ສຸມໃສ່ 2 ຕົວຊີ້ບອກ ຫຼຸດຜ່ອນການຂາດສານອາຫານຂອງເດັກ

948

 

ລັດຖະບານ ໄດ້ສຸມໃສ່ສືບຕໍ່ແກ້ໄຂບັນຫາໂພຊະນາການ 2 ຕົວຊີ້ບອກທີ່ສະພາຮັບຮອງ ແລະ ເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ໂດຍສະເພາະແມ່ນ ລຶບລ້າງໄພອຶດຫິວ ແລະ ປັບປຸງໂພຊະນາການ ເພື່ອຫຼຸດຜ່ອນ ແລະ ແກ້ໄຂການຂາດສານອາຫານທຸກຮູບແບບ ໃນເດັກອາຍຸລຸ່ມ 5 ປີ.

ທ່ານ ດຣ. ສະໜອງ ທອງຊະນະ ກ່າວໃນກອງປະຊຸມສະຫລຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງວຽກງານການຄຸ້ມຄອງກໍລະນີຂາດສານອາຫານກະທັນຫັນ ຮ້າຍແຮງ ແບບເຊື່ອມສານໃນວັນທີ 31 ສິງຫາ ວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍສໍາຄັນໃນວຽກງານການປ້ອງກັນ ແລະ ປິ່ນປົວເດັກນ້ອຍທີ່ຂາດສານອາຫານ ເພື່ອຈະນຳໄປສູ່ເປົ້າໝາຍລວມຄືຫຼຸດຜ່ອນການຂາດສານອາຫານ , ປັບປຸງສຸຂະພາບ ແລະ ໂພຊະນາການຂອງແມ່ແລະເດັກນ້ອຍ.


ລັດຖະບານເຮົາ ໄດ້ສຸມໃສ່ສືບຕໍ່ແກ້ໄຂບັນຫາ ໂພຊະນາການ 2 ຕົວຊີ້ບອກທີ່ສະພາຮັບຮອງ ແລະ ເພື່ອບັນລຸເປົ້າໝາຍຂອງການພັດທະນາແບບຍືນຍົງ ໃນນັ້ນເປົ້າໝາຍທີ 2 ຄືລຶບລ້າງໄພອຶດຫິວ ມີສະບຽງອາຫານ ສົ່ງເສີມກະສິກໍາແບບຍືນຍົງ ແລະ ປັບປຸງໂພຊະນາການ ເພື່ອຫລຸດຜ່ອນ ແລະ ແກ້ໄຂການຂາດສານອາຫານທຸກຮູບແບບຂອງປະຊາຊົນລາວເວົ້າລວມ ເວົ້າສະເພາະໃນເດັກອາຍຸລຸ່ມ 5 ປີ; ການຫລຸດຜ່ອນການຂາດສານອາຫານຊໍາເຮື້ອ (ລວງສູງຫລຸດມາດຕະຖານ).

ຕາມຜົນການສໍາຫລວດດັດຊະນີໝາຍສັງຄົມລາວປີ 2017, ອັດຕາການຂາດສານອາຫານຊໍາເຮື້ອ (ລວງສູງຫລຸດມາດຕະຖານ ຫລື ເດັກເຕ້ຍ) ແມ່ນໄດ້ຫຼຸດລົງຈາກ 44% ໃນປີ 2012 ມາເປັນ 33% ໃນປີ 2017;
ມີເດັກລຸ່ມ 5ປີ ປະມານ 60.000 ຄົນ ທີ່ມີການຂາດສານອາຫານກະທັນຫັນຮ້າຍແຮງ(SAM) ໃນແຕ່ລະປີ (LSIS2) ຖ້າເດັກນ້ອຍລູກຫລານຂອງພວກເຮົາຍັງມີພາວະໂພຊະນາການທີ່ບໍ່ດີ ບໍ່ໄດ້ກິນອາຫານທີ່ ພຽງພໍ ຫລາກຫລາຍ ຈະເຮັດໃຫ້ມີການເຈັບປ່ວຍ ແລະສ່ຽງຕໍ່ການຕາຍຫລາຍເທົ່າ.

ການຄຸ້ມຄອງກໍລະນີການຂາດສານອາຫານກະທັນຫັນຮ້າຍແຮງແບບເຊື່ອມສານແມ່ນມາດຕະການໜຶ່ງ ທີ່ສາມາດແກ້ໄຂບັນຫາໂພຊະນາການໄດ້ຢ່າງມີປະສິດທິພາບສູງ.
ກະຊວງສາທາລະນະສຸກໄດ້ໃຫ້ຄວາມສໍາຄັນໃນວຽກງານດັ່ງກ່າວຫຼາຍທີ່ສຸດ ຈຶ່ງມີການສ້າງຕັ້ງຄະນະກຳມະການຄຸ້ມຄອງກໍລະນີຂາດສານອາຫານກະທັນຫັນແບບເຊື່ອມສານ ແຕ່ປີ 2020 ເປັນຕົ້ນມາ, ລວມທັງຄູ່ຮ່ວມພັດທະນາໂດຍສະເພາະ ອົງການ ຢູນີເຊບ ກໍຮ່ວມກັນເອົາໃຈໃສ່ວຽກງານດັ່ງກ່າວນີ້ເຊັ່ນກັນ ເພື່ອຂ້າມຜ່ານຕໍ່ກັບການປ່ຽນແປງໃໝ່ໃນສະພາບການທີ່ທົ່ວໂລກກໍຄືສປປລາວກໍາລັງປະສົບບັນຫາຟືດເຄືອງທາງດ້ານເສດຖະກິດ,ໄພເງິນເຟີ້ ນໍ້າມັນແພງ ແລະບັນຫາທາງ ໄພທໍາມະຊາດເຮັດໃຫ້ພົບບັນຫາການຂາດແຄນອາຫານ ແລະ ການຕໍ່ສູ້ກັບຄວາມອຶດຫິວຫຼາຍຂຶ້ນ ຊຶ່ງເປັນສາຍເຫດໜຶ່ງຂອງການຂາດສານອາຫານ .