ຟີລິບປິນ ຈະຫຼຸດພາສີນໍາເຂົ້າ ເຂົ້າຈາກ 35% ໃຫ້ເຫຼືອ 0 – 10%

51

ເວັບໄຊສຳນັກຂ່າວ inquirer.net ຂອງຟີລິບປິນ ລາຍງານວ່າ: ກະຊວງການເງິນ ( DOF ) ຂອງຟີລິບປິນ ກໍາລັງດຳເນີນການທີ່ສອດຄ່ອງກັບການປະຕິຮູບທີ່ເນັ້ນໃສ່ຕະຫຼາດ ແລະ ສະຫວັດດີການຂອງຜູ້ບໍລິໂພກ ໂດຍຈະຫຼຸດພາສີນໍາເຂົ້າ ເຂົ້າ ຊົ່ວຄາວ ຈາກ 35% ເຫຼືອ 0-10% ເລີ່ມແຕ່ເດືອນພະຈິກປີນີ້ ເຖິງ ເດືອນມັງກອນ ປີ 2024.

ການຫຼຸດພາສີນໍາເຂົ້າ ເຂົ້າ ກໍເພື່ອຈໍາກັດການເພີ່ມຂຶ້ນຂອງລາຄາເຂົ້າໃນປະເທດ ເຊິ່ງການເພີ່ມຂຶ້ນຂອງລາຄາເຂົ້າ ເປັນສາເຫດໜຶ່ງທີ່ອັດຕາເງິນເຟີ້ຂອງປະເທດ ເພີ່ມຂຶ້ນ. ຂະນະທີ່, ທ່ານ  Benjamin Diokno ລັດຖະມົນຕີກະຊວງການເງິນຂອງຟິລິປິນ ກ່າວວ່າ: ເຖິງແມ່ນວ່າຈະມີການຄວບຄຸມລາຄາ ແຕ່ລັດຖະບານ ຍັງຕ້ອງໃຊ້ແນວທາງທີ່ຄອບຄຸມ ເພື່ອໃຫ້ແນ່ໃຈວ່າ ການສະໜອງເຂົ້າ ຍັງພຽງພໍ ແລະ ລາຄາຫຼຸດລົງ.

ກ່ອນໜ້ານີ້, inquirer.net ໄດ້ລາຍງານວ່າ: ຟິລິປິນ ແລະ ຫວຽດນາມ ໄດ້ເຈລະຈາຂໍ້ຕົກລົງການນໍາເຂົ້າ ເຂົ້າ ຈາກ ຫວຽດນາມ ເຊິ່ງອາດຈະເພີ່ມຂຶ້ນອີກ 300.000 ເຖິງ 500.000 ໂຕນ ໃນລາຄາຫຼຸດພິເສດ ເພື່ອຊົດເຊີຍການສູນເສຍພືດຜົນ ທີ່ເກີດຈາກປາກົດການ El Nino ເຊິ່ງອາດຄຸກຄາມການຜະລິດທາງກະສິກຳໃນປະເທດ.

ລາຍງານຍັງລະບຸວ່າ: ທ່ານ Benjamin Diokno ໄດ້ສະເໜີໃຫ້ລັດຖະບານສະໜັບສະໜູນການນໍາເຂົ້າ ເຂົ້າ ໂດຍພາກເອກະຊົນຢ່າງທ່ວງທັນ ແລະ ນຳໃຊ້ Super Green Lane ຢ່າງເຕັມທີ່ ເຊິ່ງແມ່ນສິດທິພິເສດດ້ານພາສີແກ່ຜູ້ນໍາເຂົ້າ ໂດຍອະນຸຍາດໃຫ້ໃຊ້ການແລກປ່ຽນຂໍ້ມູນທາງອີເລັກໂຕຣນິກ ຈະຊ່ວຍໃຫ້ສາມາດປະມວນຜົນ ແລະ ແກ້ໄຂພັດສະດຸລ່ວງໜ້າຂອງຜູ້ນໍາເຂົ້າ ທີ່ມີຄຸນສົມບັດເໝາະສົມທີ່ສຸດຂອງປະເທດ ໄດ້.

ນອກນີ້, ຍັງສະເໜີວ່າ ລັດຖະບານຄວນເຮັດວຽກຮ່ວມກັບຜູ້ຮັບສຳປະທານທາງດ່ວນ ແລະ ຜູ້ປະກອບການ ໃນການຍົກເວັ້ນພາສີລົດບັນທຸກສິນຄ້າກະສິກຳ ເປັນການຊົ່ວຄາວ ຈາກການປັບຂຶ້ນລາຄາຄ່າຜ່ານທາງ.

ທັງນີ້, ກໍເປັນການຫຼຸດຕົ້ນທຶນການຂົນສົ່ງ ເຮັດໃຫ້ຕົ້ນທຶນລາຄາສິນຄ້າກິສິກຳ ຫຼຸດລົງ ເຊິ່ງຈະຊ່ວຍສະໜັບສະໜຸນໃຫ້ແກ່ການຄວບຄຸມລາຄາສິນຄ້າກະສິກຳໃຫ້ຫຼຸດລົງ.