ອາຊຽນ ເປັນພາກພື້ນທີ່ໜ້າດຶງດູດຫຼາຍທີ່ສຸດ ສຳລັບການລົງທຶນຕ່າງປະເທດ

36

ເວັບໄຊສຳນັກຂ່າວ BNews.vn ລາຍງານວ່າ: ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ກວ່າວ່າ: ອາຊຽນ ເປັນພາກພື້ນທີ່ໜ້າດຶງດູດທີ່ສຸດ ສຳລັບການລົງທຶນຕ່າງປະເທດ ຊຶ່ງສະເພາະປີ 2022 ປີດຽວ ມີເງິນລົງທຶນເຖິງ 17% ຂອງທົ່ວໂລກຫຼັ່ງໄຫຼເຂົ້າສູ່ອາຊຽນ.

ທ່ານ Joko Widodo ກ່າວໃນພິທີເປີດກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ABIS) ປະຈໍາປີ 2023 ທີ່ນະຄອນຫຼວງຈາກາຕາ ໂດຍຄາດວ່າການເຕີບໂຕທາງເສດຖະກິດຂອງອາຊຽນ ໃນປີ 2024 ຈະສູງສຸດໃນໂລກ ທີ່ 4,5%.

ນອກນີ້, ກໍຍັງເນັ້ນວ່າ: ອາຊຽນ ໄດ້ພິສູດຕົວເອງແລ້ວວ່າ ເປັນພາກພື້ນທີ່ສະຫງົບສຸກ, ມັ່ງຄັ່ງ ແລະ ຈະເລີນຮຸ່ງເຮືອງ ໂດຍ 65% ຂອງປະຊາກອນໃນພາກພື້ນ ມີສັກກະຍະພາບທີ່ຈະເຂົ້າຮ່ວມກັບຊົນຊັ້ນກາງໃນປີ 2030.

ລາຍງານລະບຸວ່າ: ຜູ້ນຳອິນໂດເນເຊຍ ປະເມີນວ່າ ປັດໄຈເບື້ອງຕົ້ນທີ່ເປັນແຮງຊຸກຍູ້ສຳຄັນ ທີ່ເຮັດໃຫ້ອາຊຽນກາຍເປັນ “ສູນກາງການເຕີບໂຕ” ດ້ວຍ   “ຍຸດທະສາດພິເສດ” ໃນທ່າມກາງສະຖານະການໂລກທີ່ຍັງບໍ່ດີຂຶ້ນ.

ທ່ານ Joko Widodo ກ່າວວ່າ: ຄວາມພະຍາຍາມເຫຼົ່ານີ້ ຕ້ອງການຄວາມຮ່ວມມືຢ່າງໃກ້ຊິດຈາກທຸກປະເທດ, ນັກທຸລະກິດ ແລະ ສັງຄົມ. ພ້ອມທັງສະແດງຄວາມຫວັງວ່າ: ສະພາທີ່ປຶກສາທຸລະກິດອາຊຽນ (ABAC) ຈະເຂົ້າມາມີບົດບາດຫຼາຍຂຶ້ນໃນການສ້າງ ແລະ ດຳເນີນກົນລະຍຸດການຮ່ວມມື ລະຫວ່າງຜູ້ມີສ່ວນໄດ້ເສຍ.

ນອກນີ້, ກໍຍັງຫວັງວ່າ: ແນວຄິດ “ອາຊຽນລວມເປັນໜຶ່ງ” ທີ່ນໍາສະເໜີໂດຍ ABAC ໃນກອງປະຊຸມຈະສາມາດກາຍເປັນຂົວຕໍ່ການຮ່ວມມື, ສ້າງສິ່ງທີ່ເອື້ອອຳນວຍທີ່ເປັນປະໂຫຍດຮ່ວມກັນ ເພື່ອເພີ່ມຂີດຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ສົ່ງເສີມຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.