ຢູ 23 ລາວ ສຸດຕ້ານເສຍໃຫ້ກັບ ອົດສະຕຣາລີ ຂາດລອຍນັດທໍາອິດຄັດບານເຕະອາຊີ 2024

76

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີຕ້ານທານຄວາມແຂງແກ່ນຂອງ ທີມລະດັບແຖວໜ້າຂອງອາຊີບໍ່ໄດ້ກ່ອນເສຍໃຫ້ກັບ ອົດສະຕຣາລີ 1-7 ໃນນັດທໍາອິດຂອງການແຂ່ງຂັນບານເຕະຊີງແຊັມອາຊີ 2024 ໃນຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ກຸ່ມ I ທີ່ປະເທດທາຈີກິສຖານ (ເຈົ້າພາບ) ທີ່ສະຫນາມ Republican Central Stadium (Dushanbe) ເມື່ອວັນທີ 6 ກັນຍາ 2023.

ນັດດັ່ງກ່າວ ທີມຊາດລາວ ເສຍໄປ 3 ປະຕູລວດຢ່າງໄວວາຈາກການຍິງຂອງ Nishan Velupillay ນາທີໆ 2 ກັບ 4 ແລະ Louis D’Arrigo ນາທີໆ 7 ກ່ອນທີ່ ທີມຊາດລາວ ຈະມາໄດ້ປະຕູຕີໄຂ່ແຕກໄລ່ມາ 1-3 ຈາກການຍິງພຣີຄິກສຸດງາມຂອງ ຈັນທະວີໄຊ ຂຸນທຸມພອນ ນາທີໆ 12. ຢ່າງໃດກໍຕາມ ດ້ວຍຄວາມຫ່າງຊັນ ອົດສະຕຣາ ມາໄດ້ 4 ປະຕູລວດຈາກການຍິງຂອງ Noah Botic 2 ປະຕູນາທີໆ 20 ກັບ 56, Lachlan Brook ນາທີໆ 60 ແລະ Alou Kuol ນາທີໆ 79 ກ່ອນຈົບການແຂ່ງຂັນເອົາຊະນະທີມຊາດລາວ 7-1.

ເຮັດໃຫ້ ອົດສະຕຣາລີ ເກັບເປັນ 3 ຄະແນນຢຶດທີມນໍາກຸ່ມ, ສ່ວນທີມຊາດລາວບໍ່ມີຈັກຄະແນນ ໂດຍນັດຕໍ່ໄປນັດສຸດທ້າຍຂອງກຸ່ມຈະພົບກັບເຈົ້າພາບ ທາຈີກິດສະຖານ ໃນວັນທີ 9 ກັນຍາ 2023 ເວລາ 22:30 ໂມງຕາມເວລາໃນບ້ານເຮົາ, ສ່ວນ ອົດສະຕຣາລີ ກໍຈະໄປຕັດສິນນັດສຸດທ້າຍພົບກັບ ທາຈີກິດສະຖານ ໃນວັນທີ 12 ກັນຍາ 2023 ເວລາ 22:30 ໂມງ ໂດຍທຸກໆນັດແຂ່ງຂັນທີ່ສະຫນາມ Republican Central Stadium (Dushanbe) ປະເທດທາຈີກິດສະຖານ.

ສໍາລັບ ຮອບຄັດເລືອກແມ່ນຄັດເອົາທີມແຊ້ມກຸ່ມ 11 ທີມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 4 ທີມ ເຂົ້າຮອບສຸດທ້າຍ ຮ່ວມກັບ ປະເທດກາຕ້າ ທີ່ໄດ້ຮັບກຽດເປັນເຈົ້າພາບ ໂດຍຮອບສຸດທ້າຍແມ່ນຈະແຂ່ງຂັນໃນເດືອນເມສາ 2024 ເພື່ອຫາຕົວແທນຂອງທະວີບອາຊີ ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາໂອແລມປິກ 2024 ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ສໍາລັບ ຜົນງານຂອງ ຢູ 23 ລາວ ພາຍໃຕ້ການຄຸມທີມຂອງທ່ານ ອາເຣນ່າ ກູເລຍໂມ່ ສັນຊາດອີຕາລີ ລົງສະໜາມ 4 ນັດຄື: ນັດອຸ່ນຊະນະ ບຣູໄນ 2-0 ໃນນັດອຸ່ນເຄື່ອງທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ, ຜົນງານ 2 ນັດໃນບານເຕະຊີງແຊັມອາຊຽນ 2023 ສະເໝີກັບ ຟິລິບປິນ 2-2 ແລະ ເສຍໃຫ້ ຫວຽດນາມ 1-4, ສ່ວນຫຼ້າສຸດເສຍໃຫ້ກັບ ອົດສະຕຣາລີ 1-7 ໃນລາຍການນີ້.
ຂ່າວ: Larh Creators; ຮູບຈາກ: ສຕລ