ຈຳປາຮັກ ຄວ້າແຊັມ 3 ລາຍການ ເຕະບານ 4 ສະໂມສອນ ເຊື່ອມສາຍສຳພັນສອງຊາດ ລາວ-ໄທ

54

ສະໂມສອນ ຈຳປາຮັກ ເອັບຊີ ທີມນ້ອງໃໝ່ ແຈ້ງເກີດຄອງແຊັມການແຂ່ງຂັນກີລາເຕະບານ ຮຸ່ນເຍົາວະຊົນ ອາບໍ່ເກີນ 12 ປີ, ຮຸ່ນອາຍຸບໍ່ເກີນ 8 ປີ ແລະ ຮຸ່ນວີໄອພີ, ສ່ວນຮຸ່ນອາຍຸ 10 ປີ ຍາດໄດ້ອັນດັບທີ 2 ໃນການແຂ່ງຂັນເຕະບານ 4 ສະໂມສອນ ເພື່ອເຊື່ອມສາຍສຳພັນອັນດີງາມລະຫວ່າງນັກກີລາຂອງ 4 ສະໂມສອນ ຈາກລາວ-ໄທ ກໍຄື ສະໂມສອນ ຈາກ ແຂວງໜອງຄາຍ ແລະ ນະຄອນຫຼວງວຽງຈັນ.

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ເມື່ອວັນທີ 10 ກັນຍາ ຜ່ານມາ ທີ່ສະໜາມສະໂມສອນ ຈູເນຍ ຊິກຊິກ ແຂວງໜອງຄາຍ ປະເທດໄທ ຊຶ່ງມີການຊີງໄຊ 4 ລາຍການ ປະກອບມີ ຮຸ່ນເຍົວະຊົນ ອາຍຸບໍ່ເກີນ 8 ປີ, 10 ປີ, 12 ປີ ແລະ ຮຸ່ນວີໄອພີ ສະລັບ 4 ສະໂມສອນ ທີ່ເຂົ້າຮ່ວມແຂ່ງຂັນ ຊຶ່ງມາຈາກ ນະຄອນຫຼວງວຽງຈັນ ສປປ ລາວ 2 ສະໂມສອນ ປະກອບມີ ສະໂມສອນ ຈຳປາຮັກ ແລະ ສະໂມສອນ ໄຊເຊດຖາ ເອັບຊີ ສ່ວນຈາກໄທ ກໍມີ ເຈົ້າພາບ ສະໂມສອນ ຈູເນຍ ຊິກຊິກ ແລະ ສະໂມສອນ ທ່າບໍ່ ເຟຣມມິລີ ເອັບຊີ.

ການແຂ່ງຂັນລາຍການດັ່ງກ່າວ ຈັດຂຶ້ນ ກໍເພື່ອເປັນການເຊື່ອມສາຍສຳພັນອັນດີງາມລະຫວ່າງນັກກີລາຂອງ 4 ສະໂມສອນ ຈາກລາວ-ໄທ ກໍຄື ສະໂມສອນ ຈາກ ແຂວງໜອງຄາຍ ແລະ ນະຄອນຫຼວງວຽງຈັນ ແນໃສ່ສົ່ງເສີມການພັດທະນາເດັກນ້ອຍເຍົາວະຊົນໃຫ້ມີສຸຂະພາບຮ່າງກາຍທີ່ແຂງແຮງທັງຮ່າງກາຍ ແລະ ຈິດໃຈ ຮູ້ເສຍ ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນ ແລະ ກັນ ສ້າງຝັນເຍົາວະຊົນສອງຊາດ ກ້າວສູ່ການເປັນນັກກີລາອາຊີບໃນອະນາຄົດ.

ລາຍການນີ້ ສຳລັບຮຸ່ນເບົາວະຊົນ 3 ຮຸ່ນ ໃນຮອບຄັດເລືອກແຂ່ງຂັນແບບພົບກັນໝົດ ຄັດເລືອກເອົາອັນດັບທີ 1-2 ໄປຊີງຊະນະເລີດ ສ່ວນຮຸ່ນວີໄອພີ ກໍແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີມທີ່ຊະນະຫຼາຍທີ່ສຸດໄດ້ແຊັມໄປຄອງ ຜ່ານການແຂ່ງຂັນຜົນປະກົດວ່າ: ໃນຮຸ່ນອາຍຸ 8 ປີ ຮອບຄັດເລືອກ ສະໂມສອນ ຈຳປາຮັກ ຊະນະເຈົ້າພາບ ສະໂມສອນ ຈູເນຍ ຊິກຊິກ 6-4 ປະຕູ, ນັດທີ 2 ສະເໝີສະໂມສອນ ທ່າບໍ່ ເຟຣມມິລີ ເອັບຊີ 2-2 ປະຕູ ແລະ ນັດສຸດທ້າຍ ກໍສະເໝີ ສະໂມສອນ ໄຊເຊດຖາ ເອັບຊີ 2-2 ປະຕູ ຜ່ານເຂົ້າຊີງຊະນະເລີດ ກ່ອນຊະນະ ເຈົ້າພາບ ສະໂມສອນ ຈູເນຍ ຊິກຊິກ 2-1 ປະຕູ ໄດ້ແຊັມໄປຄອງ ແລະ ເຈົ້າພາບໄດ້ພຽງອັນດັບທີ 2.

ສ່ວນຮຸ່ນອາຍຸ 10 ປີ ນັດທຳອິດ ສະໂມສອນ ຈຳປາຮັກ ຖະຫຼົ່ມ ີສະໂມສອນ ທ່າບໍ່ ເຟຣມມິລີ 7-0 ປະຕູ, ນັດທີ ສະໂມສອນ ຈຳປາຮັກ ຖະຫຼົ່ມ ສະໂມສອນ ໄຊເຊດຖາ 13-0 ປະຕູ ແລະ ນັດສຸດທ້າຍ ສະໂມສອນ ຈຳປາຮັກ ສະເໝີ ສະໂມສອນ ຈູເນຍ ຊິກຊິກ 0-0 ປະຕູ ກ່ອນໃນນັດຊີງຊະນະເລີດ ສະໂມສອນ ຈຳປາຮັກ ສະເໝີກັບ ສະໂມສອນ ຈູເນຍ ຊິກຊິກ 1-1 ປະຕູ ຕ້ອງໄດ້ມາດວນຈຸດໂທດ ແລະ ເປັນເຈົ້າພາບ ສະໂມສອນ ຈູເນຍ ຊິກຊິກ ຍິງຄົມກວ່າ ຊະນະ 3-2 ປະຕູ ໄດ້ແຊັມໄປຄອງ ສ່ວນ ສະໂມສອນ ຈຳປາຮັກ ໄດ້ພຽງອັນດັບທີ 2.

ຂະນະທີ່ ຮຸ່ນອາຍຸ 12 ປີ ນັດທຳອິດ ສະໂມສອນ ຈຳປາຮັກ ສະເໝີ ສະໂມສອນ ຈູເນຍ ຊິກຊິກ 2-2 ປະຕູ, ນັດທີ 2 ສະໂມສອນ ຈຳປາຮັກ ເສຍໃຫ້ ີສະໂມສອນ ທ່າບໍ່ ເຟຣມມິລີ 2-3 ປະຕູ ແລະ ນັດສຸດທ້າຍ ຊະນະ ສະໂມສອນ ໄຊເຊດຖາ 3-0 ປະຕູ ກ່ອນໃນນັດຊີງຊະນະເລີດ ຊະນະ ເຈົ້າພາບ 3-1 ປະຕູ ໄດ້ແຊັມໄປຄອງ ສ່ວນເຈົ້າພາບ ໄດ້ພຽງອັນດັບທີ 2 ແລະ ຜົນການແຂ່ງຂັນຮຸ່ນວີໄອພີ ສະໂມສອນ ຈຳປາຮັກ ຊະນະ ສະໂມສອນ ຈູເນຍ ຊິກຊິກ 5-4 ປະຕູ, ນັດທີ 2 ສະໂມສອນ ຈຳປາຮັກ ຊະນະ ີສະໂມສອນ ທ່າບໍ່ ເຟຣມມິລີ 2-1 ປະຕູ ແລະ ນັດສຸດທ້າຍ ຊະນະ ສະໂມສອນ ໄຊເຊດຖາ 5-4 ປະຕູ ໄດ້ແຊັມລາຍການດັ່ງກ່າວ ໄປຄອງ ສ່ວນອັນດັບທີ 2 ສະໂມສອນ ໄຊເຊດຖາ, ອັນດັບທີ 3 ສະໂມສອນ ຈູເນຍ ຊິກຊິກ ແລະ ທີ 4 ແມ່ນ ີສະໂມສອນ ທ່າບໍ່ ເຟຣມມິລີ.