄາສິນຄ້າທີ່ຍັງເພີ່ມຂຶ້ນເປັນ 2 ເທົ່າ ຂອງເປົ້າໝາຍທີ່ທະນາຄານກຳນົດ ໃນຂະນະດຽວກັນ ກິດຈະກຳທາງເສດຖະກິດກຳລັງປະເຊີນກັບຄວາມຫຍຸ້ງຍາກ ເນື່ອງຈາກລາຍຈ່າຍເງິນກູ້ທີ່ສູງຂຶ້ນ.

ECB ຍັງເປີດເຜີຍວ່າ: ຈາກການປະເມີນໃນປັດຈຸບັນ, ຄະນະກຳມະການທະນາຄານ ເຊື່ອວ່າອັດຕາດອກເບ້ຍທີ່ສຳຄັນຂອງ ECB ແມ່ນໄປເຖິງລະດັບທີ່ຄົງທີ່ໄວ້ເປັນໄລຍະເວລາດົນພຽງພໍທີ່ຈະມີສ່ວນສຳຄັນ ໃນການຫຼຸດອັດຕາເງິນເຟີ້ກັບມາຕາມລະດັບເປົ້າໝາຍ.