OPEC+ ຫຼຸດກຳລັງການຜະລິດລົງ ດຶງລາຄານໍ້າມັນເພີ່ມຂຶ້ນ

36

ເວັບໄຊ baotintuc.vn ຂອງຂ່າວສານຫວຽດນາມ ລາຍງານວ່າ ໃນຕອນແລງຂອງວັນທີ 4 ກັນຍາ ນີ້ ຕາມເວລາທ້ອງຖິ່ນຂອງຫວຽດນາມ ລາຄານໍ້າມັນ Brent ທະເລເໜືອ ທີ່ຈະສົ່ງມອບໃນເດືອນພະຈິກ 2023 ເພີ່ມຂຶ້ນ 16 ເຊັນ ເປັນ 88,71 ໂດລາຕໍ່ບາເຣວ, ໃນຂະນະທີ່ລາຄານໍ້າມັນດິບ WTI ຂອງອາເມຣິກາ ທີ່ຈະສົ່ງໃນເດືອນຕຸລາ ປີນີ້ ເພີ່ມຂຶ້ນ 18 ເຊັນ ເປັນ 85,73 ໂດລາຕໍ່ບາເຣວ.

ທ່ານ Sugandha Sachdeva ຮອງປະທານບໍລິຫານບໍລິສັດທີ່ປຶກສາການລົງທຶນ Acme Investment Advisors ກ່າວວ່າ: ລາຄານໍ້າມັນດິບສ່ວນໃຫຍ່ໄດ້ຮັບແຮງໜູນຈາກການເກງກຳໄລ ກ່ຽວກັບຄວາມເປັນໄປໄດ້ທີ່ປະເທດຜູ້ຜະລິດນໍ້າມັນລາຍໃຫຍ່ ຈະຫຼຸດກຳລັງການຜະລິດນໍ້າມັນລົງອີກ. ແຕ່ຢ່າງໃດກໍຕາມ, ການເພີ່ມຂຶ້ນຂອງກຳລັງການຜະລິດນໍ້າມັນໃນອາເມຣິກາ ອາດຈຳກັດການເພີ່ມຂຶ້ນຂອງລາຄານໍ້າມັນໃນຕະຫຼາດໂລກໄດ້.

ເມື່ອບໍ່ດົນຜ່ານມາ, ທ່ານ Nga Alexander Novak ຮອງນາຍົກລັດຖະມົນຕີຂອງຣັດເຊຍ ກ່າວວ່າ: ຣັດເຊຍໄດ້ຕົກລົງກັບປະເທດຜູ້ສົ່ງອອກນໍ້າມັນ ( OPEC ) ເພື່ອດຳເນີນການຫຼຸດກຳລັງການຜະລິດນໍ້າມັນລົງຕໍ່ໄປອີກ.

ກ່ອນໜ້ານີ້, ຣັດເຊຍ ກ່າວວ່າ: ໃນເດືອນກັນຍາຈະໄດ້ຫຼຸດກຳລັງການຜະລິດນໍ້າມັນລົງ 300.000 ບາເຣວຕໍ່ວັນ, ຫຼັງຈາກຫຼຸດລົງ 500.000 ບາເຣວຕໍ່ວັນ ໃນເດືອນສິງຫາຜ່ານມາ. ນອກນີ້, ຊາອຸດິດ ອາຣັບບີ ກໍຄາດວ່າຈະຂະຫຍາຍແຜນຫຼຸດກຳລັງການຜະລິດລົງ 1 ລ້ານບາເຣວຕໍ່ວັນ ຈົນເຖິງເດືອນຕຸລາປີນີ້.