ຜູ້ໂດຍສານທາງອາກາດຂອງກຳປູເຈຍ ເພີ່ມຂຶ້ນ 180%

29

ສຳນັກຂ່າວຊິນຫົວລາຍງານວ່າ: ສຳນັກງານການບິນພົນລະເຮືອນຂອງກຳປູເຈຍເປີດເຜີຍວ່າ ປະລິມານການໂດຍສານທາງອາກາດໃນໄລຍະ 8 ເດືອນຂອງປີ 2023 ທີ່ປະມານ 3,4 ລ້ານເທື່ອຄົນ ເພີ່ມຂຶ້ນ 180% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ລາຍງານລະບຸວ່າ: ສາຍການບິນພາຍໃນປະເທດ ແລະ ຕ່າງປະເທດໃຫ້ບໍລິການຖ້ຽວບິນ ລວມກັນປະມານ 33.146 ຖ້ຽວ ເພີ່ມຂຶ້ນ 114% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ໂຄສົກກົມການບິນພົນລະເຮືອນຂອງກຳປູເຈຍ ຍັງຄາດການວ່າ ໃນປີ 2023 ນີ້ ຄາດວ່າຈະມີຈຳນວນຜູ້ໂດຍສານທາງອາກາດຢູ່ທີ່ປະມານ 4,6 ລ້ານເທື່ອຄົນ ເພີ່ມຂຶ້ນ 2 ເທົ່າ ເມື່ອທຽບໃສ່ປີ 2022 ທີ່ມີຜູ້ໂດຍສານທາງອາກາດຢູ່ທີ່ 2,38 ລ້ານເທື່ອຄົນ.

ແນວໃດກໍຕາມ, ປະລິມານການຂົນສົ່ງສິນຄ້າທາງອາກາດໃນໄລຍະ 8 ເດືອນທຳອິດຂອງປີນີ້ ຫຼຸດລົງ 10% ຢູ່ທີ່ 34.881 ລ້ານໂຕນ.